ຂ່າວຫຼ້າສຸດ

ກອງປະຊຸມປະເມີນ ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກຮາກຖານນັກສຶກສາ ທີ່ ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ໝູນໃຊ້ນິພົນ ໂຮ່ຈີມິນ ຄົບຊຸດ ແນໃສ່ຍົກສູງວຽກງານທິດສະດີການເມືອງໃນໄລຍະໃໝ່ ພິທີປິດການຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ປະຈຳປີ 2026 ໃຫ້ແກ່ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບ G-Chat, G-Share ແລະ ເອໄອ (AI) ເຂົ້າໃນການບໍລິຫານວຽກງານ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເພື່ອລົງເລິກຊຸກຍູ້ ຜົນສຳເລັດການນຳຂັ້ນສູງສອງພັກ-ສອງລັດ

ສະຖາບັນລາວ-ອົດສະຕາລີລົງເຮັດວຽກປະເມີນໂຄງການເຝິກອົບຮົມໃຫ້ກັບພະນັກງານ, ຄູ-ອາຈານ ໃນໄລຍະຜ່ານມາຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າວັນທີ 27 ພະຈິກ 2024 ທີ່ຊັ້ນ 2 ຕຶກຫ້ອງການ ສມປຊ ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ, ຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍຄະນະທີເຂົ້າຮ່ວມເຝິກອົບຮົມຢູ່ສະຖາບັນລາວ-ອົດສະຕາລີໃນໄລຍະຜ່ານມາໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ Bernadette ຫົວໜ້າທີມງານປະເມີນຄວາມຄືບໜ້າໂຄງ ການພ້ອມດ້ວຍຄະນະ ເຊິ່ງຜູ້ເຂົ້າຮ່ວມໃນຄັ້ງນີ້ ລວມທັງໝົດ 8 ທ່ານ, ຍິງ 6 ທ່ານ. ເຊິ່ງຈຸດປະສົ່ງໃນການລົງມາເຮັດວຽກຢູ່…

ຂະບວນການບໍລິຈາກເລືອດ ຂອງຊາວໜຸ່ມຮາກຖານພະນັກງານ ຄູ-ອາຈານ ແລະນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າວັນທີ26 ພະຈິກ 2024 ຄະນະບໍລິຫານງານຊາວໜຸ່ມ ສມປຊ ນໍາພາສະມະຊິກຊາວໜຸ່ມຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກຮຸ່ນທຸກລະບົບ ທົ່ວ ສມປຊ ເຂົ້າຮ່ວມຂະບວນຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ, ເຊິ່ງໃຫ້ກຽດນໍາພາຂະບວນໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແລະທ່ານ ຄໍາໝັ້ນ ພົມມະຈັນ ກໍາມະການຄະນະບໍລິຫານງານຊາວໜຸ່ມ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ້ງຊາດ ເຊິ່ງໃຫ້ກຽດເປັນປະທານໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ,…

ຄະນະບໍລິຫານງານຊາວໜຸ່ມ ສມປຊ ນໍາພາສະມະຊິກຊາວໜຸ່ມຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ສ້າງຂະບວນການອອກແຮງານ

ໃນຕອນບ່າຍວັນທີ 22 ພະຈິກ 2024ຄະນະບໍລິຫານງານຊາວໜຸ່ມ ສມປຊ ນໍາພາສະມະຊິກຊາວໜຸ່ມຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກຮຸ່ນທຸກລະບົບທົ່ວ ສມປຊ ສ້າງຂະບວນການອອກແຮງານ ຢູ່ພາຍໃນ ແລະພາຍນອກ ສະຖາບັນການເມືອງ ແລະ ການປົກຄອງແຫ້ງຊາດ, ເຊິ່ງໃຫ້ກຽດນໍາພາຂະບວນການອອກແຮງງານຄັ້ງນີ້ໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຈຸດປະສົງໃນການອອກແຮງານໃນຄັ້ງນີ້ກໍ່ເພື່ອ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 49…

ສມປຊ ຈັດຝຶກອົບຮົມພາວະຄວາມເປັນຜູ້ນຳໃຫ້ບັນດາພະນັກງານນຳພາ-ຄຸ້ມຄອງ ຂອງ ສມປຊ,ໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ

ເພື່ອເປັນການເສີ່ມສ້າງພາວະຄວາມເປັນຜູ້ນໍາ ແລະຮຽນຮູ້ທິດສະດີໃໝ່ ໃນການນໍາພາ-ຊີ້ນໍາ ຂອງບັນດາພະນັກ ງານນຳພາ-ຄຸ້ມຄອງໃນແຕ່ລະໄລຍະ ໃຫ້ເລິກເຊິ່ງ, ໜັັກແໜ້ນຍິງຂຶ້ນກວ່າເກົ່າ ແລະສາມາດນໍາໃຊ້ໄດ້ຈິງ ເຊິ່ງເປັນປັດໄຈທີ່ສຳຄັນໃນຕັດສິນຕໍ່ຄວາມສຳເລັດຂອງການຈັດຕັ້ງປະຕິບັດແນວທາງພັກ, ນະໂຍບາຍຂອງລັດ ແລະການປົກປັກຮັກສາສ້າງ ສາ ແລະພັດທະນາປະເທດຊາດ ຕາມແນວທາງການປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກນັ້ນ, ໃນວັນທີ 21 ພະຈິກ 2024 ທີ່ສະໂມສອນ ເມືອງບຸນເໜືອ ແຂວງຜົ້ງສາລີ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ຈັດຝຶກອົບຮົມ ຫົວຂໍ້ພິ ເສດ: ພາວະຄວາມເປັນຜູ້ນຳ ໃຫ້ກັບບັນດາພະນັກງານນຳພາ-ຄຸ້ມຄອງ ຂອງສະຖາບັນການເມືອງ ແລະ…

ຂ່າວອື່ນໆ