ໃນວັນທີ 23 ມິຖຸນາ 2025 ທີ່ຊັ້ນ 4 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມມກັບ ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມຄັ້ງທີ 14 ໃຫ້ແກ່ຄູສອນພາສາຈີນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວິເສດ ກິດຕິພັນທອງ ຮອງຜູ້ອໍານວຍການສະຖາບັນຂົງຈື ແລະ ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫງຊາດ, ມີແຂກຖືກເຊີນ ແລະນັກເຝິກອົບຮົມກໍໄດ້ເຂົ້້າຮ່ວມ ລວມທັງໝົດ 20 ກວ່າທ່ານ .
ການຝຶກອົບຮົມຄັ້ງນີ້ ມີນັກຝຶກອົບຮົມທີ່ມີລະດັບພາສາຈີນທີ່ແນ່ນອນ ຈະສິດສອນພາສາຈີນ ເຂົ້າຮ່ວມທັງໝົດ 8 ທ່ານ, ໂດຍມີຊ່ຽວຊານມາຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ມາເປັນຄູຝຶກ. ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອສ້າງຄວາມເຂັ້ມແຂງທາງດ້ານການສອນເປັນຕົ້ນ: ການແຕ່ງບົດ, ການນໍາໃຊ້ສືການສອນ ແລະການສ້າງຟາວເວີພ້ອຍໃຫ້ແກ່ຄູ-ອາຈານທີ່ສິດສອນພາສາຈີນ. ການຝຶກອົບຮົມຄັ້ງນີ້ຈະດໍາເນີນ 8 ວັນ, ແຕ່ວັນທີ 23-30 ມິຖຸນາ 2025, ສໍາລັບ 5 ວັນ ຈະຝຶກຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ອີກ 3 ວັນ ຈະຝຶກຢູ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງໃນພິທີດັ້ງກ່າວ ທ່ານ ນາງ ວິເສດ ກິດຕິພັນທອງ ຮອງຜູ້ອໍານວຍການສະຖາບັນຂົງຈື ໄດ້ເນັ້ນເຖິງຄວາມຈໍາເປັນໃນການຈັດຝຶກອົບຮົມ ກໍເພື່ອສ້າງຄວາມອາດສາມາດໃນການສອນພາສາຈີນ ໃຫ້ແກ່ຫ້ອງຮຽນຂົງຈືື້ ມີອາຈານທີ່ມີຄຸນະພາບ ແລະ ສາມາດກຸ້ມຕົນທາງດ້ານອາຈານສອນ. ນອກນັ້ນ, ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫງຊາດ ຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ເອົາໃຈໃສ່ໃນການເຂົ້າຮຽນ, ແລກປ່ຽນກັບນັກຝຶກອົບຮົມດ້ວຍການ ແລະຄູຝຶກ ເພື່ອຍາດແຍ່ງເອົາບົດຮຽນ ປະກອບເຂົ້າໃນການສິດສອນ ຂອງຕົນໃຫ້ກາຍເປັນອາຈານສອນທີ່ຊໍານານໃນອະນາຄົດ.
ພາບ: ປທ ແກ້ວອຸດອນ ພັນດານຸວົງ
ຂ່າວ: ປທ ນາງ ອາໄລ ພາລີໃບ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ