ຕອນເຊົ້າ ຂອງ​ວັນທີ 24 ມີຖຸນາ 2025 ຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ​ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ​ຮຸ່ນ​ທີ VI ໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ແຂວງຫຼວງນໍ້າທາ ໂດຍການເປັນປະທານ ຂອງ ທ່ານ ປທ ຄໍາສີ ດັງສະໄຫວ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ​ແລະ ການປົກຄອງ ແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ​ຈັນທອງ ແກ້ວປະເສີດ ຮອງເລຂາພັກ​ແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ພັກພະນັກງານ​, ມີຮອງຫົວໜ້າໂຮງຮຽນ​, ຄູ-ອາຈານ, ແຂກຖືກເຊີນ, ຕະຫຼອດຮອດນັກ​ສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

    ທ່ານ ປທ ແສງ ​ເຊືອຍ​ສົມບັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ​ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ຜ່ານ​ແຜນການ​​ຮຽນ-ການສອນ​ທິດ​ສະ​ດີກາ​ນ​ເມືອງ ​ລະບົບ​ຂັ້ນຕົ້ນ ຮຸ່ນ​ທີ VI ໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ແຂວງຫຼວງນໍ້າທາ ​ປະຈຳປີ 2025 ​ເພື່ອ​ສ້າງ​ໃຫ້​ພະນັກງານ​ຄຸ້ມ​ຄອງ ​ແລະພະນັກງານ​ນໍາພາ​ຮຸ່ນ​ສືບ​ທອດ ​ຢູ່​ບັນດາ​ພະ​ແນ​ກການ ຫ້ອງການ ​ຂອງເມືອງ, ບັນດາ​ຂະ​ແໜງ​ການ​ອ້ອມ​ຂ້າງ ​ມີ​ນັກ​ສຶກສາ​ທັງ​ໝົດ 45 ຄົນ, ຍິງ 16  ຄົນ ຊຶ່ງຈະໄດ້ປະຕິບັດການຮຽນການສອນໄລຍະ 3 ເດືອນ, ລວມ 70 ວັນ, ຮຽນຕົວຈິງ 60 ວັນ, ເທົ່າກັບ 420 ຊົ່ວໂມງ ລວມມີ 7 ກຸ່ມວິຊາຮຽນ ແລະ 1 ຂຽນບົດລາຍງານຈົບຂັ້ນ ລວມເປັນ 8 ກຸ່ມວິຊາຮຽນ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ມີ 7 ບົດ; ກຸ່ມວິຊາເສດຖະສາດການເມືອງມາກ-ເລນີນ ມີ 9 ບົດ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ ແລະສັງຄົມສາດ ມີ 12 ບົດ; ກຸ່ມວິຊາແນວຄິດໄກສອນ ພົມວິຫານ ມີ 5 ບົດ; ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ ມີ 7 ບົດ; ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ 10 ບົດ. ນອກນັ້ນ, ນັກສຶກສາ ຍັງຈະໄດ້ເຄື່ອນໄຫວກິດຈະກໍາອື່ນໆທີ່ທາງໂຮງຮຽນວາງອອກ, ການເປີດຮຽນໄດ້ເລີ່ມແຕ່ວັນທີ 25 ມີຖຸນາ 2025 ເຖິງທ້າຍເດືອນກັນຍາ 2025 ໃຫ້ສໍາເລັດຜົນ.

 ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ພັກພະນັກງານ ​ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິທີເ​ປີດ​ຊຸດ​ຮຽນ, ການຮຽນທິດສະດີການເມືອງ ແມ່ນມີຄວາມໝາຍ, ຄວາມສໍາຄັນ ແລະຈໍາເປັນທີ່ສຸດຕໍ່ພະນັກງານຫຼັກແຫຼ່ງ, ພະນັກງານສືບທອດປ່ຽນແທນ ກໍຄືສະມາຊິກພັກ ຂອງພວກເຮົາໃນເງື່ອນໄຂປະຈຸບັນ ເພາະມັນແມ່ນການປ່ຽນແປງໃໝ່ ແລະເຊື່ອມໂຍງສາກົນ, ສະພາບເສດຖະກິດ-ການເມືອງໂລກ ໄດ້ມີຫຼາຍອັນປ່ຽນແປງໄປ; ເສດຖະກິດ-ສັງຄົມ ຂອງປະເທດເຮົາ ກໍໄດ້ພົບກັບຄວາມຫຍຸ້ງຍາກ ແລະຫັນປ່ຽນໂດຍພື້ນຖານ; ຈິດໃຈຄວາມຮູ້ສຶກນຶກຄິດ ຂອງບັນດາສະມາຊິກພັກ, ພະນັກງານ ແລະປະຊາຊົນບັນດາເຜົ່າ ໃນປັດຈຸບັນ ບໍ່ຄືກັບເມື່ອກ່ອນອີກ; ບັນດາບັນຫາແນວຄິດ ທິດສະດີການເມືອງ ກໍຄືເປົ້າໝາຍ ຂອງວຽກງານແນວຄິດທິດສະດີ ກໍມີຫຼາຍອັນເສື່ອມຖອຍ. ດັ່ງນັ້ນ, ການຮຽນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ກໍແມ່ນມາດຖານເງື່ອນໄຂ ຂອງພະນັກງານນໍາພາ-ຄຸ້ມຄອງ, ແມ່ນໜ້າທີ່ຄວາມຮັບຜິດຊອບ ຂອງສະມາຊິກພັກ, ພະນັກງານທຸກຂົງເຂດ ຈະຕ້ອງໄດ້ສຶກສາຮໍ່າຮຽນ.

    ທ່ານຍັງໄດ້ໃຫ້ທິດຊີ້ນຳ ແລ ເນັ້ນໜັກຫຼາຍບັນຫາມາຍັງຄະນະຮັບຜິດຊອບໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:

1). ສໍາລັບຄະນະພັກ-ຄະນະນໍາໂຮງຮຽນ ຕ້ອງເອົາໃຈໃສ່ຍົກສູງນໍ້າໃຈຮັບຜິດຊອບນໍາພາ-ຊີ້ນໍາ, ໃກ້ຊິດຕິດ ແທດ, ຕິດຕາມ ກວດກາແຜນການຮຽນ-ການສອນໃຫ້ແທດເຖິງ.

2). ສໍາລັບຄູ-ອາຈານ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ໃນການຊອກຮູ້ນໍາສັງຄົມ, ໝູ່ຄະນະ, ຄົ້ນຄວ້າກຳ   ແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ, ລະບຽບກົດໝາຍ ຂອງລັດ ໃຫ້ແໜ້ນ ແລະສາມາດອະທິບາຍແຈ້ງທາງດ້ານທິດສະດີ ແລະສົມທຽບໃສ່ພຶດຕິກຳ ໃຫ້ກະຈ່າງແຈ້ງ, ເຮັດໃຫ້ນັກສຶກສາເຂົ້າໃຈ ແລະຮູ້ນໍາໄປໝູນໃຊ້ເຂົ້າໃນ ໜ້າທີ່ວຽກງານ ໃນຂົງເຂດຕົນໃຫ້ໄດ້ຮັບຜົນດີ, ການຊອກຮູ້ບົດຮຽນ ແລະປະສົບການອັນໃໝ່ໆ ເພື່ອນໍາມາຖ່າຍທອດ ໃຫ້ນັກສຶກສາ, ສາມາດນໍາໄປຈັດຕັ້ງປະຕິບັດໃນພາກຕົວຈິງໃຫ້ແຕກດອກອອກຜົນ ແລະມີຜົນສໍາເລັດ.

3). ສໍາລັບນັກສຶກສາ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຂຶ້ນຫ້ອງເປັນປົກກະຕິ, ປະຕິບັດແຜນການຮຽນ-ການສອນ ຢ່າງເຂັ້ມງວດ, ເອົາໃຈໃສ່ການສຳມະນາ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ເພື່ອນໍາເອົາທິດສະດີ ແລະ ພຶດຕິກຳທີ່ຕົນເອງໄດ້ຮໍ່າຮຽນໄປຜັນຂະຫຍາຍ ແລະໝູນໃຊ້ເຂົ້າໃນອົງການ ຂອງຕົນ.

4). ຕ້ອງເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເປັນປຶກແຜ່ນແໜ້ນໜາໃຫ້ມີຄວາມເປັນເອກະ  ພາບກັນທາງດ້ານແນວຄິດ ແລະການກະທໍາ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ການຄົ້ນຄວ້າຮໍ່າຮຽນໃຫ້ສໍາເລັດຜົນໄປດ້ວຍດີ ແລະມີຄຸນນະພາບສູງ.

ຂ່າວ/ພາບ: ອຈ ລັງ ສີສະເກດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ