ໃນຕອນແລງວັນທີ 3 ກໍລະກົດ 2025 ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມພົບປະ ແລະແລກປ່ຽນບົດຮຽນ ລະຫວ່າງ ຄະນະລັດທິສັງຄົມນິຍົມວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ  ແລະຄະນະລັດທິສັງຄົມນິຍົມວິທະຍາສາດ, ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ປອ ຄໍາໃບ ມາລາສິງ ຄະນະບໍລິຫານງານພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ (ສມປຊ) ແລະ ທ່ານ ພັອ ປທ ສອນພະຈັນ ທໍາມະວົງ ຮອງອໍານວຍການວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ມີພະນັກງານ, ຄູ-ອາຈານ ທັງສອງພາກສ່ວນເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 4 ທ່ານ.

    ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອພົບປະແລກປ່ຽນບົດຮຽນ ແລະປະສົບການຕົວຈິງ ໃນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ; ການຄົ້ນຄວ້າວິທະຍາສາດ; ການສ້າງປຶ້ມຕໍາລາ ແລະບັນຫາອື່ນໆ ທີ່ປິ່ນອ້ອມວຽກງານການຈັດຕັ້ງປະຕິບັດການຮຽນ-ການສອນ ລະຫວ່າງຄະນະລັດທິສັງຄົມນິຍົມວິທະຍາສາດ (ສມປຊ) ແລະຄະນະລັດທິສັງຄົມນິຍົມວິທະຍາສາດ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ.  ໃນກອງປະຊຸມ ທັງສອງຝ່າຍໄດ້ລາຍງານສະພາບ ລວມກ່ຽວກັບຄະນະຂອງຕົນເອງ, ເປັນຕົ້ນແມ່ນ ວຽກກົງຈັກການຈັດຕັ້ງ, ດ້ານບຸກຄະລະກອນ ແລະສະພາບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ, ການສ້າງປື້ມຕຳລາ ແລະການຄົ້ນຄວ້າວິທະຍາສາດ ໃນໄລຍະຜ່ານມາ. ຈາກນັ້ນ, ຜູ້ເຂົ້າຮ່ວມທັງສອງຝ່າຍ ກໍໄດ້ມີການແລກປ່ຽນຄຳຄິດ ຄຳເຫັນເຊິ່ງກັນ ແລະກັນ.

    ການຈັດກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ເຊິ່ງທັງສອງພາກສ່ວນສາມາດນຳເອົາບົດຮຽນຈາກການພົບປະໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໂຄງການຫຼັກສູດ ການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ໃຫ້ນັບມື້ມີປະສິດທິພາບ ແລະປະສິດທິຜົນ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະຍາວນານ.

    ໃນຕອນທ້າຍກອງປະຊຸມ ທ່ານ ປອ ຄໍາໃບ ມາລາສິງ ຄະນະບໍລິຫານງານພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະ ຍາສາດ (ສມປຊ) ໄດ້ສະຫຼຸບກອງປະຊຸມ ພ້ອມທັງກ່າວສະແດງຄໍາຂອບໃຈ ແລະອວຍພອນມາຍັງ ທ່ານ ພັອ ປທ ສອນພະຈັນ ທໍາມະວົງ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະພົບປະແລກປ່ຽນໃນຄັ້ງນີ້.

ຂ່າວ: ນາງ ທິດດາວອນ ດວງປະເສີດ

ພາບ: ຄະນະລັດທິສັງຄົມນິຍົມວິທະຍາສາດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ