ໃນຕອນເຊົ້າ ຂອງວັນທີ 2 ກໍລະກົດ 2025 ທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກ 5 ຊັ້ນ ໄດ້ມີ ທ່ານ ຢາງ ຈີນຈຽງ ຫົວໜ້າສະຖາບັນການສຶກສາຕໍ່ເນື່ອງ ມະຫາໄລກະສິກຳ ແຂວງຢູນນານ ພ້ອມດ້ວຍຄະນະ ເຂົ້້າຢ້ຽມຂໍ່ານັບ ຄະນະພັກ-ຄະນະນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ, ກໍາມະການຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ໃນພິທີດັ່ງກ່າວມີຜູ້ເຂົ້າຮ່ວມ ທັງໝົດ 7 ທ່ານ, ຍິງ 3 ທານ.

          ຈຸດປະສົງໃນການມາຢ້ຽມຢາມໃນຄັ້ງນີ້ ກໍເພື່ອຢ້ຽມຂໍ່ານັບ ຄະນະພັກ-ຄະນະນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະແລກປ່ຽນບາງວຽກ ຄື: ການພັດທະນາບຸກຄະລາກອນ ເພື່ອລົງເລິກໃນການພັດທະນາທາງດ້ານກະສິກໍາ ຢູ່ຂົງເຂດຊົນນະບົດ ລະຫວ່າງ ແຂວງຢູນນານ ສປ ຈີນ ແລະ ສປປ ລາວ ແລະການສ້າງຫົວຂໍ້ວິທະຍາສາດລົງເລິກຄົ້ນຄວ້າ ການພັດທະນາບຸກຄະລາກອນ, ດ້ານກະສິກໍາ ແລະການແກ້ໄຂຄວາມທຸກຍາກ ລະຫວ່າງ ສອງປະເທດລາວ-ຈີນ. ພ້ອມກັນນັ້ນ ທັງສອງຝ່າຍຍັງໄດ້ລາຍງານສະພາບລວມໂດຍຫຍໍໍ້ ກ່ຽວກັບສະພາບລວມ ຂອງທັງສອງສະຖາບັນ ແລະໄດ້ມີການແລກປ່ຽນຄໍາຄິດເຫັນໃນການຮ່ວມມືກັນໃນຕໍ່ໜ້າ, ການລົງເລິກຄົ້ນຄວ້າບັນດາບົດວິທະຍາສາດ ແລະວຽກອື່ນໆທີ່ກ່ຽວຂ້ອງຢ່າງກົງໄປກົງມາ.

          ໃນຕອນທ້າຍພິທີ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ, ກໍາມະການຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມຂອບໃຈ ແລະອວຍພອນມາຍັງ ທ່ານ ຢາງ ຈີນຈຽງ ຫົວໜ້າສະຖາບັນການສຶກສາຕໍ່ເນື່ອງ ມະຫາໄລກະສິກຳ ແຂວງຢູນນານ ພ້ອມດ້ວຍຄະນະທີ່ໄດ້ເຂົ້້າຢ້ຽມຂໍ່ານັບ ແລະແລກປ່ຽນບົດຮຽນໃນຄັ້ງນີ້.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ