ໃນຕອນເຊົ້າ ວັນທີ 04 ກໍລະກົດ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນ ແລະມອບໃບຢັ້ງຢືນທິດສະດີການເມືອງຂັ້ນກາງ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ 06 ເດືອນ ຮຸ່ນທີ IV, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນໍາ ສປມຊ, ມີແຂກຮັບເຊີນຈາກຄະນະຈັດຕັ້ງສູນກາງພັກ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກລະບົບ ທົ່ວ ສມປຊ ເຂົ້າຮ່ວມ 100 ກວ່າທ່ານ.
ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດ ການຮຽນ-ການສອນ ທິດສະດີການເມືອງ ຂັ້ນກາງ 06 ເດືອນ ຮຸ່ນທີ IV ປະຈໍາປີ ສົກ 2025 ເຊິ່ງໄດ້ຍົກເນື້ອໃນບາງດ້ານວ່າ: ລະບົບທິດສະດີການເມືອງ ຂັ້ນກາງ 06 ເດືອນ ຮຸ່ນທີ IV ມີນັກສຶກສາທັງໝົດ 60 ທ່ານ, ຍິງ 24 ທ່ານ, ໃນນັ້ນ ແມ່ນພະນັກງານຄຸ້ມຄອງ-ນໍາພາຂັ້ນຄະນະພະແນກ ທີ່ມາຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ. ລະບົບທິດສະດີການເມືອງ ຂັ້ນກາງ 06 ເດືອນ ຮຸ່ນທີ 4 ໄດ້ມີການຈັດຕັ້ງການຮຽນ-ການ ສອນ ທັງໝົດ 15 ວິຊາຮຽນ ຫຼື 720 ຊົ່ວໂມງ, ລວມທັງຂຽນບົດປ້ອງກັນຈົບຂັ້ນ ແລະໄປທັດສະນະສຶກສາ ຢູ່ພາຍໃນນະຄອນຫຼວງວຽງຈັນ 1 ຄັ້ງ ແລະໄປທັດສະນະສຶກສາ ຢູ່ຕ່າງແຂວງ 5 ວັນ (ຢູ່ແຂວງຄໍາມ່ວນ). ພ້ອມກັນນັ້ນ, ໄດ້ສໍາເລັດການຮຽນ, ການຂຽນບົດ ແລະສຳເລັດການປ້ອງກັນ ໃນວັນທີ 01 ກໍລະກົດ 2025. ຜ່ານການຕີລາຄາປະເມີນຜົນ ສາມາດຕີລາຄາໄດ້ ຄື: ໃນຈໍານວນນັກສຶກສາ ທັງໝົດ 60 ທ່ານ ສາມາດຍາດໄດ້ຄະແນນສະສົມເກຼດ A ຫຼື ດີເລີດ ມີ 48 ທ່ານ, ຍິງ 21 ທ່ານ ກວມ 80%;ໄດ້ຮັບຄະແນນສະສົມ ເກຼດ B+ ຫຼື ດີຫຼາຍ ມີ 12 ທ່ານ, ຍິງ 03 ທ່ານ ກວມ 20%. ສັງລວມແລ້ວ, ນັກສຶກສາທັງໝົດສາມາດປະຕິບັດແຜນການຮຽນ-ການສອນ ຄົບຖ້ວນຕາມໂຄງການຫຼັກສູດຢ່າງຈົບງາມຮ້ອຍສ່ວນຮ້ອຍ.
ພ້ອມກັນນັ້ນ, ທ່ານ ວຽງໄຊ ນວນວີໄລ ຄະນະຫ້ອງ ກໍໄດ້ຕາງໜ້າໃຫ້ນັກສຶກສາທັງໝົດຂຶ້ນກ່າວຄວາມຮູ້ສຶກທີ່ໄດ້ມີຜົນສໍາເລັດໃນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ເຊິ່ງຈະເປັນເຂັມຊີ້ທິດໃນການປະຕິບັດໜ້າທີ່ການເມືອງຢູ່ໃນກົມກອງຂອງຕົນ ໃຫ້ມີບາດກ້າວໃໝ່ ແລະມີການຫັນປ່ຽນໄປສູ່ຄຸນນະພາບທີ່ດີກວ່າເກົ່າ.
ໃນວາລະສຸດທ້າຍພິທີ ທ່ານປະທານໄດ້ມີຄໍາເຫັນໂອ້ລົມຕໍ່ກັບນັກສຶກສາທີ່ມີຜົນສໍາເລັດໃນການສຶກສາຄົ້ນຄວ້າ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ກັບຜູ້ທີ່ສໍາເລັດໃນຄັ້ງນີ້ ຄື:
1). ຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງ ເຂົ້າໃນວຽກງານຕົວຈິງໃຫ້ມີການຫັນປ່ຽນໃນພຶດຕິກໍາຢ່າງແທ້ຈິງ, ຕ້ອງກ້າຄິດ, ກ້າຮັບຜິດຊອບ, ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ທິດສະດີ, ແນວທາງທີ່ໄດ້ຮຽນມາຕ້ອງໄດ້ຮັບການທົດສອບ, ກວດສອບ ແລະຢືນຢັນຈາກພຶດຕິກຳຕົວຈິງ.
2). ຮຽກຮ້ອງບັນດານັກສຶກສາ ຖືເອົາບົດຮຽນທີ່ໄດ້ຈາກພຶດຕິກໍາຕົວຈິງນັ້ນແລ້ວ ຍັງມີໜ້າທີ່ຄົ້ນຄວ້າວິໄຈ ແລະສະຫຼຸບສັງລວມຢ່າງມີວິທະຍາສາດ, ສະເໜີທິດທາງ, ວິທີການ ແລະມາດຕະການທີ່ເປັນໄປໄດ້ ແລະມີປະສິດທິພາບສູງ.
3). ຈົ່ງສືບຕໍ່ກໍ່ສ້າງ, ພັດທະນາຕົນເອງ, ຮູ້ນໍາເອົາບົດຮຽນໄປໝູນໃຊ້ໃນພຶດຕິກຳໃຫ້ເກີດດອກອອກຜົນ, ມີການປ່ຽນແປງຈາກອັນເກົ່າໄປສູ່ອັນໃໝ່ທີ່ດີກວ່າ.
4). ຮັກສາຊື່ສຽງ, ກຽດສັກສີຂອງຕົນ ກໍຄືຂອງສະຖາບັນໃນການເຄື່ອນໄຫວ, ການປະພຶດທຸກຢ່າງຕ້ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະປະຊາຊົນ ທີ່ໄດ້ຝາກຄວາມຫວັງໄວ້; ເພາະສະນັ້ນ, ບໍ່ວ່າຢູ່ແຫ່ງຫົນໃດ, ໃນ ໜ້າທີ່ວຽກງານໃດ, ຈະຄິດ, ປະພຶດ ແລະກະທຳອັນໃດ ກໍຕ້ອງຄໍານຶງ ແລະຢຶດໝັ້ນໃນທາດແທ້ຊົນຊັ້ນກຳມະກອນ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

ພາບ: ປທ ແກ້ວອຸດອນ ພັນດານຸວົງ
ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ