ໃນຕອນບ່າຍ ຂອງວັນທີ 1 ກໍລະກົດ 2025 ຢູ່ທີ່ຊັ້ນ 3 ຕຶກຫັດ (H) ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຝຶກອົບຮົມເຜີຍແຜ່ຄວາມຮູ້ ວຽກງານສະກັດກັ້ນ ແລະຕ້ານອັກຄີໄພ ໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍກົມສະກັດກັ້ນ ແລະຕ້ານອັກຄີໂພ, ກະຊວງປ້ອງກັນຄວາມສະຫງົບກົມໃຫຍ່ຕໍາຫຼວດ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປທ ບຸນໜາ ສີຫາລາດ ຮອງຫົວໜ້າຫ້ອງການ, ມີຄະນະຄູຝຶກ ນໍາພາໂດຍ ທ່ານ ພັທ ລິນທອງ ໄຊຍະວົງສາ ຫົວໜ້າພະແນກສະກັດກັ້ນ ແລະຕ້ານອັກຄີໄພ ພ້ອມດ້ວຍຄະນະ, ມີຜູ້ເຂົ້າຮ່ວມຝຶກ ທີ່ມາຈາກພາກສ່ວນຕ່າງໆ ພາຍໃນ ສມປຊ ຄື: ຕາງໜ້າພະນັກງານ, ຄູ-ອາຈານ ຂອງແຕ່ລະພາກສ່ວນ, ຕາງໜ້າຫ້ອງຮຽນນັກສຶກສາແຕ່ລະຮຸ່ນ; ຊຶ່ງຜູ້ເຂົ້າຮ່ວມທັງໝົດ ລວມ 24 ທ່ານ, ຍິງ 4 ທ່ານ.

    ຈຸດປະສົງໃນການຈັດເຝິກອົບຮົມໃນຄັ້ງນີ້ເພື່ອໃຫ້ພະນັກງານໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຫັນໄດ້ຄວາມໝາຍສໍາຄັນ ຂອງວຽກງານສະກັດກັ້ນ ແລະຕ້ານອັກຄີໄພ, ຮູ້ໄດ້ສາເຫດ, ຜົນຮ້າຍ ຂອງອັກຄີໄພ, ວິທີສະກັດກັ້ນ ແລະຕ້ານ ອັກຄີໄພ, ຮູ້ຈັກພັນທະ, ໜ້າທີ່, ຍົກສູງສະຕິເປັນເຈົ້າການ ແລະຄວາມຮັບຜິດຊອບ ຂອງຕົນເອງຕໍ່ວຽກງານສະກັດກັ້ນ ແລະຕ້ານອັກຄີໄພ; ພ້ອມທັງຮູ້ວິທີການພື້ນຖານໃນການໃຊ້ເຄື່ອງມືເພື່ອດັບໄຟ ແລະຝຶກຊ້ອມໃຫ້ມີຄວາມພ້ອມ, ຄວາມຊຳນານໃນການມອດໄຟ, ກູ້ໄພ ແລະຊ່ວຍເຫຼືອຜູ້ປະສົບໄພ ຫາກມີອັກຄີໄພເກີດຂຶ້ນ ໃຫ້ມີຄວາມສາມາດແກ້ໄຂຢ່າງທັນການ ແລະມີປະສິດທິພາບສູງ ແນໃສ່ປະກອບ ສ່ວນເຂົ້າໃນການປົກປັກຮັກສາຊີວິດ, ຊັບສິນ ຂອງສ່ວນລວມ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ເຊິ່ງໃນການຝຶກຄັ້ງນີ້ ໃຫ້ກຽດບັນລະຍາຍພາກທິດສະດີ ແລະລົງເລິກປະຕິບັດຕົວຈິງ ໂດຍທ່ານ ພັຕ ບຸນຕຽມ ພົມມະລືສີ ຮອງຫົວໜ້າພະແນກສະກັດກັ້ນ ແລະຕ້ານອັກຄີໄພ ພ້ອມດ້ວຍຄະນະ.

    ໃນພິທີປະທານຍັງໄດ້ເນັ້ນມາຍັງນັກຝຶກອົບຮົມທີ່ເຂົ້າຮ່ວມໃຫ້ເອົາໃຈໃສ່ຮັບຟັງ, ແລກປ່ຽນຄໍາຄິດຄໍາເຫັນກັບຄູຝຶກ ແລະຝຶກຊ້ອມໃນການປະຕິບັດຕົວຈິງ ຢ່າງເປັນຂະບວນຟົດຟື້ນ; ພ້ອມກັນນັ້ນ ຍັງໄດ້ຮຽກຮ້ອງມາຍັງຄູຝຶກໃຫ້ເອົາໃຈໃສ່ຖ່າຍທອດບົດຮຽນໃຫ້ນັກຝຶກອົບຮົມຢ່າງສຸດຄວາມສາມາດ ເພື່ອໃຫ້ເປັນບົດຮຽນໃນການປະຕິບັດຕົວຈິງໃນພາຍພາກໜ້າ.

                                                            ພາບ: ປທ ແກ້ວອຸດອນ ພັນດານຸວົງ

                                                            ຂ່າວ: ນາງ ທິດດາວອນ ດວງປະເສີດ

                                                  ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ