ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບຄຸນທາດການເມືອງທີ່ໜັກແໜ້ນແມ່ນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຖະບານ. ເພື່ອຈັດຕັ້ງປະຕິບັດແນວທາງດັ່ງກ່າວໃຫ້ປະກົດຜົນເປັນຈິງ, ໃນວັນທີ 30 ກັນຍາ 2026 ທີ່ຜ່ານມາ, ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີພົບປະແລກປ່ຽນບົດຮຽນທາງດ້ານວຽກງານວິຊາການ ແລະການຄຸ້ມຄອງນັກສຶກສາ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະມະຫາວິທະຍາໄລແຫ່ງຊາດ (ມຊ).

ທາງ ສມປຊ ນຳພາໂດຍ: ທ່ານ ແສງແກ້ວ ວົງລຳພັນ, ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ປອ ນາງ ບຸນນຳ ຊົມວິມານ, ຮອງຫົວໜ້າຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ ພ້ອມດ້ວຍຄະນະຮັບຜິດຊອບຂອງ ມຊ.

ການພົບປະຄັ້ງນີ້ ແມ່ນການຮັດແໜ້ນຄວາມສາມັກຄີ ແລະການຮ່ວມມືທາງດ້ານຍຸດທະສາດ ລະຫວ່າງ ສອງສະຖາບັນການສຶກສາ ລະດັບສູງສຸດຂອງປະເທດ. ສມປຊ ເຊິ່ງເປັນສູນກາງທາງດ້ານການກໍ່ສ້າງທິດສະດີການເມືອງ-ການປົກຄອງ ໄດ້ເຫັນຄວາມສຳຄັນຂອງລະບົບການຄຸ້ມຄອງນັກສຶກສາທີ່ເປັນລະບຽບແບບແຜນຂອງ ມຊ ເພື່ອເປັນບ່ອນອີງໃນການປັບປຸງວຽກງານຂອງຕົນໃຫ້ຮັດກຸມຍິ່ງຂຶ້ນ. ເນື່ອງຈາກວ່ານັກສຶກສາໃນ ສມປຊ ສ່ວນໃຫຍ່ແມ່ນພະນັກງານການນຳ ທີ່ຈະກາຍເປັນກຳລັງຫຼັກແຫຼ່ງຂອງພັກ-ລັດ, ດັ່ງນັ້ນ ວຽກງານຄຸ້ມຄອງທີ່ດີຈຶ່ງເປັນພື້ນຖານໃຫ້ແກ່ການຮັກສາລະບຽບວິໄນ ແລະການຫຼໍ່ຫຼອມອຸດົມການ.

ການສະເໜີແລກປ່ຽນບົດຮຽນໃນເບື້ອງຕົ້ນ, ຈຸດປະສົງຫຼັກແມ່ນເພື່ອນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ມີປະສິດທິພາບ ແລະປະສິດທິຜົນດີຂຶ້ນ. ໃນການພົບປະດັ່ງກ່າວ ໄດ້ມີການລົງເລິກປຶກສາຫາລື ແລະຖອດຖອນບົດຮຽນໃນ 7 ປະເດັນສຳຄັນຄື:

1. ບົດຮຽນລວມທາງດ້ານວຽກງານວິຊາການ ແລະຄຸ້ມຄອງນັກສຶກສາ.

2. ບົດຮຽນການຫັນເປັນທັນສະໄໝ ເຊິ່ງສອດຄ່ອງກັບແນວທາງການຫັນເປັນດິຈິຕອນຂອງລັດຖະບານ.

3. ບົດຮຽນການຄຸ້ມຄອງລະບຽບນັກສຶກສາ, ການສັງເກດ, ພິຈາລະນາ, ຕີລາຄາ ແລະການເຂົ້າຮ່ວມຄົ້ນຄວ້າການລົງວິໄນປະເພດຕ່າງໆ ຕະຫຼອດເຖິງການຍ້ອງຍໍຊົມເຊີຍ.

4. ບົດຮຽນການເກັບກຳສະຖິຕິ, ການຂຶ້ນທະບຽນ, ການຄຸ້ມຄອງຊີວະປະຫວັດນັກສຶກສາ ແລະເຮັດບັດນັກສຶກສາ ເຊິ່ງເປັນພື້ນຖານສຳຄັນໃນການຄຸ້ມຄອງບຸກຄະລາກອນ.

5. ບົດຮຽນການຄົ້ນຄວ້າໃນການປະຕິບັດນະໂຍບາຍໃນການຂໍລາພັກຂອງນັກສຶກສາ, ພ້ອມທັງການເກັບກຳການຂາດຮຽນ ຂອງທັງນັກສຶກສາ ແລະຄູ-ອາຈານຂຶ້ນຫ້ອງ.

6. ບົດຮຽນການຄຸ້ມຄອງການດຳລົງຊີວິດ, ກິດຈະກຳ ຂອງນັກສຶກສາ ເພື່ອຮັບປະກັນໃຫ້ນັກສຶກສາມີແນວຄິດການເມືອງທີ່ຖືກຕ້ອງ ແລະມີສຸຂະພາບຈິດ ແລະສຸຂະພາບກາຍທີ່ດີ.

7. ບົດຮຽນຂອງຄູປະຈຳຫ້ອງໃນການນຳພາ, ຄຸ້ມຄອງ ແລະຕິດຕາມການເຄື່ອນໄຫວຂອງນັກສຶກສາຢ່າງໃກ້ຊິດ.

ທ່ານ ແສງແກ້ວ ວົງລຳພັນ ໄດ້ຍົກໃຫ້ເຫັນວ່າ: ການລົງມາຖອດຖອນບົດຮຽນໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງກົນໄກການຄຸ້ມຄອງນັກສຶກສາຂອງ ສມປຊ. ການຮັກສາລະບຽບວິໄນ ແລະ ການຕິດຕາມການເຄື່ອນໄຫວຂອງນັກສຶກສາ ເພື່ອຮັບປະກັນຄຸນນະພາບຂອງພະນັກງານ ທີ່ຈະໄປສືບຕໍ່ພາລະກິດປະຕິວັດໃນໄລຍະໃໝ່.

ໃນຂະນະດຽວກັນ, ທ່ານ ປອ ນາງ ບຸນນຳ ຊົມວິມານ ກໍ່ໄດ້ສະແດງຄວາມຍິນດີ ແລະພ້ອມທີ່ຈະແບ່ງປັນປະສົບການຢ່າງກົງໄປກົງມາ. ການເຮັດວຽກງານນັກສຶກສາ ແມ່ນການຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ການພົບປະແລກປ່ຽນບົດຮຽນຄັ້ງນີ້ ຈຶ່ງຖືເປັນນິມິດໝາຍອັນດີ ແລະເປັນບາດກ້າວບຸກທະລຸທາງດ້ານການຄຸ້ມຄອງບໍລິຫານສະຖາບັນການສຶກສາ ທີ່ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພັກ ແລະ ລັດຖະບານ ໃນການຍົກລະດັບມາດຕະຖານການສຶກສາ ແລະການສ້າງຊັບພະຍາກອນມະນຸດ ໃຫ້ກາຍເປັນບຸກຄະລາກອນທີ່ມີທັງຄວາມຮູ້, ວິຊາຊີບທີ່ເກັ່ງກ້າ ແລະມີຄຸນທາດການເມືອງທີ່ປອດໃສຂາວສະອາດ ເພື່ອຮັບໃຊ້ປະເທດຊາດ ແລະປະຊາຊົນຢ່າງແທ້ຈິງ.

————————

ຂ່າວ, ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ທ່ານ ບຸນປັນ ສຸມຸນທອງ