ໃນວັນທີ 28 ກັນຍາ 2026, ທີ່ຫໍສະໝຸດ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ), ໄດ້ຈັດພິທີມອບ-ຮັບປື້ມກົດໝາຍອັນມີຄຸນຄ່າ ຂຶ້ນຢ່າງເປັນທາງການ ລະຫວ່າງ ຄະນະຊ່ຽວຊານ ແລະ ພະນັກງານໂຄງການຮ່ວມມືດ້ານກົດໝາຍ ຕາງໜ້າໃຫ້ຝ່າຍໂຄງການກົດໝາຍໄຈກາ ແລະ ຜູ້ຕາງໜ້າຈາກຝ່າຍລາວ. ພິທີດັ່ງກ່າວ ຖືເປັນຂີດໝາຍອັນສໍາຄັນແຫ່ງການພົວພັນຮ່ວມມືອັນຍາວນານ ແລະ ເລິກເຊິ່ງ ລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ ໂດຍສະເພາະແມ່ນໃນຂົງເຂດການສ້າງ ແລະ ພັດທະນາລັດທິລັດຖະທຳມະນູນ, ລັດຖະທຳມະນູນ ແລະ ລະບຽບກົດໝາຍ ເພື່ອຫັນປະເທດຊາດໄປສູ່ຄວາມເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງແທ້ຈິງ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ຝ່າຍຍີ່ປຸ່ນ ໄດ້ຮັບກຽດກ່າວມອບໂດຍ ທ່ານ ທາຄູໂລະ ຢາມາຊິຕະ (Mr. Takuro YAMASHITA) ຫົວໜ້າໂຄງການກົດໝາຍໄຈກາ (JICA Legal Cooperation Project) ແລະ ໄດ້ຮັບກ່າວຮັບຢ່າງສົມກຽດໂດຍ ທ່ານ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ). ການມອບ-ຮັບໃນຄັ້ງນີ້ ແມ່ນການສົ່ງມອບ “ປັນຍາ ແລະ ມູນເຊື້ອທາງກົດໝາຍ” ເພື່ອເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການຄົ້ນຄວ້າ, ການຮຽນ-ການສອນ ແລະ ການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນ, ນັກຄົ້ນຄວ້າ ແລະ ມະຫາຊົນ ຂອງ ສມປຊ. ສໍາລັບລາຍການປື້ມກົດໝາຍທີ່ນໍາມາມອບໃນຄັ້ງນີ້ ປະກອບມີວັນນະຄະດີ ແລະ ເອກະສານວິຊາການທາງກົດໝາຍທີ່ທັນສະໄໝ, ເລິກເຊິ່ງ ແລະ ກວມເອົາຫຼາຍຂົງເຂດສໍາຄັນ ຈໍານວນທັງໝົດ 7 ປະເພດ ເປັນຈຳນວນຫຼວງຫຼາຍ ດັ່ງນີ້:

1. ປື້ມທິດສະດີພື້ນຖານກົດໝາຍ, ການຕີຄວາມກົດໝາຍ ແລະ ສິດທວງ ຈຳນວນ 30 ຫົວ.

2. ປື້ມການສຶກສາສາດແຫ່ງກົດໝາຍຂັ້ນພື້ນຖານ ທັກສະການຕີຄວາມກົດໝາຍ ຈໍານວນ 50 ຫົວ.

3. ປື້ມບົດອະທິບາຍປະມວນກົດໝາຍແພ່ງ ຈໍານວນ 10 ຫົວ.

ໍ4. ປື້ມທັກສະການນໍາໃຊ້ກົດໝາຍ ສິດທວງ, ເງື່ອນໄຂ, ປະເດັນຂັດແຍ່ງ, ການກຳນົດຂໍ້ເທັດຈິງ ຈໍານວນ 100 ຫົວ.

5. ປຶ້ມຄູ່ມືການກຳນົດຂໍ້ເທັດຈິງ ໃນການດໍາເນີນຄະດີແພ່ງ (ສະບັບປັບປຸງ ປີ 2025) ຈໍານວນ 50 ຫົວ.

6. ປຶ້ມທິດສະດີກົດໝາຍອາຍາ (ພາກສະເພາະ) ຈໍານວນ 50 ຫົວ.

7. ປື້ມສະຄຣິບການບັນຍາຍ ຂອງສາດສະດາຈານ ສາດສະດາຈານ ອິດະ ມາໂກໂຕະ (ສະບັບ ປີ 2024) ຈໍານວນ 30 ຫົວ.

ການທີ່ ສມປຊ ໄດ້ຮັບປື້ມເຫຼົ່ານີ້ ຈະເປັນການເພີ່ມທະວີຊັບພະຍາກອນຄົ້ນຄວ້າທີ່ທັນສະໄໝ ເຊິ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການສ້າງ ແລະ ບຳລຸງສ້າງພະນັກງານຫຼັກແຫຼ່ງ ໃຫ້ມີຄວາມູຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ ຕິດພັນກັບຄວາມຊ່ຽວຊານທາງດ້ານກົດໝາຍຢ່າງເລິກເຊິ່ງ. ການຍົກລະດັບຄວາມຮູ້ຄວາມສາມາດ ຂອງບຸກຄະລາກອນໃນລະບົບການປົກຄອງ ແມ່ນຫົວໃຈສໍາຄັນໃນການຮັບປະກັນປະສິດທິພາບ, ປະສິດທິຜົນຂອງການບໍລິຫານລັດ ແລະ ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງລັດ ແລະ ປະຊາຊົນ.

ຕາງໜ້າໃຫ້ແກ່ຝ່າຍ ສມປຊ, ທ່ານ ບຸນປັນ ສຸມຸນທອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນອັນລໍ້າຄ່າຈາກໂຄງການ JICA ແລະ ບັນດາຊ່ຽວຊານຍີ່ປຸ່ນ ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ມາໂດຍຕະຫຼອດ. ພ້ອມດຽວນີ້, ທາງສູນຈະນໍາເອົາປື້ມດັ່ງກ່າວໄປຈັດວາງ ແລະ ເຜີຍແຜ່ໄວ້ທີ່ຫໍສະໝຸດ ເພື່ອໃຫ້ພະນັກງານ, ນັກຄົ້ນຄວ້າ ແລະ ຜູ້ສົນໃຈ ໄດ້ນໍາໃຊ້ເຂົ້າໃນວຽກງານວິຊາຊີບ ແລະ ການຄົ້ນຄວ້າທິດສະດີການເມືອງ-ກາອງ ແມ່ນຫົວໃຈສໍາຄັນໃນການຮັບປະກັນປະສິດທິພາບ, ປະສິດທິຜົນຂອງການບໍລິຫານລັດ ແລະ ການປົ ກປ້ອງສິດຜົນປະໂຫຍດອັນຊອບທຳຂອງລັດ ແລະ ປະຊາຊົນ.

ຕາງໜ້າໃຫ້ແກ່ຝ່າຍ ສມປຊ, ທ່ານ ບຸນປັນ ສຸມຸນທອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນອັນລໍ້າຄ່າຈາກໂຄງການ JICA ແລະ ບັນດາຊ່ຽວຊານຍີ່ປຸ່ນ ທີ່ໄດ້ໃຫ້ຄວາ ມສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ມາໂດຍຕະຫຼອດ. ພ້ອມດຽວນີ້, ທາງສູ ນຈະນໍາເອົາປື້ມດັ່ງກ່າວໄປຈັດວາງ ແລະ ເຜີຍແຜ່ໄວ້ທີ່ຫໍສະໝຸດ ເພື່ອໃຫ້ພະນັກງານ-ຄູອາຈານ, ນັກສຶກສາ ແລະ ຜູ້ສົນໃຈ ໄດ້ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ການຄົ້ນຄວ້າທິດສະດີການເມືອງ-ການປົກຄອງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ