ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຢ່າງແຂງແຮງ, ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ແລະ ການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ແມ່ນປັດໄຈຕັດສິນຜົນໄດ້ຮັບຂອງການພັດທະນາປະເທດຊາດ. ດ້ວຍເຫດນັ້ນ, ວຽກງານຫໍສະໝຸດ ແລະ ສູນຂໍ້ມູນຂ່າວສານ ຈຶ່ງປຽບເໝືອນ “ຄັງສາງທາງດ້ານປັນຍາ” ທີ່ຂາດບໍ່ໄດ້ໃນການກໍ່ສ້າງບຸກຄະລາກອນ.

ອີງຕາມຄວາມຮຽກຮ້ອງຕ້ອງການດັ່ງກ່າວ, ໃນວັນທີ 25 ກັນຍາ 2026 ທ່ານ ໄມສຸກ ສອນຕຸໃຈ, ຮອງຫົວໜ້າສູນຄົ້ນຄວ້າ ແລະ ເຝິກອົບຮົມ, ສູນກາງແນວລາວສ້າງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບການສ້າງວັດທະນະທໍາການອ່ານ (ຫ້ອງສະໝຸດ) ແລະ ວຽກງານການຈັດວາງເອກະສານຕ່າງໆ ຢູ່ທີ່ຫໍສະໝຸດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ). ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ນ. ວະໄລລັກ ອະໄພ, ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ), ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ການສ້າງ ແລະ ພັດທະນາຫ້ອງສະໝຸດ ເປັນປັດໄຈຍຸດທະສາດທີ່ສໍາຄັນ ໃນການສົ່ງເສີມວັດທະນະທໍາການອ່ານ, ຮັບປະກັນການຮຽນຮູ້ຕະຫຼອດຊີວິດ ແລະ ການພັດທະນາຮູບແບບການສຶກສາຄົ້ນຄວ້າ ໃຫ້ແກ່ພະນັກງານຫຼັກແຫຼ່ງ. ສູນກາງແນວລາວສ້າງຊາດ ເຊິ່ງເປັນອົງການຈັດຕັ້ງໜ້າຮົບທີ່ສໍາຄັນຂອງພັກ ໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ, ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີລະບົບຖານຂໍ້ມູນຂ່າວສານ ແລະ ຫ້ອງສະໝຸດທີ່ທັນສະໄໝ, ເປັນລະບົບລະບຽບ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າທິດສະດີ, ແນວທາງນະໂຍບາຍ ແລະ ປະຫວັດສາດການປະຕິວັດ ໃຫ້ເລິກເຊິ່ງ. ການລົງຖອດຖອນບົດຮຽນ ຢູ່ ສມປຊ ໃນຄັ້ງນີ້ ຈຶ່ງເປັນການແລກປ່ຽນປະສົບການອັນລໍ້າຄ່າ ຈາກສະຖາບັນການສຶກສາຊັ້ນສູງທາງດ້ານການເມືອງຂອງພັກ ທີ່ເປັນແບບຢ່າງໃນການຄຸ້ມຄອງຂໍ້ມູນຂ່າວສານ.

ການແລກປ່ຽນຄັ້ງນີ້ ເປັນການຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ອີກດ້ວຍ. ໝາກຜົນຈາກການຖອດຖອນບົດຮຽນໃນຄັ້ງນີ້ ຈະຖືກນໍາໄປໝູນໃຊ້ເຂົ້າໃນການປັບປຸງ ແລະ ພັດທະນາຫ້ອງສະໝຸດ ຂອງສູນຄົ້ນຄວ້າ ແລະ ເຝິກອົບຮົມສູນກາງແນວລາວສ້າງຊາດ ໃຫ້ກາຍເປັນແຫຼ່ງຮຽນຮູ້ທີ່ໄດ້ມາດຕະຖານ, ເປັນພື້ນຖານອັນໜັກແໜ້ນໃນການສຶກສາອົບຮົມແນວຄິດ, ສ້າງພະນັກງານໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນທາດການເມືອງທີ່ໜັກແໜ້ນ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

————————————-

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ

situs slottotoslotpkv gameslk21slot777slot777slottoto 4dslot thailandslotslot gacor hari inislot gacorslot gacorslot thailandzonawin777zonawin777zonawin777slot777link slot gacor hari inizonawin777zonawin777zonawin777toto 4dsitus totoslot gacorzonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777Zonawin777Zonawin777Zonawin777zonawin777zonawin777Zonawin777Zonawin777Zonawin777Zonawin777Zonawin777Zonawin777tempur777slot gacorslot gacorslot gacorslot gacorslot gacoratatotoatatotototo 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtogel 4dtogel 4datatotototo 4dtoto 4dtoto 4datatotototo 4dtoto 4dligabolapkv gamespkv gameshttps://uniqueagency.pl/kompozytka/