ໃນຕອນບ່າຍ ຂອງວັນທີ 28 ກັນຍາ 2026 ເວລາ 14:00 ໂມງ, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີຕ້ອນຮັບຄະນະນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ລະບົບ 2 ເດືອນ ຊຸດທີ VI ຂອງຂະແໜງທະນາຄານ ທີ່ໄດ້ລົງມາທັດສະນະສຶກສາ ແລະ ຢ້ຽມຢາມ. ການລົງທັດສະນະສຶກສາຄັ້ງນີ້ ນໍາພາຄະນະໂດຍ ທ່ານ ນາງ ວິໄລພອນ ຈັນທະວົງ ຮອງຫົວໜ້າກົມຈັດຕັ້ງ ແລະພະນັກງານ, ທະນາຄານແຫ່ງ ສປປ ລາວ, ໂດຍມີນັກສຶກສາເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 33 ທ່ານ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ. ທ່ານໄດ້ກ່າວສະແດງຄ ວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຈຸດປະສົງ ຂອງການຈັດຕັ້ງການທັດສະນະສຶກສາຄັ້ງນີ້ ເຊິ່ງເປັນບາ ດກ້າວສໍາຄັນໃນການເຊື່ອມຊຶມເອົາຄວາມຮູ້ພາກທິດສະດີ ໄປຄຽງຄູ່ກັບການຮຽນຮູ້ຈາກພຶດຕິກຳຕົວຈິງ. ທ່ານ ປອ ສຸພາວະດີ ໄດ້ເນັ້ນໜັກວ່າ ສໍາລັບພະນັກງານນໍາພາ-ຄຸ້ມຄອງ ໂດຍສະເພາະໃນຂະແໜງການເງິ ນ-ທະນາຄານ ເຊິ່ງເປັນເສັ້ນເລືອດໃຫຍ່ຂອງເສດຖະກິດຊາດ, ການມີຄຸນທາດການເມືອງທີ່ໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນທີ່ຈະແຈ້ງ ແລະ ມີອຸດົມການສັງຄົມນິຍົມ ແມ່ນປັດໄຈຕັດສິນໃນການປະຕິບັດໜ້າທີ່ການ ເມືອງທີ່ພັກ ແລະ ລັດ ມອບໝາຍໃຫ້ສໍາເລັດຜົນ.

ຈາກນັ້ນ, ທ່ານ ນາງ ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດ ໄດ້ນໍາພາຄະນະນັກສຶກສາຢ້ຽມຊົມ ຫໍມູນເຊື້ອ ຂອງ ສມປຊ. ການຢ້ຽມຊົມຫໍມູນເຊື້ອ ບໍ່ພຽງແຕ່ແມ່ນການເບິ່ງຮູບພາບ ຫຼື ວັດຖຸພັນທາງ ປະຫວັດສາດເທົ່ານັ້ນ, ແຕ່ແມ່ນການສຶກສາອົບຮົມແນວຄິດການເມືອງອັນເລິກເຊິ່ງ. ບັນດານັກສຶກສາໄດ້ຮັບຟັງການບັນຍາຍກ່ຽວກັບປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ທີ່ຕິດພັນກັບພາລະກິດການປະຕິວັດຂອງພັກ; ໄດ້ຮຽນຮູ້ເຖິງຄຸນງາມຄວາມດີ, ຄວາມເສຍສະຫຼະ ແລະ ແບບ ແຜນວິທີເຮັດວຽກຂອງບັນດາຜູ້ນຳຮຸ່ນກ່ອນ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກໍ່ສ້າງ-ບຳລຸງພະນັກງານທຸກຮຸ່ນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຜ່ານການທັດສະນະສຶກສາຕົວຈິງໃນຄັ້ງນີ້, ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຂະແໜງທະນາຄານ ໄດ້ຮັບການປູກຈິດສໍານຶກອັນຖືກຕ້ອງ, ເຫັນໄດ້ເຖິງຄວາມສໍາຄັນ ຂອງການຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ເຊິ່ງເປັນພື້ນຖ ານອັນສໍາຄັນໃນການນໍາເອົາທິດສະດີມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ໄປໝູນໃຊ້ເຂົ້າໃນ ວຽກງານວິຊາສະເພາະຂອງຕົນໃນຕໍ່ໜ້າ.

ໃນຕອນທ້າຍ ຂອງການທັດສະນະສຶກສາ, ເພື່ອເປັນການສ້າງບັນຍາກາດອັນຟົດຟື້ນ ແລະ ຮັດແໜ້ນຄວາມສາມັກຄີຮັກແພງ, ຄະນະນັກສຶກສາທິດສະດີການເມືອງ ແລະ ບັນດາຄູ-ອາຈານ ສມປຊ ຍັງໄດ້ຮ່ວມກັນແຂ່ງຂັນກິລາເປຕັງມິດຕະພາບ ຢູ່ທີ່ເດີ່ນເປຕັງ ຂອງ ສມປຊ ດ້ວຍບັນຍາກາດແຫ່ງຄວາມໄມຕີຈິດ ມິດຕະພາບ ແລະ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

——————————

ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ນາງ ພາວັນ ວິລະວົງ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ