ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ໝູນໃຊ້ນິພົນ ໂຮ່ຈີມິນ ຄົບຊຸດ ແນໃສ່ຍົກສູງວຽກງານທິດສະດີການເມືອງໃນໄລຍະໃໝ່ ພິທີປິດການຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ປະຈຳປີ 2026 ໃຫ້ແກ່ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບ G-Chat, G-Share ແລະ ເອໄອ (AI) ເຂົ້າໃນການບໍລິຫານວຽກງານ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເພື່ອລົງເລິກຊຸກຍູ້ ຜົນສຳເລັດການນຳຂັ້ນສູງສອງພັກ-ສອງລັດ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງເຄື່ອນໄຫວຊີ້ນຳ ໂຮງຮຽນການເມືອງ-ການປົກຄອງ ແຂວງຈຳປາສັກ ເນັ້ນໜັກການຍົກລະດັບຄຸນນະພາບການສຶກສາໃຫ້ຕິດພັນກັບພຶດຕິກຳຕົວຈິງ

ຄະນະຄູ-ອາຈານ ແລະນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ພົບປະແລກປ່ຽນບົດຮຽນ ຮ່ວມກັບໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ

ໃນຕອນບ່າຍ ຂອງວັນທີ 21 ພຶດສະພາ 2025 ທີ່ສະໂມສອນ 21 ມີນາ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ ຄະນະຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ, ນໍາໂດຍ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ແລະ ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນ ແຂວງຄຳມ່ວນ ພ້ອມດ້ວຍຄະນະ…

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ທັດສະນະສຶກສາ ທີ່ຫ້ອງວ່າການປົກຄອງແຂວງຄໍາມ່ວນ.

ໃນຕອນເຊົ້າ ຂອງວັນທີ 21 ພຶດສະພາ 2025 ຢູ່ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ, ຄະນະຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ນໍາໂດຍທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບທິດສະດີການເມືອງຂັ້ນຕົ້ນ ໄດ້ເຄື່ອນໄຫວທັດສະນະສຶກສາ, ພົບປະແລກປ່ຽນບົດຮຽນ ແລະ ເກັບກຳຂໍ້ມູນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຄຳມ່ວນ ແລະ ວຽກງານ 3 ສ້າງ, ໂດຍການຕ້ອນຮັບຂອງ ທ່ານ ປອ ສົມສະອາດ…

ຂະບວນທັດສະນະ ຂອງຊຸດຝຶກອົບຮົມ ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II

ໃນຕອນແລງວັນທີ 21 ພຶດສະພາ 2025, ຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II ນໍາພາຂະບວນໄປທັດສະນະຄັ້ງນີ້ໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ ຄະນະພັກ ຫົວໜ້າຫ້ອງການ ແລະໃຫ້ກຽດຕ້ອນຮັບຂະບວນການດັ່ງກ່າວໂດຍ: ທ່ານ ສຈ ປອ ພິຊິດ ໄຊຍະທິດ ປະທານຫໍພິພິດຕະພັນ ສີລະປະລາວ ເຊິ່ງມີຜູ້ເຂົ້າຮ່ວມຂະບວນໄປທັດສະນະສຶກສາຄັ້ງນີ້ ຈໍານວນ 47…

ນັກສຶກສາທິດສະດີການເມືອງລະບົບປະລິນຍາໂທ ຮຸ່ນທີ XX ສາຂາການປົກຄອງ ໄປທັດສະນະສຶກສາ ຢູ່ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ

ໃນຕອນເຊົ້າວັນທີ 16 ພຶດສະພາ 2025 ນັກສຶກສາທິດສະດີການເມືອງ ລະບົບປະລິນຍາໂທ ຮຸ່ນທີ XX ສາຂາການປົກຄອງ ໄດ້ໄປທັດສະນະສຶກສາ ຢູ່ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ, ນໍາພາຂະບວນໄປທັດສະນະຄັ້ງນີ້ ໂດຍ: ທ່ານ ປທ ຄໍາຝັ້ນ ແສງແກ້ວ ຫົວໜ້າພາກວິຊາລັດ ແລະກົດໝາຍ ແລະ ທ່ານ ປທ ນ. ພຸດສະດາພອນ ພິມມະວົງສາ ຮອງຫົວໜ້າພາກວິຊາລັດ ແລະກົດໝາຍ…

ຂ່າວອື່ນໆ