ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ຂະບວນການທັດສະນະສຶກສາ ຂອງນັກເຝິກອົບຮົມເລຂາການນໍາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

    ໃນຕອນເຊົ້າວັນທີ 29 ມັງກອນ 2025 ຊຸດເຝິກອົບຮົມຫົວຂໍ້ສະເພາະເລຂາການນໍາ ຊຸດທີ I ໄປທັດສະນັກສຶກສາ ຢູ່ທີ່ຫໍພິພິທະພັນປະຫວັດສາດກອງທັບ ແລະອະນຸສອນສະຖານຄຸກກັກຂັງທ່ານຜູ້ນໍາພັກ-ແນວລາວຮັກຊາດ, ນໍາພາຂະບວນໄປທັດສະນະຄັ້ງນີ້ໂດຍ: ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ ແລະທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະໃຫ້ກຽດຕ້ອນຮັບຂະບວນການດັ່ງກ່າວໂດຍ: ທ່ານ ພັ.ທ ສີສຸມັງ ມີໄຊຜົນ ຫົວໜ້າອໍານວຍການຫໍພິພິທະພັນປະຫວັດສາດກອງທັບ ເຊິ່ງມີຜູ້ເຂົ້າຮ່ວມຂະບວນໄປທັດສະນະສຶກສາຄັ້ງນີ້…

ພິທີເປີດການແຂ່ງຂັນກິລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າ ສມປຊ ຄັ້ງ XIV

    ໃນຕອນບ່າຍ ຂອງວັນ​ທີ 29 ມັງກອນ 2025 ນີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດການແຂ່ງຂັນກິລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າ ສມປຊ ຄັ້ງ XIV ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ ຂຶ້ນຢ່າງເປັນທາງການ ເຊິ່ງໃຫ້ກຽດເຂົ້າຮ່ວມພິທີ ໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະພັກ,…

ພິທີ ເຜີຍແຜ່ ວຽກງານຕ້ານການສໍ້ລາດບັງຫຼວງ ແລະການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ ເນື່ອງໃນ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີ

    ໃນຕອນເຊົ້າວັນທີ 27 ມັງກອນ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເຜີຍແຜ່ ວຽກງານຕ້ານການສໍ້ລາດບັງຫຼວງ ແລະການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ ເນື່ອງໃນ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີ (9/12/2003-9/12/2024) ຢູ່ທີ່ສະໂມສອນ ສມປຊ ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ…

ໜ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກສົມບູນ

    ໂດຍປະຕິບັດຕາມ ກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ ສະໄໝທີ XI, ໃນວັນທີ 24 ມັງ ກອນ 2025 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີຮັບສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີສະມາຊິກພັກສົມບູນທີ່ເປັນພະນັກງານ-ຄູອາຈານ ແລະນັກສຶກສາຂັ້ນກາງ ຮຸ່ນທີ…

ຂ່າວອື່ນໆ