ໃນຕອນເຊົ້າວັນທີ 29 ມັງກອນ 2025 ຊຸດເຝິກອົບຮົມຫົວຂໍ້ສະເພາະເລຂາການນໍາ ຊຸດທີ I ໄປທັດສະນັກສຶກສາ ຢູ່ທີ່ຫໍພິພິທະພັນປະຫວັດສາດກອງທັບ ແລະອະນຸສອນສະຖານຄຸກກັກຂັງທ່ານຜູ້ນໍາພັກ-ແນວລາວຮັກຊາດ, ນໍາພາຂະບວນໄປທັດສະນະຄັ້ງນີ້ໂດຍ: ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ ແລະທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະໃຫ້ກຽດຕ້ອນຮັບຂະບວນການດັ່ງກ່າວໂດຍ: ທ່ານ ພັ.ທ ສີສຸມັງ ມີໄຊຜົນ ຫົວໜ້າອໍານວຍການຫໍພິພິທະພັນປະຫວັດສາດກອງທັບ ເຊິ່ງມີຜູ້ເຂົ້າຮ່ວມຂະບວນໄປທັດສະນະສຶກສາຄັ້ງນີ້ ຈໍານວນ 44 ທ່ານ, ຍິງ 9 ທ່ານ ພ້ອມທັງອາຈານຕິດຕາມ 5 ທ່ານ, ເຊິ່ງໄດ້ ດໍາເນີນເປັນເວລາເຄິ່ງມື້.
ຈຸດປະສົງໃນການນໍາພາຂະບວນການທັດສະນະສຶກສາໃນຄັ້ງນີ້ ກໍເພື່ອຮຽນເອົາມູນເຊື້ອອັນດີງາມ, ຄຸນ ສົມບັດສິນທໍາປະຕິວັດ ຂອງກອງທັບ ແລະບົດຮຽນອື່ນໆ. ເຊິ່ງໃນນັ້ນ, ນັກເຝິກອົບຮົມໄດ້ເຂົ້າຢ້ຽມຊົມອະນຸສອນສະຖານຄຸກກັກຂັງທ່ານຜູ້ນໍາພັກ-ແນວລາວຮັກຊາດ ແລະເຂົ້າຢ້ຽມຊົມພາຍໃນຫໍພິິພິທະພັນ ຟັງການບັນລະຍາຍ ກ່ຽວກັບການເຄື່ອນໄຫວຕ່າງໆຂອງກອງທັບ ພ້ອມທັງຕັ້ງຄໍາຖາມແລກປ່ຽນຈໍານວນໜຶ່ງ.
ຜົນຂອງການໄປທັດສະນະສຶກສາຄັ້ງນີ້ ເຮັດໃຫ້ນັກເຝິກອົບຮົມໄດ້ຮຽນຮູ້ຫຼາຍຢ່າງ ຄື: ໄດ້ຮັບຮູ້ມູນເຊື້ອປະຫວັດຄວາມເປັນມາ ກ່ຽວກັບກອງທັບປະຊາຊົນປະຕິວັດລາວ ແລະປະຫວັດສາດຂອງປະເທດຕົນ, ຮັບຮູ້ກ່ຽວກັບໄຊຊະນະ ຂອງກອງທັບປະຊາຊົນປະຕິວັດລາວ ແລະໄລຍະຂອງການປະຕິວັດ ແລະການເຕີບໃຫຍ່ຂະຫຍາຍ ຕົວ ຂອງກອງທັບປະຊາຊົນລາວ ແລະວຽກຕ່າງໆທີ່ກ່ຽວຂ້ອງ.
ພາຍຫຼັງສໍາເລັດການ ເຂົ້າຢ້ຽມຊົມອະນຸສອນສະຖານຄຸກກັກຂັງທ່ານຜູ້ນໍາພັກ-ແນວລາວຮັກຊາດ ແລະເຂົ້າຢ້ຽມຊົມພາຍໃນຫໍພິິພິທະພັນ ຟັງການບັນລະຍາຍ ກ່ຽວກັບການເຄື່ອນໄຫວຕ່າງໆ ຂອງກອງທັບ ຄະນະນໍາພານັກເຝິກອົບຮົມ ກໍໄດ້ກ່າວຄໍາຂອບໃຈມາຍັງທ່ານ ພັ.ທ ສີສຸມັງ ມີໄຊຜົນ ຫົວໜ້າອໍານວຍການຫໍພິພິທະພັນປະຫວັດ ສາດກອງທັບ ພ້ອມທັງຄະນະບັນລະຍາຍ ແລະນໍາພາຢ້ຽມຊົມບັນດາສະຖ່ານທີ່ຕ່າງໆ.
ພາບ: ນັກເຝິກອົບຮົມເລຂາການນໍາ
ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ