ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 254/ຄປພຂ, ລົງວັນທີ 16/06/2022 ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນຮຸ່ນທີ VIII ເມືອງແປກ ສົກປີ 2022, ອີງຕາມໂຄງການຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນສະບັບເລກທີ 858/ ສມປຊ, ລົງວັນທີ 04/08/2014.

ໃນຕອນແລງຂອງ ວັນທີ 21/06/2022 ເວລາ 13:00 ທີສະໂມສອນຫ້ອງວ່າການເມືອງແປກ ໂຮງຮຽນການເມືອງ ແລະການປົກຄອງ ໄດ້ຈັດພິທີເປີດຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນຮຸ່ນທີ VIII ຂອງເມືອງແປກ ເປັນກຽດເຂົ້າຮ່ວມໂດຍ: ທ່ານ ພົນຈັດຕະວາ ບຸນລົດ ຄໍາແພງພັນ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ, ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ ອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແຂວງຊຽງຂວາງ, ທ່ານ ກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ ເຈົ້າເມືອງເມືອງແປກ, ແຂກຖືກເຊີນ ແລະບັນດາຫ້ອງການອ້ອມຂ້າງເມືອງ, ຄະນະຮັບຜິດຊອບຊຸດຮຽນ ແລະນັກສຶກສາລວມທັງໝົດແມ່ນ 115 ຄົນ.

ພິທີດັ່ງກ່າວ ໃດ້ຜ່ານມະຕິຕົກລົງຂອງ ຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເປີດຊຸດຮຽນ ທິດສະດີການເມືອງ ແລະການປົກຄອງລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີ VIII ເມືອງແປກ ສົກປີ 2022, ມະຕິຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ, ຄູ-ອາຈານ ຮຽນທິດສະດີການເມືອງ ແລະການປົກຄອງລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີ VIII ເມືອງແປກ ສົກປີ 2022 ຈຳ ນວນ 77 ຄົນ, ຍິງ 30 ຄົນ, ໃນພິທີດັ່ງກ່າວ ທ່ານ ຄໍາຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າອຳນວຍການໂຮງຮຽນການເມືອງ ແລະການປົກຄອງແຂວງ ແຂວງຊຽງຂວາງ ກໍໄດ້ຜ່ານໂຄງການຫຼັກສູດ ໄລຍະເວລາຮຽນລະບົບຊັ້ນຕົ້ນໂດຍໃຊ້ໄລຍະເວລາທັງໝົດໃນການປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ ລວມມີ 336 ຊົ່ວໂມງທຽບເທົ່າ 48 ວັນ (ທາງລັດຖະການ), ໃນນັ້ນ, ມີບັນຍາຍບົດຮຽນທັງໝົດ 146 ຊົ່ວໂມງ, ສຳມະນາບົດຮຽນລວມທັງໝົດ 32 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈລວມທັງໝົດ 32 ຊົ່ວໂມງ, ທວນເສັງປາກເປົ່າມີ 5 ວິຊາ ລວມ 20 ຊົ່ວໂມງ, ສອບເສັງລວມທັງໝົດ 47 ຊົ່ວໂມງ, ພິທີເປີດ ແລະພິທີປິດລວມທັງໝົດ 14 ຊົ່ວໂມງ (ເທົ່າກັບ 2 ວັນ) ໄປທັດສະນະສຶກສາ 3 ຄັ້ງ ລວມທັງໝົດເທົ່າກັບ 21 ຊົ່ວໂມງ (3 ວັນ), ກິດຈະກໍາລວມທັງໝົດ 24 ຊົ່ວໂມງ ແລະຮຽນທັງໝົດມີ 9 ວິຊາຮຽນຄື: 1). ວິຊາ ປັດສະຍາມາກ-ເລນິນ ລວມມີ 2 ໜ່ວຍກິດ (ໜ່ວຍກິດ 1 ມີ 16 ຊົ່ວໂມງ), 2). ວິຊາ ເສດຖະສາດການເມືອງ ລວມມີ 2 ໜ່ວຍກິດ, 3). ວິຊາ ຄູ້ມຄອງເສດຖະກິດລວມມີ 1 ໜ່ວຍກິດ, 4). ວິຊາ ລັດທິສັງຄົມນິຍົມວິທະຍາສາດ ລວມມີ 2 ໜ່ວຍກິດ, 5). ວິຊາ ການເມືອງວິທະຍາ ລວມມີ 1 ໜ່ວຍກິດ, 6). ວິຊາ ທິດສະດີລັດ ແລະກົດໝາຍ ລວມມີ 2 ໜ່ວຍກິດ, 7). ວິຊາ ການປົກຄອງ ລວມມີ 1 ໜ່ວຍກິດ, 8). ວິຊາ ກໍ່ສ້າງພັກ ລວມມີ 2 ໜ່ວຍກິດ; 9). ວິຊາຂົນຂວາຍກໍ່ສ້າງຮາກຖານລວມມີ 1 ໜ່ວຍກິດ ແລະໃນຕອນທ້າຍພິທີກໍໄດ້ຮັບຟັງຄຳໂອ້ລົມ ຂອງ ທ່ານ ພົນຈັດຕະວາ ບຸນລົດ ຄຳແພງພັນ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ຕໍ່ກັບຄະນະຮັບຜິດຊອບ, ນັກສຶກສາ ແລະ ທ່ານ ກໍໄດ້ກ່າວເປີດຊຸດຮຽນການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີ VIII ເມືອງແປກ ສົກປີ 2022 ຢ່າງເປັນທາງການ.

ຂ່າວ/ພາບ ຄອນສະຫວັນ ສຸວັນດີ ໂຮງຮຽນການເມືອງ ແລະການປົກຄອງແຂວງ ແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ