ໃນຕອນບ່າຍ ຂອງວັນ​ທີ 29 ມັງກອນ 2025 ນີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດການແຂ່ງຂັນກິລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າ ສມປຊ ຄັ້ງ XIV ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ ຂຶ້ນຢ່າງເປັນທາງການ ເຊິ່ງໃຫ້ກຽດເຂົ້າຮ່ວມພິທີ ໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ;  ມີບັນດາທ່ານ ໃນຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ;​ ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະຂະບວນການ ຂອງ ສມປຊ ກໍໃຫ້ກຽດເຂົ້າຮ່ວມ; ທ່ານ ປທ ແສງຈັນ ຈັນທະສຸກ ຫົວໜ້າຄະນະຮັບຜິດຊອບກິລາ-ສິລະປະວັນນະຄະດີ ສມປຊ. ພ້ອມນັ້ນ, ມີບັນດາທ່ານແຂກຈາກພາກສ່ວນຕ່າງໆ, ອົງການຈັດຕັ້ງມະຫາຊົນ ພາຍໃນສະຖາບັນ ຕະຫຼອດຮອດນັກກິລາ, ພະນັກງານ ຄູ-ອາຈານ, ນັກສຶກສາທຸກຮຸ່ນທຸກລະບົບ ເຂົ້າຮ່ວມຢ່າງພ້ອມພຽງ, ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 300 ກວ່າທ່ານ.

    ໃນພິທີ ທ່ານ ປທ ແສງຈັນ ຈັນທະສຸກ ຫົວໜ້າຄະນະຮັບຜິດຊອບກິລາ-ສິລະປະວັນນະຄະດີ ສມປຊ ກໍໄດ້ຜ່ານແຜນການເຄື່ອນໄຫວກິລາຄັ້ງນີ້ ຈຸດປະສົງ ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ, ທັງເຮັດໃຫ້ວຽກງານກິດຈະກຳ (ກິລາ, ສິລະປະວັນນະຄະດີ) ກາຍເປັນກຳລັງແຮງປະ ກອບສ່ວນຊຸກຍູ້ ການຈັດຕັ້ງປະຕິບັດທິດທາງແຜນການເຄື່ອນໄຫວ ຂອງຄະນະບໍລິຫານງານພັກສະຖາບັນ ໂດຍສະເພາ ະແມ່ນເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ, ຕ້ອນຮັບວັນສຳຄັນຕ່າງໆ ຂອງຊາດ ໃຫ້ມີຄວາມເບີກບານມ່ວນຊື່ນ ທັງເປັນການປຸກລະດົມ ແລະສົ່ງເສີມຮີດຄອງປະເພນີ, ວັດທະນະທຳອັນດີງາມແລະຄວາມສາມັກຄີ ຂອງພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນ, ທຸກລະບົບ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ສົ່ງເສີມໃຫ້ພະນັກງານ-ລັດຖະກອນ, ຄູ-ອາຈານ ແລະນັກສຶກສາທົ່ວສະຖາບັນ ໄດ້ມີໂອກາດເຄື່ອນໄຫວວຽກງານກິດຈະກຳ, ຝຶກແອບ ແລະປະກອບສ່ວນເຂົ້າໃນວຽກງານຕ່າງໆ ເຮັດໃຫ້ມີບັນຍາກາດຟົດຟື້ນ, ມີຈິດໃຈເບີກບານມ່ວນຊື່ນ ແລະມີສຸຂະພາບແຂງແຮງ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ ຈາກຂັ້ນເທິງໃຫ້ສຳເລັດ ແລະສ້າງເງື່ອນໄຂໃຫ້ທຸກຄົນ, ພາກສ່ວນຕ່າງໆ ໄດ້ເປັນເຈົ້າການເຄື່ອນໄຫວ, ປະກອບສ່ວນທາງດ້ານເຫື່ອແຮງ, ວັດຖຸປັດໄຈ ເຂົ້າໃນການເຄື່ອນໄຫວວຽກງານກິດຈະກຳກິລາ-ສິລະປະວັນນະຄະດີ ກໍຄືວຽກງານລວມ ຂອງສະຖາບັນ, ທັງເປັນການນຳໃຊ້ທ່າແຮງ ແລະຄວາມສາມາດບົ່ມຊ້ອນ ດຶງດູດເອົາການສະໜັບສະໜູນຈາກພາກສ່ວນຕ່າງໆ ທັງພາຍໃນ ແລະພາຍນອກ ໃຫ້ກວ້າງຂວາງກວ່າເກົ່າ; ເປັນການຍົກສູງວຽກງານຂະບວນການ ທາງດ້ານກິລາ-ສິລະປະວັນນະຄະດີ ໃຫ້ນັບມື້ນັບສູງຂຶ້ນ ໂດຍຕິດພັນກັບວຽກງານອື່ນໆ ເປັນການສົ່ງເສີມພອນສະຫວັນ, ຫົວຄິດປະດິດສ້າງ ຂອງບຸກຄົນພະນັກງານ-ລັດຖະກອນ, ນັກສຶກສາ ໃນການເຂົ້າຮ່ວມວຽກງານກິລາ-ສິລະປະວັນນະຄະດີ ແລະປະດິດຄິດແຕ່ງບັນດາບົດເພງ, ບົດຂັບລຳປະເພດຕ່າງໆປະກອບສ່ວນ ໃນການໂຄສະນາ, ປຸກ ລະດົມໃຫ້ມະຫາຊົນ, ຊັ້ນຄົນຕ່າງໆຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງນະໂຍບາຍຂອງພັກ, ວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງຊາດ ແລະບົດບາດຄວາມສຳຄັນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ສູງຂຶ້ນກວ່າເກົ່າ. ການສ້າງຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ຄັ້ງນີ້ ມີການແຂ່ງຂັນກິລາ 5 ປະເພດ ຄື: ບານເຕະຊາຍ, ຍິງ; ບານສົ່ງຊາຍ, ຍິງ; ເປຕັງຊາຍ, ຍິງ; ກະຕໍ້ຊາຍ ແລະດຶງເຊືອກປະສົມຊາຍ-ຍິງ. ສໍາລັບສິລະປະວັນນະຄະດີ ປະກອບມີ 4 ປະເພດ ຄື: ບົດເພງ, ເນື້ອຮ້ອງ, ທຳນອງ; ບົດຂັບລຳທ້ອງຖິ່ນ, ເນື້ອຮ້ອງ, ທຳນອງ; ບົດຟ້ອນໝູ່ຊາຍ-ຍິງ; ເປົ່າແຄນ. ທີມນັກກິລາ-ສິລະປະວັນນະຄະດີ ເຂົ້າຮ່ວມການແຂ່ງຂັນ ມີຄື: ທີມພະນັກງານ, ຄູ-ອານຈານ; ທີມນັກສຶກສາປະລິນຍາໂທ ຮຸ່ນທີ XX ຫ້ອງ ກໍ; ທີມນັກສຶກສາປະລິນຍາໂທ ຮຸ່ນທີ XX ຫ້ອງ ຂໍ; ທີມນັກສຶກສາຂັ້ນສູງ 9 ເດືອນ ຮຸ່ນທີ VI; ທີມນັກສຶກສາຂັ້ນສູງ 9 ເດືອນ ຮຸ່ນທີ VII; ທີມນັກສຶກສາຂັ້ນກາງ 6 ເດືອນ ຮຸ່ນທີ IV.

    ໃນພິທີ ໄດ້ຜ່ານເນື້ອໃນຂອງການແຂ່ງຂັນ ເພື່ອໃຫ້ນັກກິລາ ແລະຜູ້ຊົມຜູ້ເຊຍ ມີຄວາມເຂົ້າໃຈເປັນເອກະພາບກັນ ຕໍ່ກັບແຜນການເຄື່ອນໄຫວກິລາ-ສິລະປະວັນນະຄະດີ ແລະກົດລະບຽບກິລາ ແລະສິລະປະວັນນະຄະດີປະເພດຕ່າງໆ ພ້ອມທັງຮັບຟັງການກ່າວຄຳປະຕິຍານ ຂອງກຳມະການ ແລະນັກກິລາ.

    ຫຼັງຈາກສຳເລັດພິທີເປີດຢ່າງເປັນທາງການ ກໍໄດ້ຈັດການແຂ່ງຂັນກິລາບານເຕະຊາຍ ລະຫວ່າງ ທີມນັກສຶກສາຂັ້ນກາງ 6 ເດືອນ ຮູ່ນທີ IV ແລະທີມນັກສຶກສາຂັ້ນສູງ 9 ເດືອນ ຮູ່ນທີ VII ຊຶ່ງຜົນການແຂ່ງຂັນແມ່ນທີມນັກສຶກສາຂັ້ນກາງ 6 ເດືອນ ຮູ່ນທີ IV ເອົາຊະນະທີມນັກສຶກສາຂັ້ນສູງ 9 ເດືອນ ຮູ່ນທີ VII ດ້ວຍການຍິງປະຕູ 8 ຕໍ່ 2. ຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າ ສມປຊ ໃນຄັ້ງນີ້ ເລີ່ມແຕ່ວັນທີ 29 ທັນວາ 2025 ຫາວັນທີ 29 ມີນາ 2025 ຈຶ່ງປິດພິທີຢ່າງເປັນທາງການ.

ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

(ພະແນກຄົ້ນຄວ້າວິໄຈຂ່າວ ສມປຊ)