ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳປີ 2021 ແລະຜ່ານທິດທາງແຜນການປະຈໍາປີ 2022 ຂອງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຂຶ້ນໃນຕອນເຊົ້າຂອງວັນທີ 25 ມັງກອນ 2022. ພາຍໃຕ້ການເປັນປະທານຊີ້ນໍາກອງປະຊຸມ ໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ທີ່ປຶກສາ ຄະນະສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ນອກຈາກນີ້ ຍັງມີບັນດາທ່ານຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ບັນດາທ່ານໃນຄະນະປະຈຳສະພາທິດສະດີສູນກາງພັກ ແລະບັນດາທ່ານນັກວິທະຍາສາດ ພ້ອມດ້ວຍພະນັກງານຄູ-ອາຈານ ພາຍໃນ ສູນຄົ້ນຄວ້າກໍເຂົ້າຮ່ວມ 30 ກວ່າຄົນ.

ເຊິ່ງຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2021 ວາງທິດທາງແຜນການປະຈໍາປີ 2022. ກອງປະຊຸມໄດ້ຕີລາຄາສູງຕໍ່ກັບຜົນສຳເລັດຂອງວຽກງານການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຕະຫຼອດ ໄລຍະ 3 ປີ ຜ່ານມາ, ເປັນຕົ້ນແມ່ນການຄົ້ນຄວ້າສຳເລັດຫົວຂໍ້ລົງເລິກຈໍານວນ 5 ຫົວຂໍ້ ທີ່ປີ່ນອ້ອມຫົວຂໍ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບພາລະກິດປ່ຽນແປງໃໝ່ຢູ່ປະເທດເຮົາ, ເຊິ່ງປັດຈຸບັນຍັງ ຢູ່ໃນຂັ້ນຕອນການຮັບຮອງຈາກສະພາທິດສະດີສູນກາງພັກ ກະກຽມຈັດພິມເພື່ອຮັບໃຊ້ສັງຄົມ, ນອກຈາກນີ້ໃນສົກປີ 2021 ຍັງໄດ້ຈັດຕັ້ງການຄົ້ນຄວ້າບົດວິທະສາດ 4 ຫົວຂໍ້ໃຫຍ່ ຄື:

ໜຶ່ງ “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ”.

ສອງ “ຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໃນໄລຍະກ່ອນປີ 1955”.

ສາມ “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ”

ສີ່ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ”.

ເຊິ່ງປັດຈຸບັນຢູ່ໃນຂັ້ນຕອນການບັນນາທິການຂອງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເພື່ອກະກຽມຈັດກອງປະຊຸມສຳມະນາລະດັບຊາດ ຄາດຄະເນການຈັດສຳມະນາແມ່ນໄລຍະຕົ້ນເດືອນມີນາ.

ພາຍໃນກອງປະຊຸມຍັງໄດ້ມີການປຶກສາຫາລື ກ່ຽວກັບທິດທາງແຜນການ ໃນການຄົ້ນຄວ້າຫົວຂໍ້ ປະຈຳປີ 2022 ເຊິ່ງປະກອບດ້ວຍ 4 ຫົວຂໍ້ໃຫຍ່ ດັ່ງນີ້:

1). “ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງ ແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ”, ມອບໃຫ້ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຮັບຜິດຊອບຄົ້ນຄວ້າ.

2). “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ”, ມອບໃຫ້ ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະທ່ອງທ່ຽວຮັບຜິດຊອບຄົ້ນຄວ້າ.

3). “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ”, ມອບໃຫ້ສູນກາງສະຫະພັນກຳມະບານລາວຮັບຜິດຊອບຄົ້ນຄວ້າ.

4). “ຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະແຕ່ປີ 1955-1975”ມອບໃຫ້ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຮັບຜິດຊອບຄົ້ນຄວ້າ, ພ້ອມທັງຮ່ວມກັນປຶກສາຫາລືກ່ຽວກັບການສ້າງນິພົນຄົບຊຸດ ໄກສອນ ພົມວິຫານ ສະເພາະໃນປີ 2022 ໃຫ້ສຳເລັດຢ່າງໜ້ອຍ 3 ເຫຼັ້ມ ຫຼື ສ້າງຜະລິດຕະພັນໃດໜຶ່ງ ຂອງການຄົ້ນຄວ້າວິທະຍາສາດ ກ່ຽວກັບແນວຄິດ ຂອງປະທານ ໄກສອນ ພົມວິຫານ.

ນອກຈາກນີ້, ໃນພິທີໄດ້ມອບໃບຍ້ອງຍໍໃຫ້ພາກສ່ວນທີ່ສະໜອງຂໍ້ມູນກ່ຽວກັບປະທານ ໄກສອນ ພົມວິຫານ ໃນໄລຍະຜ່ານມາມີ 6 ພາກສ່ວນຄື:

1) ກົມເອກະສານແຫ່ງຊາດ ກະຊວງພາຍໃນ.

2) ຫໍພິພິທະພັນ ໄກສອນ ພົມວິຫານ.

3) ກົມສຳເນົາເອກະສານ ຫ້ອງວ່າການສູນກາງພັກ.

4) ກົມພິພິທະພັນ ໄກສອນ ພົມວິຫານ ແລະອະນຸສອນສະຖານຜູ້ນຳປະຕິວັດ

5) ໜັງສືພິມປະຊາຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ.

6) ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເມືອງວຽງໄຊ ແຂວງຫົວພັນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ