ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 285/ຄປພຂ ລົງວັນທີ 23 ສິງຫາ 2022 ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນຮຸ່ນທີ VIII ເມືອງແປກປີ 2022, ອີງຕາມໂຄງການຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງລະບົບກໍ່ສ້າງຊັ້ນຕົ້ນສະບັບເລກທີ 858/ ສມປຊ, ລົງວັນທີ 04/08/2014.

ໃນຕອນເຊົ້າຂອງວັນທີ 2 ກັນຍາ 2022 ເວລາ 8.00 ໂມງ ທີ່ສະໂມສອນ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງລະບົບກໍ່ສ້າງຊັ້ນຕົ້ນຮຸ່ນທີ VIII ຂອງເມືອງແປກເປັນກຽດເຂົ້າຮ່ວມໂດຍ ທ່ານ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ, ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ, ອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ທ່ານ ຄຳກ້ອນ ອົ້ວນວນສາ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກງານພັກພະນັກງານ, ແຂກຮັບເຊີນມີບັນດາຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານ ແລະນັກສຶກສາລວມທັງໝົດ 120 ກວ່າສະຫາຍ.

ພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີ VIII ເມືອງແປກປີ 2022, ມະຕິຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ, ຄູ-ອາຈານ ຮຽນທິດສະດີການເມືອງ ແລະການປົກຄອງລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີ VIII ເມືອງແປກປີ 2022 ຈຳນວນ 77 ສະຫາຍ; ຍິງ 30 ສະຫາຍ,

ໃນພິທີດັ່ງກ່າວ ທ່ານ ຄໍາຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າອຳນວຍການໂຮງຮຽນການ ເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ປະຈຳສົກປີ 2021-2022 ແລະທິດທາງແຜນການປະຈໍາສົກປີ 2022-2023.

ນອກນັ້ນ, ທ່ານຍັງໃຫ້ຮູ້ວ່າຊຸດຮຽນນີ້ມີນັກສຶກສາທີ່ຮຽນຈົບທັງໝົດ 55 ສະຫາຍ, ຍິງ 23 ສະຫາຍ ແລະໃນຊຸດນີ້ມີນັກສຶກສາຈໍານວນ 77 ສະຫາຍ, ຍິງ 30 ສະຫາຍ ແລະມີນັກສຶກສາຮຽນດີຮຽນເກັ່ງປະເພດ 1 ມີ 23 ສະຫາຍ, ນັກສຶກສາຮຽນດີຮຽນເກັ່ງປະເພດ 2 ມີ 33 ສະຫາຍ ແລະນັກສຶກສາຮຽນດີຮຽນເກັ່ງປະເພດ 3 ມີ 21 ສະຫາຍ, ນັກສຶກສາທີ່ໄດ້ຄະແນນດີເລີດ ໄດ້ A ທັງໝົດ 9 ວິຊາຮຽນທັງໝົດແມ່ນ 13 ສະຫາຍ ແລະນັກສຶກສາທີ່ໄດ້ຄະແນນດີຫຼາຍແມ່ນ 64 ສະຫາຍ.

ຂ່າວ/ພາບ: ຄອນສະວັນ ສຸວັນດີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ