ກອງ​ປະຊຸມສຳ​ມະ​ນາ​ວິຊາການ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ແລະສະຖາບັນການປົກຄອງແຂວງກວາງຊີ​ໃຕ້​ຫົວ​ຂໍ້:  “ການແລກປ່ຽນບົດຮຽນດ້ານການຄຸ້ມຄອງ ບໍລິຫານປະເທດຂອງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ” ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2022 ໃນຮູບແບບອອນໄລ, ກອງ​ປະຊຸມ​ສຳ​ມະ​ນາ​​ໃນ​ຄັ້ງ​ນີ້ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ ນອກຈາກ​ເປັນ​ການ​ຄົ້ນຄວ້າແລກປ່ຽນ​ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ​ແລະພຶດຕິ​ກຳທີ່​ມີ​ຊີວິດ​ຊີວາ​ແລ້ວ ຍັງ​ຈະ​ປະກອບ​ສ່ວນ​ເຂົ້າ​ໃນ​ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍການຄຸ້ມຄອງ ບໍລິຫານປະເທດ ຂອງພັກຂອງແຕ່ລະປະເທດໃຫ້ເຂົ້າສູ່ລວງເລິກ.

ກອງ​ປະຊຸມສຳ​ມະ​ນາ​ໃນຄັ້ງນີ້ ຝ່າຍລາວນຳໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ພ້ອມດ້ວຍນັກວິທະຍາສາດ ພະນັກງານ, ຄູ-ອາຈານ ແລະ ຝ່າຍ ສປ ຈີນ ນຳໂດຍ: ທ່ານ ເຫວີຍຢື້ພິງ ຮອງຫົວໜ້າສະຖາບັນການປົກຄອງແຂວງກວາງຊີ ພ້ອມດ້ວຍນັກວິທະຍາສາດ ພະນັກງານ, ຄູ-ອາຈານ.

​ພາຍໃນກອງປະຊຸມບັນດານັກວິທະຍາສາດທັງ 2 ຝ່າຍ ທີ່ເຂົ້າຮ່ວມກອງປະຊຸມໄດ້ຜ່ານບົດສຳມະນາວິຊາການ 6 ຫົວຂໍ້ຍ່ອຍ, ຊຶ່ງເນື້ອ​ໃນ​ບົດ​ປະ​ກອບ​ຄຳ​ເຫັນ​ ທີ່ນັກວິທະຍາ​ສາດ ນຳສະເໜີຕໍ່​ກອງ​ປະຊຸມເຫັນວ່າມີຄວາມອຸດົມສົມບູນ, ສ້າງຄວາມກະຈ່າງແຈ້ງໄດ້ໃນຫຼາຍບັນຫາ, ການວິເຄາະ, ວິໄຈແຕ່ລະບັນຫາເຫັນວ່າ ມີວິທີວິທະຍາທີ່ຊັດເຈນ ດ້ວຍການນຳໃຊ້ ວິທີສັດຈະວິພາກວັດຖຸນິຍົມ ຂອງລັດທິມາກ-ເລນິນ ແລະວິທີວິທະຍາໃນການຄົ້ນຄວ້າທິດສະດີ ແລະພຶດຕິກຳ ທີ່ສອດຄ່ອງໃນການຄຸ້ມຄອງບໍລິຫານປະເທດ ຂອງພັກກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ດ້ວຍການນຳສະເໜີທັດສະນະໃນການປັບປຸງອົງການນິຕິບັນຍັດໃຫ້ເປັນລະບົບຄົບຊຸດ; ປັບປຸງອຳນາດລັດໃຫ້ມີຄວາມເປັນເອກະພາບຕາມແນວທາງຄຸ້ມຄອງບໍລິຫານປະເທດຂອງພັກ. ພ້ອມທັງໄດ້ເນັ້ນໜັກວ່າ: ຄວນເອົາໃຈໃສ່ໃນການແບ່ງຂັ້ນຄຸ້ມຄອງ ພ້ອມທັງເອົາໃຈໃສ່ປັບປຸງກົງຈັກການບໍລິຫານລັດຂັ້ນສູນກາງ ແລະທ້ອງຖິ່ນ; ເພີ່ມທະວີການຄຸ້ມຄອງລັດຖະບານໃຫ້ເປັນລະບົບ ແລະເຂັ້ມງວດ; ຈັດຕັ້ງຜັນຂະຫຍາຍນິຕິກຳ ແລະລະບຽບການບໍລິຫານຢ່າງແຂງແຮງ ແລະເລິກເຊິ່ງ ແນໃສ່ເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ໃນລະບົບການບໍລິຫານລັດຂອງພັກ, ມີການຫັນປ່ຽນທີ່ຕັ້ງໜ້າ. ການແບ່ງຂັ້ນຄຸ້ມຄອງຕ້ອງໄປພ້ອມກັບແບ່ງຄວາມຮັບຜິດຊອບ, ຜົນປະໂຫຍດ ແລະງົບປະມານ.

 ກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຄໍາເຫັນບັນດານັກວິທະຍາສາດຂອງຝ່າຍທີ່ໄດ້​ສົນ​ທະ​ນາກັນ​, ແລກ​ປ່ຽນບົດ​ຮຽນ​ໃນ​ແຕ່​ລະ​ບັນຫາ​ດ້ວຍ​ຄວາມ​ຈິງ​ໃຈ​ ແລະກົງ​ໄປກົງ​ມາເຊິ່ງມີ​ຄວາມ​ກະຈ່າງ​​ແຈ້ງ​ທັງ​ໃນ​ແງ່​ທິດ​ສະ​ດີ​ວິທະຍາສາດ ​ແລະພຶດຕິ​ກຳທີ່ມີຊີວິດຊີວາ, ມີ​ຄວາມ​ໝາຍ​ສໍາຄັນໃຫ້ແກ່ການສືບຕໍ່ນຳພາຄຸ້ມຄອງບໍລິຫານປະເທດຂອງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ.

ໃນຕອນທ້າຍກອງປະຊຸມ ທ່ານ ປອ ດາວສະຫວັນ ເຄືອມີໄຊ ແລະ ທ່ານເຫວີຍຢື້ພິງ ຕ່າງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ກັບນັກວິທະຍາສາດ, ​ບັນດາພະນັກງານ​, ຄູ-​ອາຈານ ຂອງສອງສະຖາບັນທີ່​ໄດ້​ສຸມ​ທຸກ​ປັນຍາກຳລັງວັງຊາ​ເຂົ້າ​ໃນ​ການ​ຂີດ​ຂຽນເຮັດໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ ດໍາເນີນ​ໄປ​ດ້ວຍ​ຜົນ​ສຳ​ເລັດອັນ​ຈົບ​ງາມ ແລະໄດ້ສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະສາຍພົວພັນແບບຄູ່ຮ່ວມຊາຕາກໍາສັງຄົມນິຍົມ ທີ່ບໍ່ສາມາດທັບມ້າງໄດ້ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວຈົ່ງໝັ້ນຄົງທະນົງແກ່ນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ