ໃນວັນພະຫັດ ວັນທີ 26 ສິງຫາ 2021 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟ ລາວ-ຈີນ” ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ສະໝຸດທອງ ສົມພານິດ, ຮອງປະທານສະພາວິທະຍາສາດ, ຮອງຫົວສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ,ມີບັນດານັກວິທະຍາສາດ ແລະພະນັກງານ-ຄູອາຈານ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.

          ການສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟ ລາວ-ຈີນ” ເປັນຫົວຂໍ້ໜຶ່ງທີ່ສຳຄັນເປັນຢ່າງຍິ່ງ, ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະ ດີ ແລະພຶດຕິກຳ ໃນການສ້າງປະຖົມປັດໄຈແລ້ວ ຍັງໄດ້ປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກ ງານ, ຄູ-ອາຈານ ໃຫ້ມີຄວາມກະຈ່າງແຈ້ງ ກ່ຽວກັບການສ້າງບັນດາປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟລາວ-ຈີນ, ໂດຍມີພື້ນຖານ ອ້າງອີງທາງດ້ານວິທະຍາສາດທີ່ແໜ້ນໜາ, ໄດ້ມີການຊີ້ແຈງບັນດາເນື້ອໃນດ້ານທິດສະດີ ແລະພຶດຕິກຳ ຂ້ອນຂ້າງຈະແຈ້ງ, ຮັດກຸມ, ທັງຮັບປະກັນໄດ້ລັກສະນະພັກ, ລັກສະນະວິທະຍາສາດ, ລັກສະນະປະດິດສ້າງ ແລະລັກສະນະຍຸກສະໄໝ. ພ້ອມດຽວກັນນີ້ ກໍຍັງໄດ້ນຳສະເໜີບັນດາແນວຄວາມຄິດທີ່ດີ, ທັດສະນະທີ່ມີປະໂຫຍດ ເຊິ່ງຈະກາຍເປັນຊ່ອງທາງໃນການຄົ້ນຄວ້າທິດສະດີ ໃຫ້ເລິກເຊິ່ງ, ໜັກແໜ້ນ ແລະມີແບບແຜນທີ່ທັນສະໄໝ.  

  ຜ່ານກອງປະຊຸມສຳມະນາໃນຄັ້ງນີ້. ນອກຈາກເປັນການຄົ້ນຄວ້າແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ ທີ່ມີຊີວິດຊີວາແລ້ວ ຍັງຈະປະກອບສ່ວນເຂົ້າໃນການບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ ກໍຄືການສ້າງບັນດາປະຖົມປັດໄຈທີ່ຄົບຖ້ວນ ທີ່ເປັນພື້ນຖານໃຫ້ແກ່ການສ້າງພື້ນຖານ​ໂຄງ​ລ່າງທີ່ສົມບູນຍິ່ງຂຶ້ນ ແລະສາມາດຮັບປະກັນການບໍລິການທີ່ມີຄຸນນະພາບ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ