ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ 6 ເອກະສານສໍາຄັນ ຂອງພັກ-ລັດ ໃນວັນທີ 10 ສິງຫາ 2021 ເຊິ່ງປະກອບມີ: 1). ມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, 2). ມະຕິວ່າດ້ວຍການເພີ່ມທະວີ ການນຳພາຂອງພັກ ຕໍ່ວຽກງານວັດທະນະທໍາ ໃນໄລຍະໃໝ່, 3). ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ( 01 ກໍລະກົດ 1921-01 ກໍລະກົດ 2021), 4). ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ( 15 ສິງຫາ 1991-15 ສິງຫາ 2021), 5). ຄຳສັ່ງ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດ ມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, 6). ຄໍາສັ່ງ ວ່າດ້ວຍເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ.

          ການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເອກະສານສໍາຄັນ ຂອງພັກ-ລັດໃນຄັ້ງນີ້ໄດ້ ໃຫ້ກຽດເປັນປະທານດຳເນີນການເຜີຍແຜ່ໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະ ແລະ ເຂົ້າຮ່ວມຮັບຟັງ ມີຫົວໜ້າຫ້ອງການພ້ອມດ້ວຍຄະນະ, ຫົວໜ້າກົມພ້ອມດ້ວຍຄະນະ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີພະນັກງານ, ຄູ-ອາຈານ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນພິທີເຜີຍແຜ່ ເອກະສານໃນຄັ້ງນີ້ ເພື່ອແນໃສ່ ໃຫ້ພະນັກງານ, ຄູ-ອາຈານ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບັນດາເນື້ອໃນ  6 ເອກະສານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ດ້ານດີ ແລະ ຜົນສຳເລັດ ຂອງວຽກງານການເມືອງ-ແນວຄິດ. ເຊິ່ງໃນໄລຍະຜ່ານມາພັກເຮົາຍາມໃດຖືສໍາຄັນວຽກງານການເມືອງ-ແນວຄິດເປັນພື້ນຖານ ແລະກໍເປັນວຽກກົກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈໍາ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ນອກນັ້ນ, ຊ່ວງໄລຍະນີ້ກໍ່ເປັນວັນສຳຄັນອີກວາລະໜຶ່ງ ທີ່ກຳລັງສະເຫຼີ້ມສະຫຼອງວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021 ) ເຊິ່ງ ສປປ ລາວ ເປັນລັດທີ່ປົກຄອງ ດ້ວຍກົດໝາຍຢ່າງເປັນຮູບປະທຳຢ່າງແທ້ຈິງ, ລັດຖະທໍາມະນູນ ທີ່ຖືໄດ້ວ່າເປັນກົດໝາຍແມ່ ຫຼື ອາດເວົ້າໄດ້ວ່າ ເປັນແມ່ ແຫ່ງກົດໝາຍ; ລັດຖະທໍາມະນູນນີ້ແມ່ນລັດຖະທໍາມະນູນ ຂອງລະບອບ ປະຊາທິປະໄຕປະຊາຊົນ ຢູ່ປະເທດເຮົາ, ມັນໄດ້ຮັບຮູ້ຜົນງານອັນຍິ່ງໃຫຍ່ ທີ່ປະຊາຊົນເຮົາຍາດມາໄດ້ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ, ທີ່ໄດ້ກໍານົດລະບອບການເມືອງ ແລະ ລະບົບການຈັດຕັ້ງກົງຈັກລັດ ໃນໄລຍະໃໝ່, ລັດຖະທຳມະນູນສະບັບນີ້ແມ່ນໝາກຜົນ ຂອງຂະບວນວິວັດແຫ່ງການປະກອບຄໍາຄິດ, ຄໍາເຫັນ ຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ສ່ອງແສງເຖິງ ເຈດຈໍານົງອັນຍາວນານ ແລະ ເຕັມໄປດ້ວຍຄວາມຕັດສິນໃຈຢ່າງແຮງກ້າ ຂອງວົງຄະນາຍາດແຫ່ງຊາດ ທີ່ຈະພ້ອມກັນສູ້ຊົນຈົນບັນລຸຈຸດໝາຍ ສ້າງປະເທດລາວ ໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ…

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ