ໃນຕອນເຊົ້າວັນຄານ ວັນທີ 17 ສິງຫາ 2021 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ກໍ່ສ້າງຮາກຖານພັກຕິດພັນກັບການແກ້ໄຂຄວາມທຸກຍາກ”, ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ ແລະພ້ອມດ້ວຍພະນັກງານ, ຄູ-ອາຈານ ຈຳນວນ 100 ກວ່າທ່ານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມສຳມະນາໄດ້ດຳເນີນເປັນເວລາ 1 ຕອນ.

          ການສຳມະນາມື້ນີ້ກໍເປັນຫົວຂໍ້ໜຶ່ງທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະພຶດຕິກຳ ໃນການສ້າງຮາກຖານພັກຕິດພັນກັບການແກ້ໄຂຄວາມທຸກຍາກ. ທັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ, ປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຢ່າງເປັນລະບົບ ແລະອຸດົມສົມບູນຍິ່ງຂຶ້ນ ເຊິ່ງເນື້ອໃນບົດປະກອບຄຳເຫັນຂອງນັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ບັນດາເນື້ອໃນສຳຄັນຄື:

           ບັນດານັກວິທະຍາສາດ ໄດ້ພ້ອມກັນຄົ້ນຄວ້າທິດສະດີ ສ້າງຄວາມກະຈ່າງແຈ້ງກ່ຽວກັບການກໍ່ສ້າງຮາກຖານພັກ, ໂດຍມີພື້ນຖານບ່ອນອີງທາງດ້ານວິທະຍາສາດ ທີ່ໜັກແໜ້ນ, ມີການຊີ້ແຈງບັນດາເນື້ອໃນດ້ານທິດສະດີ ແລະພຶດຕິກຳ ຂ້ອນຂ້າງຈະແຈ້ງ, ຮັດກຸມ, ຮັບປະກັນໄດ້ລັກສະນະພັກ, ລັກສະນະວິທະຍາສາດ, ລັກສະນະປະດິດສ້າງ ແລະລັກສະນະຍຸກສະໄໝ. ພ້ອມດຽວກັນນີ້ ຍັງໄດ້ນຳສະເໜີບັນດາແນວຄວາມຄິດທີ່ດີ, ທັດສະນະທີ່ມີປະໂຫຍດເຊິ່ງຈະກາຍເປັນຊ່ອງທາງໃນການຄົ້ນຄວ້າທິດສະດີໃຫ້ເລິກເຊິ່ງ, ໜັກແໜ້ນ ແລະມີແບບແຜນທີ່ທັນສະໄໝ.

           ບັນດານັກວິທະຍາສາດ ໄດ້ນຳສະເໜີບັນດາບົດຄົ້ນຄວ້າຂອງຕົນເອງດັ່ງນີ້:

ໜຶ່ງ, ການກໍ່ສ້າງຮາກຖານພັກ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດ, ນີ້ເປັນຫົວຂໍ້ສຳຄັນທີ່ພັກໃຫ້ຄວາມສົນໃຈ ແລະໄດ້ກຳນົດເປັນມະຕິຂອງພັກອອກມາ, ໃນນີ້ພັກໄດ້ຢັ້ງຢືນວ່າ: “ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈຳ ແລະສອດຫ້ອຍໄປໃນທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະອົງການຈັດຕັ້ງສັງຄົມ, ເປັນປັດໄຈຮັບປະກັນໃຫ້ແກ່ໄຊຊະນະຂອງການປະຕິວັດ”.ການສ້າງຮາກຖານພັກທີ່ເຂັ້ມແຂງ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນຢ່າງມີຄຸນນະພາບ ຈະເຮັດໃຫ້ຮາກຖານເຂັ້ມແຂງ ແລະເຄື່ອນໄຫວມີປະສິດທິຜົນ.

          ສອງ, ກອງປະຊຸມຈະໄດ້ຮັບຟັງຫົວຂໍ້ກ່ຽວກັບ “ການກໍ່ສ້າງຮາກຖານພັກ ຕິດພັນກັບການພັດທະນາເສດຖະກິດຢູ່ຮາກຖານບ້ານ”. ນີ້ເປັນຫົວຂໍ້ສຳຄັນ ແລະມີຄວາມໝາຍທາງດ້ານວິທະຍາສາດ ແລະສອດຄ່ອງກັບທັດສະນະການແກ້ໄຂບັນຫາ ສາຍພົວພັນລະຫວ່າງໂຄງບົນ ກັບໂຄງລ່າງ, ການເມືອງກັບເສດຖະກິດ. ເປັນຫົວຂໍ້ທີ່ຈຳເປັນໃຫ້ແກ່ການຜັນຂະຫຍາຍມະຕິເລກທີ 097 ຂອງກົມການເມືອງສູນກາງພັກ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະ ຊາຊົນ. ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າລົງເລິກທາງດ້ານທິດສະດີ ແລະພຶດຕິກຳໃຫ້ຊັດເຈນ.

          ສາມ; “ການກໍ່ສ້າງຮາກຖານພັກ ຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ຢູ່ຮາກຖານບ້ານ” ກໍເປັນໜຶ່ງໃນຫົວຂໍ້ຄົ້ນຄວ້າທີ່ສຳຄັນໃນສະພາບທີ່ປະເທດເຮົາພວມປະເຊີນໜ້າກັບການຮັບເອົາ ແລະການເຊື່ອມໂຍງກັບວັດທະນະທຳພາຍນອກ ທີ່ບໍ່ມີການກັ່ນກອງ ແລະບໍ່ມີການເລືອກເຟັ້ນ ໄດ້ເຮັດໃຫ້ວັດທະນະທຳທາງດ້ານວັດຖຸ ແລະຈິດໃຈເປັນພິດໄພ, ຊອບກະຈາ ແຜ່ລາມເຂົ້າມາປະເທດ ຊຶ່ງເປັນການກີດກັ້ນ, ກົດໜ່ວງການພັດທະນາ, ວັດທະນະທຳບາງດ້ານຍັງຖືກສວຍໃຊ້ເສີມແຕ່ງໃຫ້ສັບສົນ, ໜັກໜ່ວງຮ້າຍແຮງກວ່າເກົ່າ, ເກີດຄ່ານິຍົມບໍ່ຖືກຕ້ອງ, ການກະທຳທີ່ຂັດກັບກົດໝາຍ ແລະບໍ່ສອດຄ່ອງກັບມູນເຊື້ອວັດທະນະທຳອັນດີງາມ ທີ່ເປັນເອກະລັກຂອງຊາດລາວ. ດ້ວຍເຫດນັ້ນ, ຕ້ອງໄດ້ສ້າງຮາກຖານພັກທີ່ເຂັ້ມແຂງ ເພື່ອນຳພາການພັດທະນາວັດທະນະທຳ-ສັງຄົມ ທີ່ມີເອກະລັກ ແລະເສີມຂະຫຍາຍວັດທະນະທຳທາງດ້ານຈິດໃຈຂອງສັງຄົມຢ່າງບໍ່ຢຸດຢັ້ງ.

          ສີ່, “ການກໍ່ສ້າງຮາກຖານພັກ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ” ນີ້ແມ່ນເນື້ອໃນຄົ້ນຄວ້າທີ່ມີຄວາມຈຳເປັນ ໃນເງື່ອນໄຂທີ່ສະພາບການສາກົນ ແລະພາຍໃນປະເທດ ມີການຜັນແປຢ່າງສະຫຼັບສັບຊ້ອນ, ອິດທິກຳລັງປໍລະປັກ ຍັງສືບຕໍ່ວາງກົນອຸບາຍ ແລະເລ່ລຽ່ມ ເພື່ອຫວັງມ້າງເພທຳລາຍລະບົບການເມືອງ, ລະບອບປະຊາທິປະໄຕ ປະຊາຊົນລາວ, ໃສ່ຮ້າຍປ້າຍສີ, ບິດເບືອນຂໍ້ມູນຄວາມເປັນຈິງ ເຮັດໃຫ້ປະຊາຊົນ ບໍ່ເຊື່ອໝັ້ນຕໍ່ການນຳພາຂອງພັກ. ເຮັດໃຫ້ເກີດມີຄວາມສ່ຽງຕໍ່ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຮຽບຮ້ອຍທາງສັງຄົມ, ນັບທັງຄວາມເປັນເອກະລາດ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດເຮົາ.

ດ້ວຍເຫດນັ້ນຕ້ອງໄດ້ສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ປອດໃສ, ເຂັ້ມແຂງ,​ ໜັກແໜ້ນ ແລະມີແບບແຜນທີ່ທັນສະໄໝ. ສ້າງເງື່ອນໄຂສະດວກ ໃຫ້ແກ່ປະຊາຊົນທຳມາຫາກິນຢ່າງສະຫງົບສຸກ ປະກອບສ່ວນຢ່າງເຕັມສ່ວນ ເຂົ້າໃນການພັດທະນາຕົນເອງ ແລະພັດທະນາປະເທດຊາດ.

ຜ່ານກອງປະຊຸມສຳມະນາໃນຄັ້ງນີ້ ນອກຈາກ​ເປັນ​ການ​ຄົ້ນຄວ້າ ​ແລກປ່ຽນ​ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ ທີ່​ມີ​ຊີວິດ​ຊີວາ​ແລ້ວ ຍັງ​ຈະ​ປະກອບ​ສ່ວນ​ເຊີດຊູຄັນທຸງແຫ່ງການນຳພາ ຂອງຮາກຖານພັກ ຢູ່ແຕ່ລະບ່ອນ, ໃນແຕ່ລະດ້ານໃຫ້ມີຄວາມເຂັ້ມແຂງ, ໃຫ້ສົມເປັນແກນນຳໃນລະບົບການເມືອງ, ປະກອບສ່ວນເຂົ້າໃນການບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ, ສ້າງບັນດາປະຖົມປັດໄຈທີ່ຄົບຖ້ວນເປັນພື້ນຖານໃຫ້ແກ່ການສ້າງລະບອບປະຊາທິປະໄຕທີ່ສົມບູນຍິ່ງຂຶ້ນ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ