ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ສະ​ຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບໍລິຈາກເລືອດ ເນື່ອງໃນວັນສ້າງຕັ້ງສະຫະພັນ ກຳມະບານລາວ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ສະ​ຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງການບໍລິຈາກເລືອດ​ຈາກບັນ​ດາສະມາຊິກກຳມະບານຂອງແຕ່ລະຮາກຖານຂອງ ສມປຊ ໄດ້​ຮ່ວມແຮງຮ່ວມໃຈກັນບໍລິຈາກເລືອດໃຫ້ແກ່ສູນເລືອດແຫ່ງຊາດ ​ຂອງອົງການກາແດງລາວໃນວັນທີ 28 ມັງກອນ 2022 ທີ່ສູນກາງສະຫະພັນກຳມະບານລາວ. ການບໍລິຈາກເລືອດຄັ້ງນີ້ ກໍ່ຢູ່ໃນທ່າມກາງທີ່ທົ່ວທັງໂລກ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະມີສະມາຊິກກໍາມະບານພະ​ນັກ​ງານ, ຄູ-ອາຈານ ແລະນັກ​ສຶກ​ສາຮ່ວມບໍລິຈາກເລືອດທັງໝົດ 7 ສະຫາຍ ຊຶ່ງເປັນການບໍລິຈາກທີ່ບໍລິສຸດ, ໂດຍບໍ່ໄດ້ຫວັງຜົນຕອບແທນແຕ່ຢ່າງໃດ ທັງນີ້ກໍ່ເປັນການບໍລິຈາກເລືອດ ແລະຜະລິດຕະພັນເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ…

ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບອະນຸປະລິນຍາຮຸ່ນທີ XVI

ໃນຕອນເຊົ້າຂອງວັນທີ 28 ມັງກອນ 2022 ຜ່ານມາທີ່ສະໂມສອນໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບອະນຸປະລິນຍາ ຮຸ່ນທີ XVI. ໂດຍການເປັນປະທານ ຂອງ ທ່ານ ປທ ນ ບຸນມີ ຈຸນລະຈັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປອ ຊົງເລົາ ຢົງນູ, ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ແລະ…

ການປະ​ຕິ​ຮູບທີ່ຢືນຍົງ ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນ ຂອງລັດວິສາຫະກິດໄຟຟ້າລາວ

ໃນຕອນເຊົ້າຂອງວັນທີ 27 ມັງກອນ 2022 ນີ້ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ລັດ​ວິ​ສາ​ຫະ​ກິດ ​ໄຟ​ຟ້າ​ລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຕະຫຼອດ 60 ປີຜ່ານມາ ທາງບໍລິສັດໄດ້ໄດ້ມີຜົນສຳເລັດເປັນກ້າວໆ ໂດຍໄດ້ເຮັດທຸກວິທີທາງເພື່ອໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ຊົມ​ໃຊ້​ໄຟຟ້າຢ່າງທົ່ວເຖິງ, ຄຽງຄູ່ກັນນັ້ນຍັງມີຂໍ້ຄົງຄ້າງ ແລະສິ່ງທ້າທາຍທີ່ລັດວິສາຫະກິດພວກເຮົາ ຕ້ອງໄດ້ສືບຕໍ່ໃນການປັບປຸງຕົນເອງ ກໍຄືການປະຕິຮູບເພື່ອ​ຕອບສະ​ໜອງ​ຕາມ​ຄວາມ​ຕ້ອງ​ການຂອງສັງຄົມທີ່ນັບ​ມື້ສູງຂຶ້ນ, ການ​ໃຫ້ບໍ​ລິ​ການທີ່ມີຄຸນນະພາບສູງຂຶ້ນ, ລວມທັງການດຳເນີນທຸລະກິດກໍຕ້ອງໃຫ້ມີປະສິດທິພາບ ແລະປະສິດທິຜົນ ເຊິ່ງການປະຕິຮູບໃນຄັ້ງນີ້ແມ່ນປະຕິຮູບລັດວິສາຫະກິດໄຟຟ້າລາວໃຫ້ມີຄວາມຍືນຍົງບົນພື້ນຖານທີ່ວ່າລັດຍັງເປັນເຈົ້າຢູ່ 100% ແຕ່ຈະປະຕິຮູບກົນໄກ, ບຸກຄົນໃນອົງການຄຽງຄູ່ກັນໄປ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ ເພື່ອໃຫ້ສັງຄົມໝັ້ນໃຈວ່າພວກເຮົາຈະຍືນຍົງໄປໄດ້ດີ…

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບຖອດຖອນບົດຮຽນວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2021

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳປີ 2021 ແລະຜ່ານທິດທາງແຜນການປະຈໍາປີ 2022 ຂອງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຂຶ້ນໃນຕອນເຊົ້າຂອງວັນທີ 25 ມັງກອນ 2022. ພາຍໃຕ້ການເປັນປະທານຊີ້ນໍາກອງປະຊຸມ ໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ…