Month: February 2022

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຜີຍແຜ່ເອກະສານວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ

ວັນທີ 17 ກຸມພາ 2022 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຜີຍແຜ່ເອກະສານ ແລະຜ່ານບົດສະຫຼຸບຕີ ລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານພາຍໃຕ້ການເປັນ ປະທານ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີການເຂົ້າຮ່ວມຮັບຟັງຂອງຄະນະພັກ, ຄະນະນຳ, ຕາງໜ້າ ຄະນະພັກ, ຄະນະຫ້ອງຕະຫຼອດຮອດ ພະນັກງານ, ຄູ-ອາຈານ ທົ່ວ ສມປຊ. ເອກະສານທີ່ນຳມາເຜີຍແຜ່ປະກອບມີ 4…

ກອງປະຊຸມທາງໄກ ລະຫວ່າງຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກັບ ກົມພັວພັນຮ່ວມມື ຂອງສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ.

  ໃນວັນທີ 16 ກຸມພາ 2022, ຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ກົມພົວພັນຮ່ວມມື ຂອງສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ເປັນຄັ້ງທຳອິດ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຫົວໜ້າຫ້ອງການ ສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີຄະນະກົມ, ຄະນະພະແນກ ແລະ…

ສະ​ຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບໍລິຈາກເລືອດ ເນື່ອງໃນວັນສ້າງຕັ້ງສະຫະພັນ ກຳມະບານລາວ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ສະ​ຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງການບໍລິຈາກເລືອດ​ຈາກບັນ​ດາສະມາຊິກກຳມະບານຂອງແຕ່ລະຮາກຖານຂອງ ສມປຊ ໄດ້​ຮ່ວມແຮງຮ່ວມໃຈກັນບໍລິຈາກເລືອດໃຫ້ແກ່ສູນເລືອດແຫ່ງຊາດ ​ຂອງອົງການກາແດງລາວໃນວັນທີ 28 ມັງກອນ 2022 ທີ່ສູນກາງສະຫະພັນກຳມະບານລາວ. ການບໍລິຈາກເລືອດຄັ້ງນີ້ ກໍ່ຢູ່ໃນທ່າມກາງທີ່ທົ່ວທັງໂລກ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະມີສະມາຊິກກໍາມະບານພະ​ນັກ​ງານ, ຄູ-ອາຈານ ແລະນັກ​ສຶກ​ສາຮ່ວມບໍລິຈາກເລືອດທັງໝົດ 7 ສະຫາຍ ຊຶ່ງເປັນການບໍລິຈາກທີ່ບໍລິສຸດ, ໂດຍບໍ່ໄດ້ຫວັງຜົນຕອບແທນແຕ່ຢ່າງໃດ ທັງນີ້ກໍ່ເປັນການບໍລິຈາກເລືອດ ແລະຜະລິດຕະພັນເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ…

ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບອະນຸປະລິນຍາຮຸ່ນທີ XVI

ໃນຕອນເຊົ້າຂອງວັນທີ 28 ມັງກອນ 2022 ຜ່ານມາທີ່ສະໂມສອນໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບອະນຸປະລິນຍາ ຮຸ່ນທີ XVI. ໂດຍການເປັນປະທານ ຂອງ ທ່ານ ປທ ນ ບຸນມີ ຈຸນລະຈັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປອ ຊົງເລົາ ຢົງນູ, ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ແລະ…