ໃນຕອນເຊົ້າຂອງວັນທີ 27 ມັງກອນ 2022 ນີ້ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ລັດ​ວິ​ສາ​ຫະ​ກິດ ​ໄຟ​ຟ້າ​ລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຕະຫຼອດ 60 ປີຜ່ານມາ ທາງບໍລິສັດໄດ້ໄດ້ມີຜົນສຳເລັດເປັນກ້າວໆ ໂດຍໄດ້ເຮັດທຸກວິທີທາງເພື່ອໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ຊົມ​ໃຊ້​ໄຟຟ້າຢ່າງທົ່ວເຖິງ, ຄຽງຄູ່ກັນນັ້ນຍັງມີຂໍ້ຄົງຄ້າງ ແລະສິ່ງທ້າທາຍທີ່ລັດວິສາຫະກິດພວກເຮົາ ຕ້ອງໄດ້ສືບຕໍ່ໃນການປັບປຸງຕົນເອງ ກໍຄືການປະຕິຮູບເພື່ອ​ຕອບສະ​ໜອງ​ຕາມ​ຄວາມ​ຕ້ອງ​ການຂອງສັງຄົມທີ່ນັບ​ມື້ສູງຂຶ້ນ, ການ​ໃຫ້ບໍ​ລິ​ການທີ່ມີຄຸນນະພາບສູງຂຶ້ນ, ລວມທັງການດຳເນີນທຸລະກິດກໍຕ້ອງໃຫ້ມີປະສິດທິພາບ ແລະປະສິດທິຜົນ ເຊິ່ງການປະຕິຮູບໃນຄັ້ງນີ້ແມ່ນປະຕິຮູບລັດວິສາຫະກິດໄຟຟ້າລາວໃຫ້ມີຄວາມຍືນຍົງບົນພື້ນຖານທີ່ວ່າລັດຍັງເປັນເຈົ້າຢູ່ 100% ແຕ່ຈະປະຕິຮູບກົນໄກ, ບຸກຄົນໃນອົງການຄຽງຄູ່ກັນໄປ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ ເພື່ອໃຫ້ສັງຄົມໝັ້ນໃຈວ່າພວກເຮົາຈະຍືນຍົງໄປໄດ້ດີ ແລະການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ຂອງລັດວິສາຫະກິດໄຟ ຟ້າເອງກໍຄືສະພາບໜີ້ສິນທີ່ພວກເຮົາກູ້ຢືມມາລົງທຶນ ເພື່ອມາຂະຫຍາຍລະບົບຕາຂ່າຍສາຍສົ່ງຕ່າງໆ, ເຊິ່ງລັດວິສາຫະກິດຂອງພວກເຮົາສ່ວນໃຫຍ່ ແມ່ນເຮັດວຽກພື້ນຖານໂຄງລ່າງ ທີ່ຕ້ອງໃຊ້ທຶນຮອນມະຫາສານ, ໃນເມື່ອທຶນຮອນໃນການລົງທຶນຍັງມີ​ຈຳ​ນວນ​ຈຳ​ກັດ ຈຳເປັນຕ້ອງໄດ້ກູ້ຢືມມາ ເພື່ອນຳໃຊ້ເຂົ້າໃນວຽກງານຕ່າງໆ, ປັດຈຸບັນລວມມີ 70 ສະຖານີໃຫຍ່ ແລະສາຍສົ່ງ 50-60 ພັນກິໂລແມັດ  ແຕ່ຄຽງຄູ່ກັບລາຍຮັບຂອງພວກເຮົາຊ້ຳພັດໜ້ອຍ ເນື່ອງຈາກວ່າປະຊາກອນ​ຂອງ​ພວກເຮົາໜ້ອຍ, ຄວາມໜາແໜ້ນຂອງພົນລະ ເມືອງຍັງຕໍ່າ, ການຊົມໃຊ້ໄຟຟ້າຂອງປະ​ຊາ​ຊົນ ຫາກທຽບໃສ່ການລົງທຶນ​ແມ່ນຍັງໜ້ອຍ ເຮັດໃຫ້ການເກັບລາຍຮັບຄືນແມ່ນຍັງເຮັດໄດ້ໜ້ອຍ. ດັ່ງນັ້ນ, ລັດວິສາຫະກິດໄຟຟ້າລາວ ຈຶ່ງປະຕິບັດພາລະບົດບາດທີ່ທາງຂັ້ນເທິງນຳພາ-ຊີ້ນຳ ເຮັດແນວໃດໃຫ້ວິສາຫະກິດຈະສາມາດເພິ່ງຕົນເອງ ໂດຍບໍ່ເພິ່ງພາແຕ່ລັດຖະບານມາ ສະໜັບສະໜູນທາງດ້ານການເງິນ. ສະນັ້ນ, ການເຮັດວຽກການເມືອງ-ແນວຄິດ ໃຫ້ກຳມະກອນ, ພະນັກງານ ແລະສະມາຊິກພັກທຸກຄົນເຂົ້າໃຈທິດທາງ ແລະແນວທາງນະໂຍບາຍຂອງພັກ-ລັດ ວ່າພວກເຮົາເດີນຕາມເສັ້ນທາງຈຸດໝາຍສັງຄົມນິຍົມ ຖ້າຢາກໄປຕາມຈຸດໝາຍສັງຄົມນິຍົມ ເຮົາຕ້ອງສ້າງໃຫ້ລັດວິສາຫະກິດພວກເຮົາເຂັ້ມແຂງ ແລະເປັນເຈົ້ານຳໜ້າພາທາງຢ່າງແທ້ຈິງ.

         ທ່ານກ່າວຕື່ມວ່າ: ລັດວິສາຫະກິດໄຟຟ້າລາວ ມີພະນັກງານເກືອບ 6.000 ຄົນ ໃນທົ່ວປະເທດ, ມີ 150 ກວ່າສູນບໍລິການທົ່ວປະເທດ, ມີເຂື່ອນ 100 ກວ່າແຫ່ງ (ຂະໜາດນ້ອຍ ແລະຂະໜາດໃຫຍ່) ຊຶ່ງເປັນການລົງທຶນຂອງຕ່າງປະເທດສ່ວນໃຫຍ່, ມີພະນັກງານສັນຍາຈ້າງຈຳນວນໜຶ່ງ ຢູ່ເຂດຫ່າງໄກສອກ ຫຼີກ ແລະໃນນະຄອນຫຼວງວຽງຈັນຈຳນວນໜຶ່ງ ໃນຕໍ່ໜ້າທາງລັດວິສາຫະກິດໄຟຟ້າລາວຈະສືບຕໍ່ເຮັດຢ່າງຕໍ່ເນື່ອງໃນ​ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃນການປຸກລະດົມໃຫ້ອ້າຍນ້ອງເ​ຂົ້າໃຈສະພາບຄວາມຫຍຸ້ງຍາກຂອງວິສາຫະກິດພວກເຮົາ ໃຫ້ມີນ້ຳໃຈເສຍສະຫຼະສ່ວນຕົວ ເຮັດເພື່ອສ່ວນລວມໃຫ້ຫຼາຍຂຶ້ນ ແລະໃນ​ດ້ານບຸກຄະລາກອນພວກເຮົາ ເຖິງແມ່ນວ່າໜ້າວຽກຫຼຸດໜ້ອຍຖອຍລົງ ແຕ່ກໍໍຈະໄດ້ຫາວຽກອື່ນເຂົ້າມາເສີມເພື່ອຫຼີກລ່ຽງປົດບຸກຄະລາກອນອອກ ແລະກຽມໃຫ້ເຂົາເຈົ້າໄດ້ຝຶກອົບຮົມ ເພື່ອກຽມໄປປະຕິ ບັດໜ້າທີ່ວຽກງານອື່ນແທນ, ຫາກຜູ້ໃດຜ່ານການສຶກສາອົບຮົມ ແຕ່ຫາກຍັງເຮັດຄວາມຜິດພາດຢູ່ພວກເຮົາກໍໄດ້ມີມາດຕະການຢ່າງເຂັ້ມງວດເປັນຕົ້ນແມ່ນ: ໃຫ້ຂຽນໃບສຳຫຼວດ, ຕັດເງິນເດືອນ ຖ້າເຮັດມີຄວາມຜິດ ພາດແຮງແມ່ນເຖິງຂັ້ນໄລ່ອອກຈາກການເປັນພະນັກງານ.


ຂ່າວ/ພາບ: ດອກໄມ້ ຈັນດາລາ
ບັນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ