ໃນຕອນເຊົ້າຂອງວັນທີ 28 ມັງກອນ 2022 ຜ່ານມາທີ່ສະໂມສອນໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບອະນຸປະລິນຍາ ຮຸ່ນທີ XVI. ໂດຍການເປັນປະທານ ຂອງ ທ່ານ ປທ ນ ບຸນມີ ຈຸນລະຈັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປອ ຊົງເລົາ ຢົງນູ, ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ແລະ ທ່ານ ປທ ນ ວຽງພອນ ແກ້ວຄູນສີ ກຳມະການພັກ ນະຄອນຫຼວງວຽງຈັນ, ຫົວໜ້າໂຮງຮຽນການ ເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຈາກບັນດາພະແນກການ, ບັນດາເມືອງອ້ອມຂ້າງນະຄອນຫຼວງວຽງຈັນ, ພະນັກງານ, ຄູ-ອາຈານ, ນັກສຶກສາລະບົບອະນຸປະລິນຍາຮຸ່ນທີ XVI ແລະ ຄະນະຫ້ອງອະນຸປະລິນຍາຮຸ່ນທີ 17/ກ, 17/ຂ.

ຊຸດຮຽນອະນຸປະລິນຍາຮຸ່ນທີ XVI ໄດ້ເລີ່​ມ​ເຂົ້າ​ຮຽນ​ ແຕ່​ວັນ​ທີ 15 ຕຸລາ 2019 ແລະສໍາເລັດໃນວັນທີ 24 ທັນວາ 2021, ຕາມໂຄງການຫຼັກສູດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີນັກ​ສຶກສາ​ທັງ​ໝົດ 52 ສະຫາຍ, ຍິງ 11 ສະຫາຍ. ຜ່ານການຈັດຕັ້ງການຮຽນ-ການສອນ ມີນັກສຶກສາຮຽນຈົບ 50 ສະຫາຍຍິງ 11 ສະຫາຍ, ຍັງ 02 ສະຫາຍ ຖືວ່າຮຽນຄົບຕາມໂຄງການຫຼັກສູດ ແຕ່ຍັງບໍ່ທັນໄດ້ຮັບໃບປະກາສະນີຍະບັດ, ນັກສຶກສາທັງໝົດແມ່ນເປັນສະມາຊິກພັກ ເຊິ່ງມາຈາກພາກສ່ວນຕ່າງໆດັ່ງນີ້: 1). ມາຈາກບັນດາກະຊວງ 02 ສະຫາຍ; 2). ມາຈາກບັນດາແຂວງໄກ້ຄຽງ 06 ສະຫາຍ, ຍິງ 01 ສະຫາຍ; 3). ມາຈາກບັນດາເມືອງ ແລະພະແນກການອ້ອມຂ້າງ ນະຄອນຫຼວງວຽງຈັນ ຈໍານວນ 25 ສະຫາຍ, ຍິງ 07 ສະຫາຍ ແລະ 4). ມາຈາກກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈໍານວນ 19 ສະຫາຍ, ຍິງ 03 ສະຫາຍ. ລະດັບວິຊາສະເພາະ: ຊັ້ນຕົ້ນມີ 03 ສະຫາຍ; ຊັ້ນກາງຈໍານວນ 08 ສະຫາຍ, ຍິງ 02 ສະຫາຍ; ຊັ້ນສູງຈໍານວນ 08 ສະຫາຍ, ຍິງ 01 ສະຫາຍ; ຊັ້ນປະລິນຍາຕີຈໍານວນ 29 ສະຫາຍ, ຍິງ 07 ສະຫາຍ; ຊັ້ນປະລິນຍາໂທຈໍານວນ 04 ສະຫາຍ, ຍິງ 01 ສະຫາຍ; ເຜົ່າລາວລຸ່ມມີ 49 ສະຫາຍ, ຍິງ 11 ສະຫາຍ, ເຜົາກຶ່ມມຸມີ 02 ສະຫາຍ, ເຜົ່າໄທແດງມີ 01 ສະຫາຍ, ຍິງ 01 ສະຫາຍ, ອາຍຸພັກຕໍ່າສຸດ 3 ປີ ແລະສູງສຸດ 20 ປີ, ໃນນັ້ນ ເປັນເລຂາໜ່ວຍພັກ 03 ສະຫາຍ, ຮອງເລຂາໜ່ວຍພັກ 04 ສະຫາຍ. ລະດັບທິດສະດີ: ຊັ້ນຕົ້ນມີ 05 ສະຫາຍ, ຍິງ 02 ສະຫາຍ, ບໍາລຸງ 03 ສະຫາຍ, ຍິງ 01 ສະຫາຍ; ບໍ່ໄດ້ຜ່ານທິດສະດີ 44 ສະຫາຍ, ຍິງ 08 ສະຫາຍ.

              ຜ່ານການຮຽນ-ການສອນ, ແມ່ນໄດ້ປະຕິບັດຕາມຫຼັກສູດ ອະນຸປະລິນຍາທີ່ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ວາງອອກໃຊ້ເວລາຮຽນທັງໝົດ 20 ເດືອນ (2 ປີ), ແບ່ງອອກເປັນ 4 ພາກຮຽນ (ພາກໜຶ່ງມີ 5 ເດືອນ), ຊຶ່ງມີວິຊາຮຽນ 34 ວິຊາ; ປະກອບເປັນ 4 ໝວດວິຊາ; ມີ 80 ໜ່ວຍກິດ; ມີ 2.352 ຊົ່ວໂມງ ລະອຽດມີດັ່ງນີ້:

              1). ໝວດວິຊາ ຄວາມຮູ້ທົ່ວໄປມີ 10 ໜ່ວຍກິດ; ມີ 592 ຊົ່ວໂມງ;

              2). ໝວດວິຊາຄວາມຮູ້ພື້ນຖານມີ 26 ໜ່ວຍກິດ, ມີ 608 ຊົ່ວ ໂມງ;

              3). ໝວດວິຊາສະເພາະມີ 42 ໜ່ວຍກິດ, ມີ 1.120 ຊົ່ວໂມງ,

              4). ໝວດວິຊາເລືອກມີ 2 ໜ່ວຍກິດ, 32 ຊົ່ວໂມງ.

              ຜ່ານການຈັດຕັ້ງການຮຽນ-ການສອນ ຊັ້ນອະນຸປະລິນຍາຮຸ່ນທີ XVI, ການປະເມີນຜົນການຮຽນດ້ວຍການສອບເສັງ ແລະຂຽນບົດປ້ອງກັນຈົບຊັ້ນ ເຊິ່ງມັນສະແດງອອກດັ່ງນີ້: ການປ້ອງກັນບົດຈົບຊັ້ນມີນັກຮຽນໄດ້ຄະແນນດີເລີດ (ເກຼດ A) 27 ສະຫາຍ, ເທົ່າກັບ 52.94% ທຽບໃສ່ ຮຸ່ນທີ XV ເພີ່ມຂຶ້ນ 0.86 % ແລະ ໃນນັ້ນ ສາມາດຄັດເລືອກນັກສຶກສາຄື:

              1), ຮຽນເກັ່ງມີວິໃນດີ: ປະເພດ I ມີຈຳນວນ 05 ສະຫາຍ ຄື: ສະຫາຍ ປາລິຊາດ ຂັນທະວົງ, ສະຫາຍ ນ. ຈັນດາວອນ ສີວິໄລ, ສະຫາຍ ນ. ສໍລະດິດ ຈັນດາລາ, ສະຫາຍ ເກດສະໜາ ສູນດາລາ, ສະຫາຍ ໄກຍະສິດ ເມືອງຫານ.

              2), ຮຽນເກັ່ງມີວິໃນດີ: ປະເພດ II ຈຳນວນ 04 ສະຫາຍ ຄື: ສະຫາຍ ບົວລາ ຈັນທະວີໄຊ, ສະຫາຍ ພັນມະນີ ເພັງພັກດີ, ສະຫາຍ ທິບພະກອນ ເຄືອບຄໍາວອນ ແລະສະຫາຍ ນ. ສຸກພະຈັນ ຈັນທະວົງ.

              ສັງລວມແລ້ວ, ນັກສຶກສາຊັ້ນອະນຸປະລິນຍາ ຮຸ່ນທີ່ XVI ສາມາດຮຽນຈົບຕາມໂຄງ ການຫຼັກສູດຊັ້ນອະນຸປະລິນຍາ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະໄດ້ຮັບໃບປະກາສະນີຍະບັດທັງໝົດ 50 ສະຫາຍ, ຍິງ 11 ສະຫາຍ ເທົ່າກັບ 96.15%.

              ໃນໂອກາດທ້າຍພິທີ ທ່ານ ປທ ນ ບຸນມີ ຈຸນລະຈັກ, ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ນັກສຶກສາ ແລະຄູ-ອາຈານໃນພິທີປິດຊຸດຮຽນຄັ້ງນີ້ດ້ວຍ.

ບົດຂ່າວ ອຈ ລິດທອງ ທະນິດຖາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ