ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ສະ​ຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງການບໍລິຈາກເລືອດ​ຈາກບັນ​ດາສະມາຊິກກຳມະບານຂອງແຕ່ລະຮາກຖານຂອງ ສມປຊ ໄດ້​ຮ່ວມແຮງຮ່ວມໃຈກັນບໍລິຈາກເລືອດໃຫ້ແກ່ສູນເລືອດແຫ່ງຊາດ ​ຂອງອົງການກາແດງລາວໃນວັນທີ 28 ມັງກອນ 2022 ທີ່ສູນກາງສະຫະພັນກຳມະບານລາວ.

ການບໍລິຈາກເລືອດຄັ້ງນີ້ ກໍ່ຢູ່ໃນທ່າມກາງທີ່ທົ່ວທັງໂລກ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະມີສະມາຊິກກໍາມະບານພະ​ນັກ​ງານ, ຄູ-ອາຈານ ແລະນັກ​ສຶກ​ສາຮ່ວມບໍລິຈາກເລືອດທັງໝົດ 7 ສະຫາຍ ຊຶ່ງເປັນການບໍລິຈາກທີ່ບໍລິສຸດ, ໂດຍບໍ່ໄດ້ຫວັງຜົນຕອບແທນແຕ່ຢ່າງໃດ ທັງນີ້ກໍ່ເປັນການບໍລິຈາກເລືອດ ແລະຜະລິດຕະພັນເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ແລະເປັນການປູກຈິດສໍານຶກໃຫ້ແກ່ສັງຄົມ ໃນການປະກອບສ່ວນຢ່າງຕັ້ງໜ້າ ໃນການບໍລິຈາກເລືອດຫຼາຍຂຶ້ນເຮັດໃຫ້ສັງຄົມມີຄວາມສະຫງົບ ເປັນສັງຄົມທີ່ມີຈິດ ໃຈເອື້ອເຟື້ອເພື່ອແຜ່, ມີຄວາມສາມັກຄີ ແລະມີສຸຂະພາບທີ່ແຂງແຮງດີ.

ຈາກການໃຫ້ຂໍ້ມູນຂອງຜູ້ບໍລິຈາກເລືອກໄດ້ໃຫ້ທັດສະນະວ່າ: ການບໍລິຈາກເລືອດຄັ້ງນີ້ ​ແມ່ນ​ມີ​ຄວາມ​ພາກ​ພູມ​ໃຈ ແລະຍິນ​ດີ​ທີ່​ໄດ້​ໃຫ້​ເລືອດຄື​ໃຫ້​ຊີ​ວິດ ແລະໃຫ້​ອະ​ນາ​ຄົດ​ແກ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ການບໍລິຈາກເລືອດເປັນ​ສິ່ງ​ທີ່​ດີ, ປອດ​ໄພ ແລະກໍຄື​ການບໍລິຈາກເລືອດດ້ວຍຄວາມ​ຈິງໃຈ ເພາະເປັນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄຳໃບ ນາຈານ
ບັນນາທິການ: ປທ ບຸນປັນ ສຸມຸນທອງ