ຂ່າວຫຼ້າສຸດ

ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ ແລະ ຮັບຟັງການໂອ້ລົມຊີ້ນຳອັນສຳຄັນ ຈາກສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ, ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປ້ອງກັນຫົວຂໍ້ບົດວິທະຍານິພົນ ປະລິນຍາເອກ ຮຸ່ນທີ I ສາຂາປັດຊະຍາ ກອງປະຊຸມປະເມີນຜົນງານ ແລະ ຮັບຮອງຕຳແໜ່ງວິຊາການຄູ ຂອງຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ

ວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ (CRI) ມອບປຶ້ມ 2 ພາສາ ລາວ-ຈີນໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ໄດ້ມອບປຶ້ມທີ່ເປັນຂໍ້ມູນທີ່ສໍາຄັນ ປື້ມດັ່ງກ່າວເປັນ 2 ພາສາ ລາວ-ຈີນ ໃນຈຳນວນ 6 ປະເພດໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອນໍາໃຊ້ເຂົ້າໃນການຄົ້ນຄວ້າຮໍ່າຮຽນ ຫາຄວາມຮູ້ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຈີນ, ວັດທະນະທໍາຈີນ, ແນວຄິດຕ່າງໆ ແລະ ອື່ນໆ ເພື່ອນໍາມາໝູນໃຊ້ໃນວຽກງານຕົວຈິງທີ່ເປັນປະໂຫຍດໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ. ນອກນັ້ນ, ປຶ້ມເຫຼົ່ານັ້ນແມ່ນໄດ້ບັັນຈຸເຂົ້າຫໍສະໝຸດສະຖາບັນ ແລະ ເປັນຄັງຄວາມຮູ້ທີ່ອຸດົມສົມບູນ ເພື່ອບໍລິການໃຫ້ແກ່ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ເປີດຊຸດຮຽນໃໝ່ ທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ XIX

ເພື່ອປະກອບຄວາມຮູ້-ຄວາມເຂົ້າໃຈກ່ຽວກັບ ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການປົກຄອງ ແລະ ການບໍລິຫານ, ວຽກງານກໍ່ສ້າງພັກ-ພະນັກງານນຳພາ, ພະນັກງານຫຼັກແຫຼ່ງ ຢູ່ຂັ້ນຂະແໜງການອ້ອມຂ້າງ ແລະ ບັນດາເມືອງໃຫ້ມີຄວາມຮັບຮູ້, ຄວາມສາມາດໃນການນຳພາ ແລະ ການຄຸ້ມຄອງ. ວັນທີ່15 ຕຸລາ 2021 ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໄດ້ຈັດພິທີເປີດຊຸດຮຽນລະບົບຊັ້ນຕົ້ນ ຮຸ່ນທີ XIX ປະຈຳປີ 2021 ທີ່ສະໂມສອນຂອງເມືອງງາ ໂດຍການເປັນປະທານຂອງທ່ານ ວຽງໄຊ ຄຳພະຈັນ…

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ

ໃນ​ວັນ​ທີ 13/10/2021​ ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ທີ່ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ,​ ​​ໂດຍ​ການເປັນປະທານ ທ່ານ ປທ ຄຳ​ແສງ ສຸລິຍະ​ວົງ ກຳມະການ​ພັກ​ແຂວງ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ ການ​ປົກ​ຄອງ​ແຂວງ​ບໍ່​ແກ້ວ ເຂົ້າ​ຮ່ວມມີຄະນະພັກ-​ຄະນະນຳ​ໂຮງຮຽນການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ, ພ້ອມ​ດ້ວຍພະນັກງານ, ຄູ-ອາຈານ​ທັງໝົດ,ຈຸດປະສົງຂອງ​ກອງປະຊຸມຄັ້ງນີ້ ​ແມ່ນ​ເພື່ອ​ສະຫຼຸບຕີ​ລາຄາ​ຄືນການ​ຄົ້ນ​ຄວ້າ ​ແລະ​ ຈັດ​ຕັ້ງ​ປະຕິບັດ​ແຜນການ​ຮຽນ-​ການ​ສອນ ​ໃນ​ໄລຍະ 2020-2021 ຜ່ານ​ມາ. ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ສຸມ​ໃສ່​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານຂອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ໃນວັນທີ 8 ຕຸລາ 2021 ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ)​ ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ ແລະ ເຂົ້າຮ່ວມມີ ທ່ານ ດວງຕາ ຈູມພາວັນ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ,…

ຂ່າວອື່ນໆ