Month: April 2022

ຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955- 14 ເມສາ 2022)

ເນື່ອງໃນໂອກາດ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ບັນຈົບຄົບຮອບເປັນເວລາ 67 ປີ, ເພື່ອລະນຶກເຖິງຄຸນງາມຄວາມດີ ແລະການເສຍສະຫຼະຂອງບັນພະບູລຸດ ກໍຄືວິລະຊົນທີ່ເປັນກຳລັງຊາວໜຸ່ມລາວໃນຮຸ່ນກ່ອນທີ່ອົງອາດກ້າຫານຕໍ່ສູ້ກອບກູ້ເອົາເອກະລາດ ແລະສ້າງສາປະເທດຊາດໃຫ້ມີຄວາມຈະເລີນຈົນມາເຖິງປັດຈຸບັນນີ້ ດັ່ງນັ້ນ, ຄະນະບໍລິຫານງານຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດຕັ້ງປາຖະກະຖາວັນສຳຄັນດັ່ງກ່າວຂຶ້ນ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ສມປຊ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະບໍລິຫານງານພັກ, ກຳມະການສູນກາງຊາວໜຸ່ມ ປປ ລາວ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບສະຖາບັນການປົກຄອງ ແຂວງກວາງຊີ ຈັດກອງປະຊຸມສຳມະນາວິຊາການພາຍໃຕ້ຫົວຂໍ້: “ການແລກປ່ຽນບົດຮຽນດ້ານການຄຸ້ມຄອງ ບໍລິຫານປະເທດຂອງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ”.

ກອງ​ປະຊຸມສຳ​ມະ​ນາ​ວິຊາການ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ແລະສະຖາບັນການປົກຄອງແຂວງກວາງຊີ​ໃຕ້​ຫົວ​ຂໍ້:  “ການແລກປ່ຽນບົດຮຽນດ້ານການຄຸ້ມຄອງ ບໍລິຫານປະເທດຂອງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ” ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2022 ໃນຮູບແບບອອນໄລ, ກອງ​ປະຊຸມ​ສຳ​ມະ​ນາ​​ໃນ​ຄັ້ງ​ນີ້ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ ນອກຈາກ​ເປັນ​ການ​ຄົ້ນຄວ້າແລກປ່ຽນ​ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ​ແລະພຶດຕິ​ກຳທີ່​ມີ​ຊີວິດ​ຊີວາ​ແລ້ວ ຍັງ​ຈະ​ປະກອບ​ສ່ວນ​ເຂົ້າ​ໃນ​ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍການຄຸ້ມຄອງ ບໍລິຫານປະເທດ ຂອງພັກຂອງແຕ່ລະປະເທດໃຫ້ເຂົ້າສູ່ລວງເລິກ. ກອງ​ປະຊຸມສຳ​ມະ​ນາ​ໃນຄັ້ງນີ້ ຝ່າຍລາວນຳໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ…

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ປີ 2021 ແລະ ທິດທາງແຜນການ ປີ 2022

ໃນ​ວັນ​ທີ 26/4/2022 ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການຈັດຕັ້ງປະຕິບັດວຽກງານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ປີ 2021 ແລະ ທິດທາງແຜນການ ປີ 2022 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,​ ​​ໂດຍ​ການເປັນປະທານ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ  ແລະມີຜູ້ເຂົ້າຮ່ວມຕາງໜ້າຫ້ອງການ, ກົມ, ຄະນະ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ…

ກອງປະຊຸມວິສາມັນ ຄັ້ງທີ II ປະຈໍາປີ 2022 ຂອງສະພາ​ວິທະຍາສາດ ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V

ໃນຕອນແລງວັນທີ 26 ເມສາ 2022 ທີ່ຫ້ອງປະຊຸມຊັ້ນ 2 ຕຶກຫ້ອງການ ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ໄດ້ຈັດຕັ້ງກອງປະຊຸມວິສາມັນ ຄັ້ງທີ II ປະຈໍາປີ 2022 ຂອງສະພາ​ວິທະຍາສາດສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…