ໃນຕອນເຊົ້າວັນທີ 12 ເມສາ 2022 ນີ້, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (14/4/1955-14/4/2022) ນຳພາໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ກຳມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ພ້ອມດ້ວຍຄະນະ ແລະຕາງໜ້າຄະນະຮາກຖານຊາວໜຸ່ມ ພາຍໃນ ສມປຊ.

ຈຸດປະສົງ ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ຂອງຊາວໜຸ່ມທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອປະກອບສ່ວນເຂົ້າໃນການຕໍ່ສູ້ ເພື່ອປົດປ່ອຍປະເທດຊາດ ອອກຈາກແອກຄອບຄອງຂອງຕ່າງຊາດ, ທັງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມຮຸ່ນໃໝ່ໃຫ້ມີຄວາມຮັບຮູ້ ແລະເຂົ້າໃຈຢ່າງເລິກ ເຊິ່ງເຖິງຜົນງານການອັນລໍ້າຄ່າຂອງກໍາລັງຊາວໜຸ່ມທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ