ໂດຍປະຕິບັດຕາມ ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະເຄື່ອນໄຫວດ້ານວິຊາການ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະນະຄອນຫຼວງ, ສະບັບເລກທີ 1131/ສມປຊ, ລົງວັນທີ 24 ຕຸລາ 2019, ຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ຊຽງຂວາງ ວ່າດ້ວຍການອະນຸມັດເປີດຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງ ລະບົບກໍ່ສ້າງຊັ້ນກາງ ຮຸ່ນທີ XVII ສົກປີ 2019-2021 ສະບັບເລກທີ 64/ຄປພຂ,ຊຂ ລົງວັນທີ 05 ມີນາ 2020

ໃນຕອນເຊົ້າວັນທີ 12 ເມສາ 2022 ຢູ່ທີ່ສະໂມສອນ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນກາງ ພາຍໃຕ້ການເປັນປະທານ ຂອງທ່ານ ປທ. ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ແລະທ່ານ ປທ ຄໍາຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າ ໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາແຂກຖືກເຊີນບັນດາພະແນກການພາຍໃນແຂວງ ແລະເມືອງ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້່າຮ່ວມທັງໜົດ 65 ສະຫາຍ, ຍິງ 16 ສະຫາຍ.

ພິທີດັ່ງກ່າວ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດຈັດພິທີປິດຊຸດຮຽນສະບັບເລກທີ 64/ຄປພຂ,ຊຂ ລົງວັນທີ 05 ມີນາ 2020 ແລະ ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນສຳລັບຊັ້ນກາງງ ຮຸ່ນທີ XVII ປະຈຳສົກປີ 2020-2022, ສະເລ່ຍຜົນການຮຽນຂອງ ນັກສຶກສາຕະຫຼອດຊຸດຮຽນໃນຈຳນວນ 28 ວິຊາ ບວກກັບຄະແນນປ້ອງກັນບົດຈົບຊັ້ນສະຫຼຸບໄດ້ຄື: ນັກສຶກສາຮຽນເກັ່ງໄດ້ຄະແນນເກຼດ A ( ປະເພດດີເລີດ ) ຕະຫຼອດຊຸດຮຽນມີ 11 ສະຫາຍ, ຍິງ 5 ສະຫາຍ ກວມ 17% ຖ້າທຽບໃສ່ຊຸດຮຽນທີ່ຜ່ານມາແມ່ນຈຳນວນເພີ່ມຂຶ້ນ 1 ເທົ່າຕົວຂອງນັກສຶກສາທີ່ຮຽນເກັ່ງປະເພດດີເລີດ, ນັກສຶກສາທີ່ໄດ້ຄະແນນເກຼດ B+ ( ດີຫຼາຍ ) ມີ 54 ສະຫາຍ ຍິງ 11 ສະຫາຍ ກວມ 83% ຖ້າທຽບໃສ່ຊຸດຮຽນທີ່ຜ່ານມາ, ຄະແນນເກຼດ B ຫາເກຼດ F ແມ່ນບໍ່ມີ. ໃນໂອກາດທ້າຍພິທີ ທ່ານ ປທ ນ ບຸນມີ ຈຸນລະຈັກ, ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ນັກສຶກສາ ແລະຄູ-ອາຈານໃນພິທີປິດຊຸດຮຽນຄັ້ງນີ້ດ້ວຍ.

ຂ່າວ/ພາບ: ຄອນສະວັນ ສຸວັນດີ
ບັນນາທິການ: ຕາອັອດ ແສນທະວີສຸກ

ຂ່າວອື່ນໆ