ວຽກງານກວດກາເປັນວຽກງານໜຶ່ງ ທີ່ສຳຄັນປາສະຈາກບໍ່ໄດ້ ຈະຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ເປັນປົກກະຕິນັ້ນກໍຄື ຂັ້ນຕອນການສະຫຼຸບຖອດຖອນບົດຮຽນ ເພື່ອຢັ້ງຢືນໃຫ້ເຫັນດ້ານດີສືບຕໍ່ເສີມຂະຫຍາຍ ແລະປັບປຸງແກ້ໄຂດ້ານອ່ອນ ຂໍ້ຄົງຄ້າງໃຫ້ດີຂຶ້ນເປັນກ້າວໆ. ສະນັ້ນ, ໃນວັນທີ 5 ເມສາ ກົມກວດກາ ສມປຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຖອດຖອນບົດຮຽນ ປີ 2021 ແລະທິດທາງ ໃນການດໍາເນີນວຽກງານຕິດຕາມ-ກວດກາ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2022; ພາຍໃຕ້ເປັນປະທານ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ-ລັດ, ຮອງຫົວໜ້າ ສມປຊ, ມີ ສະຫາຍ ປອ ຄຳຫຼ້າ ລໍວານໄຊ ຮອງປະທານກວດກາພັກ-ລັດ, ຫົວໜ້າກົມກວດກາ ສມປຊ ແລະຜູ້ເຂົ້າຮ່ວມມີບັນດາສະຫາຍຄະນະພັກ, ຄະນະກວດກາຮາກໜ່ວຍພັກຮາກຖານ, ຄະນະຊຸກຍູ້ຕິດຕາມ-ກວດກາ ແລະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໃນທີ່ປະຊຸມໄດ້ຮັບຟັງບົດສະຫຼຸບລາຍງານການເມືອງຂອງວຽກງານກວດກາຕະຫຼອດໄລຍະປີ 2021 ຈາກທ່ານ ປອ ຄຳຫຼ້າ ລໍວານໄຊ ໄດ້ຜ່ານບົດສະຫຼຸບ ແລະເນື້ອໃນບົດສະຫຼຸບນັ້ນໄດ້ສ່ອງແສງໃຫ້ເຫັນວ່າ: ຄະນະໜ່ວຍພັກສ່ວນຫຼາຍໄດ້ຕັ້ງໜ້າຊຸກຍູ້, ຕິດຕາມ-ກວດກາ ແລະນຳພາສະມາຊິກທີ່ຢູ່ໃນຄວາມຮັບຜິດຊອບຕົນ ເຂົ້າຮ່ວມກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກ-ລັດ ແລະປາຖະກະຖາຕ່າງໆ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ຍົກສູງຄຸນນະ ພາບການສຶກສາອົບຮົມວຽກງານແນວຄິດດ້ວຍຫຼາຍຮູບຫຼາຍສີຢ່າງເປັນປົກກະຕິ ໂດຍຖືເອົາເວລາການຮ່ວມຊີວິດເປັນການສຶກສາອົບຮົມແນວຄິດ, ຕຳນິສົ່ງຂ່າວ ບົນພື້ນຖານກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນ ສາມາດນຳພາແນວຄິດ, ຕ້ານແນວຄິດທີ່ຜິດເຂວ, ສ້າງຄວາມເປັນເອກະພາບສູງຢູ່ພາຍໃນພັກ, ຕໍ່ແນວທາງ, ນະໂຍບາຍຂອງພັກ-ລັດ ແລະລະບຽບການຕ່າງໆ ຂອງໃນສະຖາບັນ, ເອົາໃຈໃສ່ຍົກສູງບົດບາດ, ແບບແຜນວິທີນຳພາ ຂອງຕົນຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະປະຕິບັດຕາມມະຕິ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ບຸກຄົນຂຶ້ນກັບການຈັດຕັ້ງ, ການນຳພາແມ່ນບົນພື້ນຖານແຜນການທີ່ວາງໄວ້. ຄະນະກໍາມະການກວດກາຊຸກຍູ້ການປະຕິ ບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ເອົາໃຈໃສ່ຍົກສູງບົດບາດການປະຕິບັດຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນໄດ້ສຸມໃສ່ຕິດຕາມ-ກວດກາ, ຄົ້ນຄວ້າ, ຕີລາຄາປະກອບຄຳຄິດເຫັນຕໍ່ກັບການສ້າງແຜນການ, ການເຄື່ອນໄຫວນຳພາ-ຊີ້ນຳ ຂອງຄະນະພັກ ແລະການເຄື່ອນໄຫວຈັດຕັ້ງປະຕິບັດແຜນການຂອງສະມາຊິກພັກ, ການສະຫຼຸບສັງລວມ, ຕີລາຄາ ແລະການວາງທິດທາງແຜນການ ຂອງແຕ່ລະໜ່ວຍພັກຢ່າງກົງໄປກົງມາ ຂອງແຕ່ລະຂົງເຂດຕາມພາລະບົດບາດ, ຂອບເຂດສິດ ທີ່ຕົນຮັບຜິດຊອບ ສາມາດເຮັດສໍາເລັດ ແລະຍົກໃຫ້ເຫັນບາງບັນຫາທີ່ຕ້ອງເອົາໃຈໃສ່.

ບັນດາຜູ້ເຂົ້າຮ່ວມກໍໄດ້ຕັ້ງຄຳຖາມ ແລະປະກອບຄຳເຫັນຕໍ່ກັບບົດສະຫຼຸບທັງ 2 ພາກຄື: ພາກຕີລາຄາ ແລະພາກທິດທາງ, ແຜນການຢ່າງກົງໄປກົງມາ.

ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ໄດ້ໃຫ້ທິດຊີ້ນຳ ແລະໂອ້ລົມຕໍ່ກັບກົມກວດກາ ໃນນາມປະທານກວດກາພັກ-ລັດ ສມປຊ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານກວດກາ ດັ່ງຄຳເວົ້າທີ່ວ່າ: “ຖ້າບໍ່ມີການກວດກາ ກໍ່ໝາຍຄວາມວ່າບໍ່ມີການນຳພາ’’ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ວຽກງານກວດກາ ແມ່ນວຽກງານໜຶ່ງທີ່ສຳຄັນ ທີ່ຕິດພັນກັບວຽກງານທຸກຂົງເຂດ, ເປັນພາລະບົດບາດໜຶ່ງແຫ່ງການນຳພາຂອງພັກ ແລະການຄຸ້ມຄອງບໍລິຫານລັດ. ພ້ອມທັງແນະນຳໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຂອງຕົນ ນຳໄປເຊື່ອມຊຶມ ກຳແໜ້ນພ້ອມທັງຜັນຂະຫຍາຍຈັດຕັ້ງປະຕິບັດບົນຈິດໃຈ ບຸກທະລຸທີ່ຕັ້ງໜ້າໂດຍຕິດພັນກັບການສຶບຕໍ່ສູ້ຊົນຈັດຕັ້ງປະຕິບັດ ບັນດາຄາດໝາຍ ທີ່ກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ວຽກງານຕິດຕາມ-ກວດກາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງທົ່ວສະຖາບັນ, ເວົ້າສະເພາະກໍ່ຄືການຈັດຕັ້ງປະຕິບັດທິດທາງແຜນການຂອງ ສມປຊ ໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນສູງສຸດ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ