ໃນວັນທີ 5 ເມສາ 2022 ທ່ານ ປອ ຄໍາເຜີຍ ຜັນທະຈອນ ອະດີດຮອງເລຂາພັກແຂວງ, ອະດີດຮອງເຈົ້າແຂວງ ແລະ ອະດີດປະທານສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I, ໄດ້ມອບປື້ມ ໃຫ້ກັບຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການກ່າວຮັບຂອງທ່ານ ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ.

ປຶ້ມທີ່ນໍາມາມອບໃນຄັ້ງນີ້ແມ່ນປຶ້ມປະຫວັດນາເງືອກ ຫຼື ທົ່ງມັງກອນ (ຊື່ສະຖານທີ່ອັນອຸດົມຮັ່ງມີ ແລະຮ່ອງຮອຍປະຫວັດສາດຂອງເມືອງວັງ-ອ່າງຄຳ) ຈໍານວນ 5 ຫົວ, ເປັນປື້ມທີ່ມີເນຶື້ອໃນກ່າວເຖິງຄວາມອຸດົມສົມບູນຂອງແຮ່ທາດ (ແຮ່ຄໍາ, ທອງແດງ…) ແລະຮ່ອງຮອຍປະຫວັດການຂຸດແຮ່ຄໍາ ແລະຮ່ອງຮອຍຕັ້ງຖິ່ນຖານຂອງຊາວຜູ້ໄທທີ່ຮຸ່ງເຮືອງໃນບໍລິເວນເມືອງວັງ-ອ່າງຄໍາເມື່ອຫຼາຍພັນປີກ່ອນ ໂດຍສະຖານທີ່ແຫ່ງນີ້ໄດ້ຕິດພັນກັບສັດບູຮານໃນວັນນະຄະດີ (ເງືອກ ຫຼື ມັງກອນ). ດັ່ງນັ້ນ, ຈຶ່ງເອີ້ນວ່າທົ່ງຂ້າເງືອກຕໍ່ມາເອີ້ນ ທົ່ງນາເງືອກ ຫຼື ທົ່ງມັງກອນ ຢູ່ເຂດເມືອງວັງ-ອ່າງຄໍາໃນເມື່ອກ່ອນ ຫຼື ເມືອງວິລະບູລີ, ແຂວງສະຫວັນນະເຂດ ໃນປັດຈຸບັນ (ໃນປຶ້ມໄດ້ມີເລື່ອງເລົ່າຄວາມເປັນມາຂອງເງືອກໃນບໍລິເວນນີ້). ປຶ້ມຫົວນີ້ແມ່ນໄດ້ຄົ້ນຄວ້າຂຽນຂຶ້ນມາເພື່ອໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ຄວາມເປັນມາຂອງດິນແດນອັນລືຊື່ມາຫຼາຍພັນປີຂອງເມືອງວັງ-ອ່າງຄໍາ  ແລະອະນຸລັກຮັກສາຮ່ອງຮອຍປະຫວັດສາດອັນຍາວນານຂອງບໍລິເວນດັ່ງກ່າວ ບໍ່ໃຫ້ຫາຍສາບສູນໄປດ້ວຍການຫັນໄປເປັນແນວອື່ນ(ຂຸດຄົ້ນແຮ່ທາດ ຫຼື ປ່ຽນສະພາບລະບົບນິເວດສິ່ງແວດລ້ອມ) ເພາະວ່າ ຄຸນຄ່າທາງດ້ານປະຫວັດສາດ ແລະວັດທະນະທໍາ ພ້ອມທັງຄຸນຄ່າຂອງຄວາມທີ່ເປັນອະລິຍະທໍາຂອງນາເງືອກທີ່ມະນຸດສ້າງນານເຖິງ 3000 ປີແລ້ວນັ້ນ ຈະມີຄ່າສູງກວ່າບໍລິມາດຄໍາ ແລະທອງໃນພື້ນທີ່ດັ່ງກ່າວ, ເຊິ່ງບັນດາທ່ານທີ່ເປັນບັນດິດ ແລະອາຈານທັງຫຼາຍໄດ້ຖ່າຍທອດຜ່ານຫຼາຍຮຸ່ນຄົນແລ້ວນັ້ນມາສະຫຼຸບແທນຄໍາບັນຍາຍອີກເທື່ອໜຶ່ງວ່າ: “ຖ້າມະຫານະຄອນໃດໜຶ່ງຖືກທໍາລາຍໄປນັ້ນ ພວກເຮົາອາດສ້າງຂຶ້ນມາແທນໄດ້, ແຕ່ຖ້າທົ່ງນາເງືອກແຫ່ງນີ້ຖືກທໍາລາຍໄປນັ້ນ ພວກເຮົາບໍ່ສາມາດສ້າງຄືນໃນມູນຄ່າໃດໆໄດ້”. ດັ່ງນັ້ນ, ປຶ້ມດັ່ງກ່າວນີ້ຈຶ່ງເປັນຂໍ້ມູນທີ່ສໍາຄັນໃຫ້ແກ່ການສຶກສາຄົ້ນຄວ້າ ຂອງບັນດານັກຄົ້ນຄວ້າ ແລະບຸກຄົນທົ່ວໄປ.

ທ່ານ ປທ ບຸນປັນ ສຸມຸນທອງ ໄດ້ສະແດງຄວາມຂອບອົກຂອບໃຈນໍາ ທ່ານ ປອ ຄໍາເຜີຍ ຜັນທະຈອນ ທີ່ໄດ້ນຳເອົາປຶ້ມດັ່ງກ່າວ ມອບໃຫ້ຫໍສະໝຸດ ສມປຊ ເພື່ອໃຫ້ຫໍສະໝຸດ ສມປຊ ກາຍເປັນຄັງແຫ່ງຂໍ້ມູນທີ່ອຸດົມສົມບູນຂຶ້ນໄປເລື່ອຍໆ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ