ຂ່າວຫຼ້າສຸດ

ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ ແລະ ຮັບຟັງການໂອ້ລົມຊີ້ນຳອັນສຳຄັນ ຈາກສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ, ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປ້ອງກັນຫົວຂໍ້ບົດວິທະຍານິພົນ ປະລິນຍາເອກ ຮຸ່ນທີ I ສາຂາປັດຊະຍາ ກອງປະຊຸມປະເມີນຜົນງານ ແລະ ຮັບຮອງຕຳແໜ່ງວິຊາການຄູ ຂອງຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຕາມຫົວຂໍ້ສະເພາະໃຫ້ແກ່ຜູ້ບໍລິຫານວິສາຫະກິດຂອງລັດຂັ້ນສູນກາງ ຊຸດທີ IV

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຫຼັກສູດບຳລຸງຍົກລະດັບ, ຄວາມຮູ້ຄວາມສາມາດ ແລະທັກສະນະດ້ານຕ່າງໆ ໃຫ້ພະນັກງານຫຼັກແຫຼ່ງຂອງພັກ-ລັດໃນການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກວ່າດ້ວຍລະບອບການຮ່ຳຮຽນທິດສະດີການເມືອງ ສະບັບເລກທີ 072/ກມສພ, ລົງວັນທີ 14 ພຶດສະພາ 2019 ແລະມະຕິວ່າດ້ວຍການ ສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາ-ຄຸ້ມຄອງ, ສະບັບເລກທີ 073/ ກມສພ, ລົງວັນທີ 14 ພຶດສະພາ 2019; ທ່ານ ປອ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ກ່າວຈຸດປະສົງ ແລະແຜນການຝຶກອົບຮົມວ່າ:…

ນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ກໍ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອ ໃນວັນສຳຄັນຕ່າງໆຂອງພັກ-ລັດ

ຄະນະພັກ-ຄະນະຫ້ອງພ້ອມດ້ວຍນັກສຶກສາປະລິນຍາຕີຮຸ່ນທີ XXV ຫ້ອງກໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອແລະເຜີຍແຜ່-ເຊື່ອມຊຶມເອກະສານທີ່ສຳຄັນຂອງພັກ-ລັດປະກອບມີ 04 ເອກະສານທີ່ສຳຄັນຄື: ວັນສະຖາປະນາສປປລາວ (2 ທັນວາ 1975 –2 ທັນວາ 2021) ຄົບຮອບ 46 ປີ; ວັນຄ້າຍວັນເກີດປະທານໄກສອນພົມວິຫານ (13.12.1920 –13.12.2021) ຄົບຮອບ 101 ປີ, ວັນສາກົນເພື່ອລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ນ້ອຍແລະເອກະສານຜົນສຳເລັດໃນການສ້າງເສັ້ນທາງລົດໄຟລາວ-ຈີນ. ທີ່ຫ້ອງຮຽນ 105 (ຕຶກຈັດຕັ້ງ) ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນ ສີສຸພັນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ

ໃນຕອນເຊົ້າ ວັນທີ 1 ທັນວາ 2021, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2/12/1975-2/12/2021) ແລະເປີດສົກຮຽນ 2021-2022 ຂຶ້ນ ແລະ ສະຫຼຸບຜົນງານປະຈຳປີ 2021 ໂດຍພາຍໃຕ້ ການເປັນປະທານ ທ່ານ ຮສ. ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ການບໍລິຫານລັດແບບໃໝ່”

ວັນຄານ ວັນທີ 30 ພະຈິກ 2021 ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ການບໍລິຫານລັດແບບໃໝ່” ຂຶ້ນໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມປະເຊີນໜ້າກັບການລະບາດ ຂອງພະຍາດໂຄວິດ 19 ທີ່ແຜ່ຂະຫຍາຍໄປທົ່ວໂລກ ແລະ ພາຍໃນປະເທດມີຫຼາຍວຽກສຳຄັນ ທີ່ທົ່ວພັກ ແລະ ທົ່ວລັດພວມຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໄລຍະເລີ່ມຕົ້ນ, ພ້ອມນີ້…

ຂ່າວອື່ນໆ