ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ1886 – 1 ພຶດສະພາ 2022) ​ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ເມສາ 2022 ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເປັນປະທານໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຫົວໜ້າຄະນະປັດຊະຍາ, ພ້ອມທັງໃຫ້ກຽດບັນລະຍາຍປະຫວັດຄວາມ ເປັນມາຂອງວັນກຳມະກອນສາກົນ, ໃນພິທີມີບັນດາພະນັກງານ, ຄູ-ອາຈານ ແລະນັກສຶກ ເຂົ້າຮ່ວມຮັບຟັງປາຖະກະຖາຢ່າງພ້ອມພຽງ.

      ໃນພິທີ ທ່ານ ປອ ສາຍຄໍາ ມູນມະນີວົງ ໄດ້ຍົກໃຫ້ເຫັນສະພາບຄວາມເປັນມາຂອງວັນກໍາມະກອນສາກົນ, ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະກອນສາກົນ​ ທີ່ນັບມື້ເຕີບໃຫຍ່ເຂັ້ມແຂງແລະໄດ້ອອກລະບຽບຫຼັກການກ່ຽວກັບການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຊົນຊັ້ນກໍາມະກອນ ແລະຊາວຜູ້ອອກແຮງງານຢ່າງເປັນລະບົບຄົບຊຸດ ແລະຮັດກຸມຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທ່ານຍັງຍົກໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກໍາມະກອນ ແລະຊາວຜູ້ອອກແຮງງານລາວ ເປັນຕົ້ນໄລຍະແຫ່ງການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ ຍົກໃຫ້ເຫັນເຖິງສະພາບແຫ່ງຄວາມເປັນຈິງຂອງກໍາມະກອນ ແລະຊາວຜູ້ອອກແຮງງານລາວໃນສະພາບການຮຸກຮານ ແລະການປົກຄອງຂອງຈັກກະພັດຕ່າງດ້າວ ຊຶ່ງມີການກົດຂີ່ຂູດຮີດແຮງງານ, ຊີວິດການເປັນຢູ່ຂອງກໍາມະກອນ ບໍ່ໄດ້ຮັບການເບິ່ງແຍງດູແລທີ່ເໝາະສົມ.  ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດຈີນ ກໍຄື: ພັກປະຊາຊົນ ປະຕິວັດລາວ ໃນໄລຍະຕໍ່ມາ ໄດ້ເຮັດໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນ ແລະຊາວຜູ້ອອກແຮງງານລາວ ນັບມື້ນັບເຂັ້ມແຂງ ກໍ​ຄື​ການ​ປະ​ກອບ​ສ່ວນຢ່າງແຂງແຮງຂອງ​ກຳ​ມະ​ກອນ ແລະຊາວ​ຜູ້​ອອກ​ແຮງ​ງານ​ລາວ ເຂົ້າໃນການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພ້ອມທັງເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ຕິດພັນກັບມູນເຊື້ອກໍາມະກອນສາກົນໃຫ້ນັບມື້ມີຊີວິດຊີວາ ແລະສອດຄ່ອງກັບສະພາບຄວາມເປັນຈິງຢູ່ປະເທດລາວ​ເຮົາ.

ຜ່ານການຮັບຟັງການປາຖະກະຖາໃນຄັ້ງນີ້ ເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງໂລກະທັດ ແລະຊີວະທັດປະຕິວັດຂອງຊົນຊັ້ນກໍາມະກອນ ໃຫ້ຖັນແຖວພະນັກງານ, ຄູ-ອາຈານ ແລະນັກສຶກສາ ກໍຄືສະມາຊິກກໍາມະບານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ພ້ອມທັງສ້າງຄວາມຮັບຮູ້, ເຂົ້າໃຈ ເຖິງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກໍາມະກອນສາກົນ, ກໍາມະກອນ ແລະຊາວຜູ້ອອກແຮງງານລາວຢ່າງຖືກຕ້ອງເລິກເຊິ່ງ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ