ເນື່ອງໃນໂອກາດ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ບັນຈົບຄົບຮອບເປັນເວລາ 67 ປີ, ເພື່ອລະນຶກເຖິງຄຸນງາມຄວາມດີ ແລະການເສຍສະຫຼະຂອງບັນພະບູລຸດ ກໍຄືວິລະຊົນທີ່ເປັນກຳລັງຊາວໜຸ່ມລາວໃນຮຸ່ນກ່ອນທີ່ອົງອາດກ້າຫານຕໍ່ສູ້ກອບກູ້ເອົາເອກະລາດ ແລະສ້າງສາປະເທດຊາດໃຫ້ມີຄວາມຈະເລີນຈົນມາເຖິງປັດຈຸບັນນີ້ ດັ່ງນັ້ນ, ຄະນະບໍລິຫານງານຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດຕັ້ງປາຖະກະຖາວັນສຳຄັນດັ່ງກ່າວຂຶ້ນ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ສມປຊ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະບໍລິຫານງານພັກ, ກຳມະການສູນກາງຊາວໜຸ່ມ ປປ ລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ, ມີສະຫາຍຕາງໜ້າຄະນະໜ່ວຍພັກພະນັກງານ, ຄູ-ອາຈານ, ຄະນະພັກ, ຄະນະຫ້ອງນັກສຶກສາ, ອົງການຈັດຕັ້ງແມ່ຍິງ, ອົງການຈັດຕັ້ງກຳມະບານ, ບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ພິທີໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນ ສຸກທີ 29 ເມສາ 2022 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃນພິທີສະຫາຍ ປອ ນາງ ດາວອນ ບຸດທະນຸວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບຜົນຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ເປັນເນື້ອໃນຕົ້ນຕໍຂອງຊາວໜຸ່ມ ປີ 2021, ເຊິ່ງໄດ້ຊີ້ໃຫ້ເຫັນວ່າຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເອົາໃຈໃສ່ນຳພາ-ຊີ້ນໍາບັນດາໜ່ວຍຮາກຖານ ແລະສະມາຊິກຊາວໜຸ່ມຂອງຕົນເຄື່ອນໄຫວ ຢ່າງຕັ້ງໜ້າເປັນຕົ້ນແມ່ນ: ທາງດ້ານແນວຄິດ, ດ້ານການເຝິກຝົນຮຳ່ຮຽນ, ດ້ານວຽກງານການຈັດຕັ້ງ ແລະດ້ານວິຊາຊີບ, ສ້າງວຽກເຮັດງານທຳ ຜ່ານການປະເມີນເຫັນວ່າມີໜ່ວຍຊາວໜຸ່ມຮາກຖານ ໄດ້ຮັບນາມມະຍົດເປັນຮາກຖານ 4 ບຸກ ຈໍານວນ 16 ຮາກຖານ, ເຊິ່ງມີສະມາຊິກທັງໝົດ ຈຳນວນ 525 ສະຫາຍ, ຍິງ 193 ສະຫາຍ ເທົ່າກັບ 100% ໃນນັ້ນສະມາຊິກທີ່ຄົບມາດຖານເງື່ອນໄຂໃນການປະເມີນຖືກຮັບຮອງເປັນສະມາຊິກ 4 ບຸກຈຳນວນ 521 ສະຫາຍ, ຍິງ 190 ສະຫາຍ, ສະມາຊິກທີ່ໄດ້ຮັບນາມມະຍົດເປັນສະມາຊິກແຂງ ຈຳນວນ 506 ສະຫາຍ, ຍິງ 187 ສະຫາຍ ເທົ່າກັບ 97,12% ສະມາຊິກປະເພດກາງ ຈໍານວນ 15 ສະຫາຍ, ຍິງ 3 ສະຫາຍ ເທົ່າກັບ 2,87% ຂອງຈໍານວນສະມາຊິກທັງໝົດ. ພ້ອມກັນນັ້ນ, ບັນດາສະຫາຍຜູ້ເຂົ້າຮ່ວມຍັງໄດ້ຮັບຟັງທິດທາງແຜນການເຄື່ອນໄຫວ 4 ບຸກ ປີ 2022 ຕື່ມອີກ.

ໃນວາລະສຳຄັນດັ່ງກ່າວ ໄດ້ມອບ-ຮັບໃບຍ້ອງຍໍ ສະມາຊິກຊາວໜຸ່ມທີ່ອາສາສະມັກປະກອບສ່ວນຕ້ານພະຍາດໂຕວິດ-19 ຈຳນວນ 155 ສະຫາຍ, ຍິງ 52 ສະຫາຍໂດຍການມອບຂອງສະຫາຍ ປອ ດາວສະຫວັນ ເຄືອມີໄຊ ແລະເພື່ອເປັນການເສີມຂະຫຍາຍມູນເຊື້ອຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນບັນທ້າຍຂອງພິທີ ສະຫາຍເລຂາຊາວໜຸ່ມໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ລວມມີ 3 ຫົວຂໍ້ຍ່ອຍຄື: ໜຶ່ງ, ປະຫວັດແຫ່ງການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ຫົວຂໍ້ທີສອງ, ແມ່ນ 67 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຊິ່ງໄດ້ແບ່ງອອກເປັນ 2 ໄລຍະຕົ້ນຕໍຄື: ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ 1955-1975 ແລະໄລຍະປະຕິບັດພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ ປີ 1976-1982 ແລະ ຫົວຂໍ້ທີສາມ, ການເຄື່ອນໄຫວຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ I-VIII (ປັດຈຸບັນ). ທັງໝົດນັ້ນເປັນເນື້ອໃນສຳຄັນຂອງການປາຖະກະຖາ ເຊິ່ງສະຫາຍ ໄດ້ເນັ້ນຍ້ຳຕື່ມອີກວ່າສະມາຊິກຊາວໜຸ່ມທຸກສະຫາຍຕ້ອງກຳໄດ້ 5 ມູນເຊື້ອອັນເປັນພື້ນຖານຄື:

1) ຊາວໜຸ່ມລາວມີນ້ຳໃຈຮັກຊາດອັນດູດດື່ມ, ມີຄວາມອົງອາດກ້າຫານ, ບໍ່ຍອມຈຳນົນອຸປະສັກໃດໆ;

2) ຊາວໜຸ່ມລາວມີຄວາມຈົງຮັກພັກດີຕໍ່ປະເທດຊາດ;

3) ມີຄວາມສາມັກຄີປອງດອງບັນດາເຜົ່າ;

4) ມີມູນເຊື້ອຫ້າວຫັນຟົດຟື້ນມີຊີວິດຊີວາ, ກ້າຄິດກ້າເຮັດ ແລະກຽມພ້ອມຕະລຸມບອນເຂົ້າທຸກໜ້າທີ່ວຽກງານ;

5) ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແມ່ນບ່ອນເຝິກຝົນຫຼໍ່ຫຼອມຂອງຊາວໜຸ່ມ. ເພື່ອໃຫ້ສົມດັ່ງນາມມະຍົດທີ່ ປະທານ ໄກສອນ ພົມວິຫານ ມອບໃຫ້ທີ່ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈຶ່ງກາຍເປັນສິນໄຊ ຂອງຍຸກສະໄໝພວກເຮົາ.

ຂ່າວ: ປທ ນ. ຄຳຮູ້ ວິລະທອນ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ