ໃນຕອນເຊົ້າວັນ​ທີ 26 ເມສາ 2022 ທີ່ຫ້ອງປະຊຸມ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ ແລະ ການ​ປົກຄອງລະບົບ 10 ວັນຊຸດທີ II ໃຫ້ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ທັງນີ້ກໍເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນຂອງກອງປະຊຸມໃຫຍ່ຂອງ​ອົງຄະນະພັກແຂວງ ໃນແຕ່ລະໄລຍະໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ພິທີປິດດັ່ງກ່າວໃຫ້ກຽດເປັນ ​ປະທານ ຂອງ​ທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ, ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຂວງ. ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ນ. ຈັນຄຳ ທອງມີໄຊ ກຳມະການ​ປະຈຳພັກ​ເມືອງ, ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ; ພ້ອມດ້ວຍບັນດາທ່ານທີ່ເປັນຄະນະຮັບຜິດຊອບການຝຶກອົບຮົມໃນຄັ້ງນີ້, ມີ​ຕົວ​​ແທນ​ມາ​ຈາກຫ້ອງ​ວ່າການ​ເມືອງ, ຄະນະ​ໂຄສະນາ​ອົບຮົມ​ເມືອງ, ຄະນະ​ຈັດ​ຕັ້ງ​ເມືອງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງພາຍ​ໃນເມືອງ, ​ຕະຫຼອດຮອດພະນັກງານ​ຄູ​-ອາຈານ ແລະນັກ​ຝຶກ​ອົບຮົມເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ຫຼັງ​ຈາກ​ນັ້ນ, ທ່ານ ແອທອງ ບຸນຖາວອນ ຮອງຫົວໜ້າ​ວິຊາ​ການໄດ້​ຂຶ້ນ​ຜ່ານ​ບົດສະຫຼຸບການຈັດຕັ້ງປະຕິບັດການ​ຮຽນ-ການ​ສອນ. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນໃຫ້ນັກຝຶກອົບຮົມທິດສະດີການເມືອງ-ການປົກຄອງໂຄງການຫຼັກສູດ 10 ວັນ ຊຸດທີ II ຢູ່ເມືອງ​ວຽງ​ພູ​ຄາ ແຕ່ວັນທີ 19​ ເມສາ 2022 ເປັນຕົ້ນມາໄດ້ສໍາເລັດການຮຽນ-ການສອນ ໃນວັນທີ 26​ ເມສາ 2022. ສ່ວນ​ເນື້ອ​ໃນ​ບົດຮຽນລວມມີ 03  ພາກວິຊາຮຽນມີ 19  ບົດ, ມີ 87 ຊົ່ວໂມງເທົ່າກັບ 468 ໜ່ວຍກິດ. ທີ່ໄດ້ຈັດຕັ້ງປະຕິບັດຕົວຈິງມີລາຍລະອຽດດັ່ງນີ້:

ລໍ​າດັບວິຊາ​ຮຽນຈໍານວນ​ບົດຊົ່​ວໂມງ
01ພາກ​ທີ 1: ທິດ​ທາງ​ລວມ4 ບົດ18 ຊົ່ວ​ໂມງ
02ພາກ​ທີ 2: ວຽກ​ງານ​ພັກ7 ບົດ25 ຊົ່ວ​ໂມງ
03ພາກ​ທີ 3: ວຽກ​ງານ​ບໍລິຫານ ​ແລະ​ການ​ປົກຄອງ8 ບົດ​32 ຊົ່ວ​ໂມງ
ລວມ19 ຊົ່ວ​ໂມງ75 ຊົ່ວ​ໂມງ

           ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄດ້ນຳໃຊ້ຄູ-ອາຈານພາຍໃນຂຶ້ນຫ້ອງສິດສອນ 100%, ຄູ-ອາຈານແຕ່ລະສະຫາຍໄດ້ມີຄວາມພະຍາຍາມຄົ້ນຄວ້າ, ແຕ່ງບົດສອນ, ຂຶ້ນຫ້ອງສິດສອນ, ອະທິບາຍດ້ານທິດສະດີ ແລະສົມທຽບພຶດຕິກຳເຮັດໃຫ້ນັກຝຶກອົບຮົມມີຄວາມເຂົ້າໃຈຢ່າງເປັນລະບົບ, ບັນດານັກຝຶກອົບຮົມກໍໄດ້ມີຄວາມພະຍາຍາມຕັ້ງໃຈຂຶ້ນຫ້ອງ, ຄົ້ນຄ້ວາ-ຮ່ຳຮຽນ, ປະຕິບັດກົດລະບຽບຂອງການ​ຮຽນ ແລະໄດ້ປະກອບຄຳຄິດ, ຄຳເຫັນແລກປ່ຽນສົນທະນາບົດຮຽນນໍາກັນຢ່າງມີບັນຍາກາດຟົດຟື້ນ ແລະຈາກການຄົ້ນຄ້ວາຮ່ຳຮຽນດັ່ງກ່າວ,  ທາງໂຮງຮຽນກໍໄດ້ຈັດຕັ້ງການປະເມີນຄວາມຮັບຮູ້ ແລະຜົນການຮຽນ-ການສອນຂອງນັກຝຶກອົບຮົມ ແລະຄູ-ອາຈານ, ການປະເມີນຂອງນັກເຝິກອົບຮົມຊຶ່ງສະແດງອອກດັ່ງນີ້:  ດີເລີດກວມ  85,25 %, ດີຫຼາຍ  14,75 % ລື່ນຄາດໝາຍຂອງແຜນການທີ່ວາງໄວ້ 5,25 %.

ຄະນະ​ຈັດ​ຕັ້ງ​ພິທີໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງຂອງຫົວໜ້າໂຮງຮຽນວ່າດ້ວຍການອອກໃບຢັ້ງຢືນ; ໃຫ້ກ​ຽດຂຶ້ນ​ມອບໂດຍ​ ​ທ່ານ ປທ ສິງໄຊ ວັນຄຳ ຫົວໜ້າໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງແຂວງ ແລະ ຮັບຟັງການໂອ້​ລົມ​ຕໍ່​ພິທີ​ປິດ​ຊຸດ​ຮຽນ-ການຊີ້ທິດເຍືອງທາງ ຈາກ ທ່ານ ​ນ. ຈັນຄຳ ທອງມີໄຊ ​ຊຶ່ງ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ທາງ​ຄະນະ​ພັກ ຂອງໂຮງຮຽນ ແລະຄະນະພັກ-ຄະນະນຳ ຂອງເມືອງວຽງພູຄາ ​​ຕະຫຼອດຮອດທຸກ​ພາກສ່ວນ​ທີ່​ໄດ້​ໃຫ້​ຄວາມ​ສຳຄັນ​ຊຶ່ງໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຕື່ນ​ຕົວ ຂອງ​ທຸກ​ພາກສ່ວນ ​ແລະທ່ານ​ໄດ້​ກ່າວວ່າອີກວ່າ: ການ​ຮ່ຳຮຽນ​ເຖິງວ່າ​ຈະ​ຮຽນ​ໜ້ອຍ ຫຼື ຮຽນ​ຫຼາຍ ກໍ່​ລ້ວນ​ແຕ່​ມີ​ຄຸນຄ່າທັງ​ນັ້ນ, ການ​ຄົ້ນຄວ້າ​ຮ່ຳຮຽນທິດສະດີການເມືອງ-ການປົກຄອງ​ໃນຄັ້ງນີ້ບັນດານັກຝຶກອົບຮົມຕ້ອງຖືເປັນ​ສຳຄັນ ແລະນໍາໄປໝູນໃສ່ເຂົ້າໃນ​ການນໍາພາ-ຊີ້ນໍາວຽກງານຕົວຈິງໃນການເຄື່ອນໄຫວວຽກງານຕ່າງໆ ພາຍໃນບ້ານຂອງຕົນໃຫ້ເກີດດອກອອກຜົນ ແລະມີປະສິດທິພາບສູງກວ່າເກົ່າ.

                                                                                      ຂ່າວ: ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ