ຂ່າວຫຼ້າສຸດ

ນັກສຶກສາທິດສະດີການເມືອງ ລະບົບປະລິນຍາໂທ ຮຸ່ນທີ XXI ລົງເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ຢູ່ບ້ານນາກາງ, ເມືອງເຟືອງ, ແຂວງວຽງຈັນ ໃນວັນທີ 26 ກຸມພາ – 02 ມີນາ 2026 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບຄວາມຮູ້ດ້ານວຽກງານພິທີການ ແລະ ພົວພັນຕ່າງປະເທດ ໃຫ້ແກ່ພະນັກງານ, ຄູ-ອາຈານ ທີມງານລົງກໍ່ສ້າງຮາກຖານການເມືອງ ນັກຄົ້ນຄ້ວາປະລິນຍາໂທຮຸ່ນທີ XXI ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈຸ 1 ທິມງານລົງກໍ່ສ້າງຮາກຖານການເມືອງໜ່ວຍ 2 ປທ ຮຸ່ນທີ່ XXI ຫ້ອງ ຂ ບ້ານ ໂພນທອນ ເມືອງເຟືອງ, ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມບ້ານ ນັກສຶກສາປະລິນຍາໂທ ຮຸ່ນທີ XXI ລົງເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທາບທາມບັນດາກົດລະບຽບຕ່າງໆ ສໍາລັບ ສມປຊ

ຫ້ອງການສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມການ​ທາ​ບທາມ​ບັນດາ​ກົດ​ລະບຽບຕ່າງໆ ທີ່​ຈະ​ໄດ້ນໍາ​ໃຊ້​ພາຍ​ໃນ ສມປຊ ​ຊຶ່ງກອງປະຊຸມໄດ້ຈັດ​ຂື້ນ​ໃນ​ວັນ​ທີ 01 ກໍລະກົດ 2021 ທີ່​ຫ້ອງ​ປະຊຸມຊັ້ນ 5 ຂອງ​ຕຶກສູນ​ຂໍ້​ມູນ​ຂ່າວສານ ສມປຊ​. ພາຍ​ໃຕ້​ການ​ເປັນປະ​ທານ​ຂອງ​ທ່ານ ປທ ນ. ບຸນ​ມີ ຈຸນລະ​ຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 15. ພ້ອມດ້ວຍຕາງໜ້າ​ບັນດາ​ກົມ, ຄະນະ​ຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຈຸດສັກວັກຊິນກັນພະຍາດໂຄວິດ 19

ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງການສັກວັກຊິນປ້ອງກັນໂຄວິດ 19 ສຳລັບພະນັກງານ, ຄູ-ອາຈານຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພະນັກງານບຳນານ, ຍາດຕິພີ້ນ້ອງຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ, ທັງນີ້ເພື່ອສ້າງເລັ່ງສ້າງພູມຄຸ້ມກັນ, ທັງຮັບປະກັນໃຫ້ແກ່ການຮຽນ-ການສອນປີສຸດທ້າຍ ແລະການເຮັດວຽກຂອງພະນັກງານໄດ້ຢ່າງສະບາຍໃຈ, ດັ່ງນັ້ນ, ໃນວັນທີ 23 ມິຖຸນາ 2021 ສມປຊ ໄດ້ປະສານສົມທົບກັບ ກະຊວງສາທາລະນະສຸກ ໄດ້ສົ່ງທີມແພດນຳພາໂດຍ ທ່ານ ນ. ສີວັນ ສີບຸນເຮືອງ ຮອງຫົວໜ້າພະແນກພະຍາບານ ໂຮງໝໍມິດຕະພາບ ພ້ອມດ້ວຍຄະນະ…

ເມືອງແປກ ແຂວງຊຽງຂວາງ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໃຫ້ຄະນະພັກບ້ານ, ນາຍບ້ານ ສົກປີ 2021

ໃນວັນທີ 21 ມິຖຸນາ 2021 ຢູ່ທີ່ສະໂມສອນເມືອງແປກ ແຂວງຊຽງຂວາງພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ສຳລັບຄະນະພັກບ້ານ, ນາຍບ້ານ ​ໃນ​ທົ່ວ​ເມືອງແປກ ສົກ​ປີ 2021 ພາຍໃຕ້ການເປັນປະທານ ຂອງ ທ່ານ ໜໍບີຫາ ຕົ່ງປາວຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີທ່ານ ປທ ຄຳຜຸຍ ໂນລາກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ທ່ານກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ, ເຈົ້າເມືອງໆແປກ, ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊົມເຊີຍບັນດາຜູ້ທີ່ໃຫ້ການສະໜັບສະໜູນທາງດ້ານວັດຖຸ, ອຸປະກອນ ແລະສີດຢາຂ້າເຊື້ອ ໃນການສະກັດກັ້ນ, ຄວບຄຸມ ແລະ ຕ້ານພະຍາດໂຄວິດ 19.

ຄະນະສະເພາະ​ກິດ ສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ ໂຄ​ວິດ 19 (Covid 19) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນເດືອນມິຖຸນາໄດ້ຮັບການປະກອບສ່ວນທາງດ້ານວັດຖຸ, ອຸປະກອນຮັບໃຊ້ເຂົ້າໃນການວັດແທກອຸນນະພູມ ແລະນໍ້າດື່ມ ຈາກຫຼາຍໆພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນເພື່ອເປັນກຳລັງແຮງໃຈໃນການປະຕິບັດໜ້າທີ່ຂອງຄະນະສະເພາະ​ກິດສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ໂຄ​ວິດ 19 (Covid 19) ສມປຊ. ຊຶ່ງມີລາຍຊື່ຜູ້ທີ່ໃຫ້ສະໜັບສະໜູນມີດັ່ງລຸ່ມນີ້: 1). ທ່ານ ທະນົງໄຊ ຄຸດໄພທູນ ແລະ ທ່ານ…