Month: October 2022

ກອງປະຊຸມຮັບຮອງຜົນຂອງການຄົ້ນຄວ້າວິທະຍາສາດແນວຄິດ ໄກສອນ ພົມວິຫານ

ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມຮັບຮອງຜົນ ຂອງການຄົ້ນຄວ້າວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ ສປປ ລາວ ແລະຫົວຂໍ້: ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານຂຶ້ນໃນ ລະຫວ່າງ ວັນທີ 26-27 ຕຸລາ 2022, ທີ່ຫ້ອງປະຊຸມໃຫຍ່ສຳນັກງານສະພາທິດສະດີສູນກາງພັກ ຊັ້ນ 2 (ຫຼັກ 6).ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ: ທ່ານ…

ສະຖານທູດ ອົດສະຕຣາລີ ພົບປະຢ້ຽມຢາມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນການທູດ ລະຫ່ວາງ ລາວ-ອົດສະຕຣາລີ ຄົບຮອບ 70 ປີ. ໃນວັນທີ 21 ຕຸລາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາໂດຍ: ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະພົບປະຂອງສະຖານທູດອົດສະຕຣາລີປະຈໍາລາວ ນໍາໂດຍ: ທ່ານ ແມັດທິວ ແບັງ ເລຂາທີ…

ນັກສຶກສາທິດສະດີການເມືອງ ແລະການປົກຄອງ ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXXI ທັດສະນະສຶກສາຂົງເຂດປະຫວັດສາດ ແລະຂົງເຂດເສດຖະກິດ

ໃນວັນທີ 21/10/2022 ຄະນະນັກສຶກສາທິດສະດີການເມືອງ ແລະການປົກຄອງລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ່ XXXI ໄປທັດສະນະສຶກສາ ໂດຍພາຍໃຕ້ການນໍາພາຂອງ ທ່ານ ປອ. ນ. ໄກສອນ ຈັນສີນາ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ມີຄູປະຈໍາຫ້ອງ 1 ທ່ານຄື: ທ່ານ ປທ. ນວນແສງ ຄໍາມີໄຊ ຮອງຫົວໜ້າພະແນກຄຸ້ມຄອງລະບົບບໍາລຸງ ພ້ອມດ້ວຍນັກສຶກສາຈໍານວນທັງໝົດ​ 57, ຍິງ​ 12 ທ່ານ ທີ່ໄປທັດສະນະສຶກສາຄັ້ງນີ້ມີຢູ່…

ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ຈັດພິທີເປີດຊຸດ ເຝິກອົບຮົມ ທິດສະດີການເມືອງ ແລະການປົກຄອງ ສຳລັບ ຄະນະພັກ, ອົງການປົກຄອງບ້ານ ຫຼັກສູດສະເພາະ 10 ວັນ ຮຸ່ນທີ II ເມືອງແປກ ແຂວງຊຽງຂວາງ

ໂດຍປະຕິບັດຕາມ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 298/ຄປພຂ, ລົງວັນທີ 14/10/2022 ວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ  ສຳລັບຄະນະພັກ, ອົງການປົກຄອງບ້ານ ຫຼັກສູດສະເພາະ 10 ວັນ ຮຸ່ນທີ II ເມືອງແປກ ສົກປີ 2022, ອີງຕາມ ຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ວ່າດ້ວຍການຮັບຮອງ ແລະອະນຸມັດນຳໃຊ້ຫຼັກສູດ ແລະນຳໃຊ້ຄູ່ມືເຝິກອົບຮົມທິດສະດີການເມືອງ ແລະການປົກຄອງ ສຳລັບຄະນະພັກ, ນາຍບ້ານ ສະບັບເລກທີ…

ຂ່າວອື່ນໆ