ໃນລະຫວ່າງ ວັນທີ 24-25 ກັນຍາ 2022 ທີ່ຜ່ານມາຄະນະຫ້ອງພ້ອມດ້ວຍສະມາຊິກພາຍໃນຫ້ອງຮຽນຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI ເຊິ່ງນໍາພາໂດຍ: ທ່ານ ປອ ສະໄໝ ໂພທິສານ ຄະນະຫ້ອງ ພ້ອມດ້ວຍສະມາຊິກໃນຫ້ອງ ໄດ້ທັດສະນະສຶກສາ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ເປັນກຽດຕ້ອນຮັບໂດຍ: ທ່ານ ບຸນໝັ້ນ ເສີມມາ ຮອງເລຂາຄະນະພັກເມືອງປາກລາຍ ພ້ອມດ້ວຍຄະນະນໍາ ເມືອງປາກລາຍ ຕ້ອນຮັບ ຢ່າງອົບອຸ່ນ.

ໂຮງງານຜະລິດແປ້ງມັນຕົ້ນ

ໃນການລົງໄປທັດສະນະສຶກສາຄັ້ງນີ້ແມ່ນໄດ້ເບິ່ງຕົວແບບ ແລະຖອດຖອນໃນການພັດທະນາ ແລະສົ່ງເສີມຄອບຄົວກຸ່ມຜະລິດກະສິກໍາປ່າໄມ້, ການປູກຝັງ, ການລ້ຽງສັດ ຢູ່ເມືອງປາກລາຍ ແຂວງ ໄຊຍະບູລີ. ພ້ອມທັງໄດ້ຮັບຟັງການລາຍງານໂດຍຫຍໍ້ເປັນຕົ້ນ ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາສົ່ງເສີມການປູກຝັງ, ການລ້ຽງສັດ ໃນໄລຍະຜ່ານມາ ແລະແຜນພັດທະນາໃນຕໍ່ໜ້າ. ຈາກນັ້ນທາງຄະນະທີມງານກໍ່ໄດ້ລົງໄປທັດສະນະສຶກສາເບິ່ງຕົວຈິງ ຢູ່ດ່ານສາກົນພູດູ່, ຢ້ຽມຊົມການເກັບຊື້ ຜົນຜະລິດກະສິກໍາເປັນຕົ້ນແມ່ນ: ສາລີ, ພືດຕະກຸນຖົ່ວ ແລະ ມັນຕົ້ນຂອງນັກທຸລະກິດຜູ້ປະກອບການ, ຢ້ຽມຊົມ ສວນປູກໝາກຖົ່ວແດງ, ຖົ່ວດິນ ແລະການປູກມັນຕົ້ນຂອງພໍ່ແມ່ປະຊາຊົນ ຢູ່ເຂດບ້ານໃຫຍ່ພັດທະນາກວມເອົາ ບ້ານຜາແກ້ວ ແລະຢ້ຽມຊົມສະຖານທີ່ເກັບຊື້ຜະລິດແປ້ງມັນຕົ້ນ, ປຸຍຊີວະພາບອາຫານສັດ ແລະແກັຼດຊີວະພາບທີ່ຜະລິດຈາກສິ່ງເສດເຫຼືອຂອງມັນຕົ້ນ ຢູ່ບໍລິສັດລາວກ້າວໜ້າ ບ້ານນໍ້າສົ່ງ ເມືອງ ປາກລາຍ ແຂວງໄຊຍະບູລີ.

ໂຮງງານແປ້ງມັນຕົ້ນນໍ້າຊົ້ງ-ການຜະລິດອາຍແກັດ ຈາກເສດແປ້ງມັນຕົ້ນນໍາໃຊ້ເຂົ້າໃນການຜະລິດ

ຂ່າວ: ບົວພອນນິກ ພົນອາສາ
ຮູບພາບ: ນັກສຶກສາ ຊັ້ນສູງ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI
ບັນາທິການ: ປທ ບຸນປັນ ສຸມຸນທອງ