ຄະນະຜູ້ແທນມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ ນຳໂດຍ ທ່ານ ຮສ ປອ ຟາມບ້າວເຊີນ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ 3 ທ່ານ ໄດ້ເປັນກຽດເຂົ້າພົບປະແລກປ່ຽນບົດຮຽນດ້ານວິຊາການຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນວັນທີ 29 ກັນຍາ 2022 ເພື່ອເປັນການຮ່ວມມືທາງດ້ານວິຊາການ, ວຽກງານການຄົ້ນຄວ້າວິທະຍາສາດ ແລະການເຝິກອົບຮົມ.

         ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ໃຫ້ກຽດຕ້ອນຮັບໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຜູ້ຕາງໜ້າຈາກຄະນະຕ່າງໆ ພາຍໃນ ສມປຊ. ຊຶ່ງໃນ ລະຫວ່າງ ການພົບປະແລກປ່ຽນບົດຮຽນທັງສອງຝ່າຍຕ່າງກໍ່ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງ ແລະພາລະບົດບາດ ຂອງທັງສອງຝ່າຍພ້ອມທັງໄດ້ລົງເລິກດ້ານວິຊາການ, ວຽກງານການຄົ້ນຄວ້າວິທະຍາສາດ ແລະການເຝິກອົບຮົມ ເພື່ອເຮັດໃຫ້ວຽກງານດັ່ງກ່າວໃຫ້ໄດ້ຮັບການຮ່ວມມືໃນຕໍ່ໜ້າທັງນີ້ເພື່ອເຮັດໃຫ້ການຮ່ວມມືມີບາດກ້າວໃໝ່, ສ້າງສາຍພົວພັນອັນໜັກແໜ້ນຂອງສອງຝ່າຍ ແລະສ້າງສາຍພົວພັນການຮ່ວມມືທາງດ້ານວິຊາການ ແລະການຄົ້ນຄວ້າວິທະຍາສາດໃຫ້ໄດ້ຮັບໝາກຜົນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ແອງກາລີ ໄຊຍະຈັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ