ວັນທີ 7 ຕຸລາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນ ທັງເປັນການສະແດງຄວາມຮູ້ບຸນຄຸນ, ຄວາມກະຕັນຍູກະຕະເວທີ ທີ່ມີຕໍ່ຄູ-ອາຈານ, ການເຊີດຊູກຽດສັກສີ, ຄຸນງາມຄວາມດີ, ຖານະບົດບາດຂອງຄູທີ່ມີຕໍ່ສັງຄົມ ແລະປະເທດຊາດ. ຊຶ່ງຄໍາວ່າ: “ຄູ “ແມ່ນເປັນຄຳສືບທອດມາຫຼາຍ, ຄູໝາຍເຖິງຜູ້ທີ່ມີຄວາມຮູ້ ແລະປະສົບການ, ເປັນຜູ້ສິດສອນຖ່າຍທອດຄວາມຮູ້ ແລະສຶກສາອົບຮົມໃຫ້ແກ່ນັກຮຽນ, ນັກສຶກສາ, ເປັນຜູ້ນຳເອົານະໂຍບາຍ ແລະນະວັດຕະກຳໃໝ່ໆລົງສູ່ຊຸມຊົນ ແລະອື່ນໆ.

         ໃນໄລຍະຜ່ານມາພະນັກງານຄູ-ອາຈານ ໃນທົ່ວປະເທດໄດ້ປະກອບສ່ວນຢ່າງຫຼວງຫຼາຍຕໍ່ວຽກງານການສຶກສາ, ກໍຄືການພັດທະນາຊັບພະຍາກອນມະນຸດ. ເວົ້າລວມ, ເວົ້າສະເພາະກໍແມ່ນພະນັກງານ, ຄູ-ອາຈານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

         ສະນັ້ນ, ໃນວັນທີ 6 ຕຸລາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດສົກຮຽນໃໝ່ ພ້ອມທັງສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 28 ປີ (7.10.1994-7.10.2022). ໃນພິທີໃຫ້ກຽດເປັນປະທານໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ເຂົ້າຮ່ວມພິທີມີຄະນະກົມ, ຫ້ອງການ, ຄະນະຕ່າງໆ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

         ໃນພິທີ ທ່ານ ປອ ນ. ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານແຜນການຮຽນ-ການສອນ ສົກຮຽນ 2022-2023 ວ່າ: ປັດຈຸບັນນີ້ ສມປຊ ໄດ້ເປີດຫຼັກສູດຕ່າງໆຄື:

         – ຫຼັກສູດ​​ລະບົບບໍາລຸງ ປະກອບມີ: ຫຼັກສູດທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ແລະຂັ້ນສູງ; ຫຼັກສູດຄູການເມືອງ 3 ເດືອນ, ຫຼັກສູດຫຼັກຝຶກອົບຮົມວຽກງານໂຄສະນາ, ວຽກງານກວດກາ ແລະວຽກງານປົກຄອງ; ຫຼັກສູດ​ເຝິກ​ອົບ​ຮົມເລຂາພັກບ້ານ-ນາຍບ້ານ, ຫຼັກສູດເຝິກອົບຮົມເລຂາພັກເມືອງ-ຄະນະພັກເມືອງ; ຫຼັກສູດຄະນະພັກກະຊວງ-ອົງການ ແລະຄະນະປະຈໍາພັກແຂວງ, ຫຼັກສູດເຝິກອົບຮົມຜູ້ບໍລິຫານລັດວິສາຫະກິດ, ຫຼັກສູດ​ເຝິກ​ອົບ​ຮົມ 45 ວັນ, ຫຼັກສູດ​ເຝິກ​ອົບ​ຮົມ​ 10 ວັນຕາມ​ຫົວ​ຂໍ້ສະ​ເພາະ.

– ຫຼັກສູດລະບົບກໍ່ສ້າງປະກອບມີ: ຫຼັກສູດ​ຊັ້ນຕົ້ນ, ຊັ້ນກາງ, ຊັ້ນອະນຸປະລິນຍາ, ປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກ ທີ່ຈະເລີ່ມຈັດຕັ້ງປະຕິບັດໃນສົກຮຽນ 2023-2024.

         ນອກນັ້ນ, ການຈັດຕັ້ງການຮຽນ-ການສອນ ໃນສົກຮຽນ 2022-2023 ນີ້ ມີລະບົບຮຽນທິດສະດີການເມືອງ ຂັ້ນຕົ້ນ ມີ 1 ຮຸ່ນ ຄື: ມີຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ທ່ານ, ຍິງ 28 ທ່ານ (ໄດ້ຈັດຕັ້ງການຮຽນມາແຕ່ເດືອນ 8/2022 ແລະຈະສໍາເລັດໃນກາງເດືອນ 11/2022 ຕາມແຜນການ), ລະບົບຊັ້ນສູງເລັ່ງລັດ 5 ເດືອນ ມີ 1 ຮຸ່ນ ຄື: ຮຸ່ນທີ 31 ມີຜູ້ເຂົ້າຮຽນທັງໝົດຈໍານວນ 57 ທ່ານ, ຍິງ 12 ທ່ານ, ລະບົບປະລິນຍາຕີ 4 ປີ ມີ 1 ຮຸ່ນ ຄື: ປີທີ 4 ຮຸ່ນທີ XXV ມີນັກສຶກສາທັງໝົດຈໍານວນ 119ທ່ານ, ຍິງ 28 ທ່ານ ແລະລະບົບປະລິນຍາໂທ ມີ 2 ຮຸ່ນ ຄື:

         – ປີທີ 1 ປະລິນຍາໂທ ຮຸ່ນທີ XVIII ມີນັກຄົ້ນຄວ້າທັງໝົດ ຈໍານວນ 140 ທ່ານ, ຍິງ 38 ທ່ານ.

         – ປີທີ 2 ປະລິນຍາໂທ ຮຸ່ນທີ XVII ມີນັກຄົ້ນຄວ້າທັງໝົດ ຈໍານວນ 120 ທ່ານ, ຍິງ 37 ທ່ານ.

         ສະເພາະປະຈຳສົກຮຽນປີ 2022-2023. ທ່ານ ປອ ນ. ໄກສອນ ຈັນສີນາ ຍັງໃຫ້ໄດ້ກ່າວຕື່ມອີກວ່າ: ລະບົບຮຽນທິດສະດີການເມືອງຂັ້ນສູງຈະສາມາດເປີດການຮຽນ-ການສອນໄດ້ 4 ຮຸ່ນ, ມີຜູ້ເຂົ້າຮຽນ 60 ທ່ານຕໍ່ຊຸດຮຽນ ຄື:

ຊຸດທີ 1: ຈະ​​ເລີ່​ມ​ແຕ່​ວັນ​ທີ 31 ຕຸລາ 2022- 28 ກໍລະກົດ 2023 (ລວມທັງ​​ໝົດ 9 ເດືອນ)

ຊຸດທີ 2: ຈະ​​ເລີ່​ມ​ແຕ່​ວັນ​ທີ 30 ມັງກອນ 2023- 27 ຕຸລາ 2023 (ລວມທັງ​​ໝົດ 9 ເດືອນ)

ຊຸດທີ 3: ຈະ​​ເລີ່​ມ​ແຕ່​ວັນ​ທີ 27 ມີນາ  2023- 29 ທັນວາ 2023 (ລວມທັງ​​ໝົດ 9 ເດືອນ)

ຊຸດທີ 4: ຈະ​​ເລີ່​ມ​ແຕ່​ວັນ​ທີ 5 ມິຖຸນາ 2023- 2 ກຸມພາ 2024 (ລວມທັງ​​ໝົດ 9 ເດືອນ)

         ສັງລວມແລ້ວ, ສົກຮຽນ 2022-2023 ນີ້ ຈະມີນັກສຶກສາທັງໝົດ ຈໍານວນ 731ທ່ານ.

         ພິທີດັ່ງກ່າວ, ເພື່ອເປັນການຍ້ອງຍໍຜົນງານທີ່ຄູ-ອາຈານທີ່ຍາດມາໄດ້ ທ່ານ ປອ ນ. ເກດມະນີ ອິນທະວົງ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍຍ້ອງຍໍຕໍ່ຄູ-ອາຈານສອນດີສອນເກັ່ງປະເພດ I ມີ 38 ທ່ານ, ຍິງ 15 ທ່ານ, ປະເພດ II ມີ 3 ທ່ານ, ຍິງ 1 ທ່ານ.

         ໃນຕອນທ້າຍພິທີປະທານໄດ້ໃຫ້ກຽດໂອ້ລົມ ແລະພ້ອມທັງສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ກັບໃນການລາຍງານແຜນການຮຽນ-ການສອນໃນສົກຮຽນ 2022-2023 ທີ່ທາງກົມຄຸ້ມຄອງການຮຽນ-ການສອນ ທີ່ໄດ້ລາຍງານ, ເຊິ່ງມາຮອດປັດຈຸບັນນີ້ກໍ່ເຫັນໄດ້ວ່າ ການຈັດຕັ້ງປະຕິບັດຫຼັກສູດຜ່ານມາຖ້າທຽບໃສ່ແຜນການຮຽນ-ການສອນທີ່ໄດ້ກຳນົດໄວ້ໃນທຸກລະບົບຮຽນແມ່ນສາມາດຈັດຕັ້ງປະຕິບັດຫຼັກສູດສຳເລັດຕາມແຜນການທີ່ໄດ້ວາງໄວ້ ແລະສາມາດເຮັດຫຼ້ອນໜ້າທີ່ທີ່ພັກ-ລັດມອບໝາຍໃຫ້. ດັ່ງນັ້ນທ່ານປະທານຈຶ່ງໄດ້ໃຫ້ທິດຊີ້ນຳ 5 ຂໍ້ວ່າ:

  1. ອັນສຳຄັນກວ່າໝູ່ນັ້ນ ພວກສະຫາຍຕ້ອງກຳແໜ້ນພື້ນຖານທິດສະດີ ມາກ-ເລນິນ; ແນວຄິດ ປະທານ ໄກ ສອນ ພົມວິຫານ, ແນວທາງ ຂອງພັກ, ນະໂຍບາຍຂອງລັດ ໃຫ້ເລິກເຊິ່ງ ແລະເຄົາລົບລະບຽບ, ກົດໝາຍຂອງລັດ ກໍ່ຄື ຂອງສະຖາບັນຢ່າງເຂັ້ມງວດ.
  2. ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ປະກອບສ່ວນເຂົ້າໃນການບູລະນະແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ ໃນແຕ່ລະໄລຍະ.
  3. ຍົກສູງຄວາມສາມາດທາງດ້ານຄວາມຮູ້, ທັກສະ ແລະຄວາມຊຳນິຊຳນານໃນການຄົ້ນຄວ້າຮໍ່າຮຽນ, ຄົ້ນຄວ້າວິທະຍາສາດ ແລະຮູ້ຈັກວິເຄາະວິໄຈບັນຫາຈາກພຶດຕິກຳຕົວຈິງ ຢ່າງເລິກເຊິ່ງ.
  4. ໃນໄລຍະທີ່ບັນດາສະຫາຍ ທີ່ກໍາລັງສຶກສາຮ່ຳຮຽນ ຢູ່ສະຖາບັນແຫ່ງນີ້ ພວກສະຫາຍຍັງຈະໄດ້ສຸ່ມຈິດໃຈ, ເຫື່ອແຮງ, ສະຕິປັນຍາ ແລະຊັບສິນຂອງຕົນເພື່ອຮັບໃຊ້ໜ້າທີ່ການເມືອງ ທີ່ໜັກໜ່ວງແຕ່ມີກຽດສະຫງ່າ ທີ່ພັກ-ລັດ ມອບໝາຍໃຫ້.
  5. ອັນສຳຄັນທີ່ສຸດ ແມ່ນບັນດາສະຫາຍ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ເຊີດຊູມານະຈິດ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກຢ່າງບໍ່ຮູ້ອິດເມື່ອຍ, ສຸມໝົດທຸກກໍາລັງແຮງ ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ເຝິກຝົນຫຼໍ່ຫຼອມຕົນເອງ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ເພື່ອເຮັດຫຼ້ອນໜ້າທີ່ ທີ່ຂັ້ນເທິງໄດ້ຮັບມອບໝາຍ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມ ຂອງ ສມປຊ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນທິການ: ທ່ານ ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ