ໃນວັນທີ 30/09/2022 ຄະນະນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ຈຳນວນທັງໝົດ 60 ທ່ານ, ຍິງ 28 ທ່ານ ໄດ້ໄປທັດສະນະສຶກສາ ຢູ່ 2 ແຫ່ງຄື: ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ, ໂດຍພາຍໃຕ້ການນໍາພາຂອງ ທ່ານ ວຽງທອງ ອະໄພຍະວົງ ຫົວໜ້າພະແນກຄຸ້ມຄອງນັກສຶກສາ, ມີຄູປະຈໍາຫ້ອງທັງ 2 ທ່ານ ຄື: ທ່ານ ປທ ນວນແສງ ຄໍາມີໄຊ ຮອງຫົວໜ້າພະແນກຄຸ້ມຄອງລະບົບບໍາລຸງ ແລະທ່ານ ພູນສຸກ ສິດທິແສງ ຮອງຫົວໜ້າພະແນກພະນັກງານ ແລະນັກສຶກສາທັງໝົດເຂົ້າຮ່ວມ.

         ໃນພາກເຊົ້າ ໄດ້ໄປທັດສະນະສຶກສາຢູ່ທີ່ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເພື່ອເປັນການທົບທວນຫວນຄືນປະຫວັດສາດ ເວົ້າລວມ, ເວົ້າສະເພາະແມ່ນຊີວິດ ແລະການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຕໍ່ການປະຕິວັດ ດ້ວຍຄວາມສະຫຼາດສ່ອງໃສ ສາມາດຍາດໄດ້ຫຼາຍຜົນງານ ເຮັດໃຫ້ປະເທດຊາດ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ.

         ນອກນັ້ນ, ຍັງເປັນການເຮັດໃຫ້ນັກສຶກສາທິດສະດີຂັ້ນຕົ້ນ ຮູ້ໄດ້ເຖິງຄວາມອາດສາມາດ ໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນ, ເຊິ່ງໃນນີ້, ບັນດາຜູ້ເຂົ້າຊົມໄດ້ຮັບຮູ້ ແລະເຂົ້າໃຈເຖິງປະຫວັດຄວາມເປັນມາການເຕີບໃຫຍ່ຂະຫຍາຍຕົວຂອງ ປະທານ ໄກສອນ ພົມວິຫານ ໃນແຕ່ລະໄລຍະ ໂດຍຜ່ານແປວໄຟຂອງ ການປະຕິວັດຕໍ່ສູ້ກູ້ຊາດ ແລະປົກປັກຮັກສາ ພັດທະນາປະເທດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ.

         ໃນພາກບ່າຍຂອງວັນດຽວກັນ, ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ໄດ້ທັດສະນະສຶກສາຢູ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ໃຫ້ການຕ້ອນຮັບຂອງ ທ່ານ ສີສັນ ປອງນະທີ ເລຂາໜ່ວຍພັກ, ຮອງອຳນວຍການໃຫຍ່ ບໍລິສັດດາວທຽມລາວ-ເອເຊຍປາຊີຟິກ ຈຳກັດ

ທ່ານໄດ້ໃຫ້ກຽດເປັນວິທະຍາກອນ ອະທິບາຍກ່ຽວກັບຄວາມເປັນມາຂອງໂຄງການ ດາວທຽມລາວ (Laosat) ເຊິ່ງເລີ່ມແຕ່ວັນ​ທີ 12 ທັນວາ 2012 ກະຊວງ ​ປທສ ຕາງໜ້າ​ໃຫ້​ລັດ​ຖະບານ​ລາວ​ ໄດ້​ເຊັນ​ສັນຍາ​ກັບ​ບໍ​ລິສັດ APMT ​ສປ ຈີນ ເພື່ອ​ປະຕິບັດໂຄງການ​ສ້າງ, ສົ່ງ​ດາວ​ທຽມ ແລະກໍ່ສ້າງ​ສູນ​ບັນຊາ​ພາກ​ພື້ນດິນ ພ້ອມ​ດ້ວຍ​ການ​ສ້າງ​ນັກ​ວິຊາ​ການ​ບັນຊາ​ດາວ​ທຽມໃຫ້ແກ່ຝ່າຍລາວ, ມາໃນຕອນເຊົ້າມືດວັນ​ທີ 21 ພະຈິກ 2015 ທີ່ແຂວງເສສວນ ສປ ຈີນ. ດາວ​ທຽມ​ລາວດວງ​ທຳ​ອິດ “LAOSAT-1” ໄດ້ຖືກ​ສົ່ງ​ຂຶ້ນ​ສູ່ອາ​ວະ​ກາດ​ໃນ​ຕຳແໜ່ງເສັ້ນ​ໂຄຈອນ 128.5 ອົງສາ ດ້ວຍ​ຜົນສຳເລັດ​.

           ໃນຕອນແລງວັນທີ 9 ມີນາ 2016 ໄດ້ມີພິທີມອບ-ຮັບ ດາວທຽມລາວເຊັດ 1 (LAOSAT-1) ແລະເປີດໂຕບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ຂຶ້ນຢ່າງເປັນທາງການທີ່ ສະຖານີດາວທຽມພາກພື້ນດິນ ຫຼັກ 14 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

           ປັດຈຸບັນມີຫຼາຍບໍລິສັດພາຍໃນ ແລະບໍລິສັດຕ່າງປະເທດ. ໃນນັ້ນ,​ ມີຮົງກົງ (ສປ.ຈີນ), ປະເທດຈີນຕອນໃຕ້ ແລະອິນໂດເນເຊຍ ເຊິ່ງກວມອັດຕາສ່ວນຫຼາຍກວ່າໝູ່ ໄດ້ເຊົ່າ ຕຼານສະປອນເດີ (ປ່ອງຮັບສົ່ງຜ່ານສັນຍານ) ໂດຍທີ່ບໍລິສັດດາວທຽມລາວ ໄດ້ກໍານົດຕຼານສະປອນເດີໄວ້ 17 ປ່ອງ ໄວ້ສຳລັບລູກຄ້າຕ່າງປະເທດ ຈາກທັງໝົດທີ່ມີ 22 ປ່ອງ.      

            ໂຄງການດາວທຽມລາວ (Laosat-1) ດັ່ງກ່າວນີ້ເປັນການຮ່ວມທຶນ ລະຫວ່າງ ລັດຖະບານ ສປປ ລາວ 45%, ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງຈີນ 35%, ບໍລິສັດ Space Star Technology (SSTC) ຂອງຈີນ 15% ແລະບໍລິສັດ Asia Pacific Satellite Technology (APST) (ຮົງກົງ) 5% ເຊິ່ງການເຊັນສັນຍາຮ່ວມທຶນດັ່ງກ່າວ ແມ່ນເພື່ອສ້າງຄວາມສະດວກໃນວຽກບໍລິການ ການສື່ສານຜ່ານດາວທຽມປະເພດຕ່າງໆຢູ່ພາຍໃນ ແລະຕ່າງປະເທດເຊັ່ນ: ການສື່ສານສຳລັບວຽກງານຂອງລັດ ການໃຫ້ເຊົ່າຊ່ອງດາວທຽມ, ການບໍລິການໂທລະພາບຜ່ານດາວທຽມ, ການສື່ສານສຳລັບເຂດຊົນນະບົດ ແລະຫ່າງໄກສອກຫຼີກ, ການສຶກສາ ແລະການແພດທາງໄກ, ລະບົບໂທລະຄົມມະນາຄົມ ແລະອິນເຕີເນັດການສື່ສານໃນວຽກງານບັນເທົາທຸກ ແລະຟື້ນຟູຈາກໄພພິບັດ.

            ສັງລວມແລ້ວ, ການທັດສະນະສຶກສາ 2 ສະຖານທີ່ດັ່ງກ່າວແມ່ນໄດ້ເຮັດໃຫ້ນັກສຶກສາໄດ້ຮັບຮູ້ເຖິງຮ່ອງຮອຍປະຫວັດສາດຂອງການນຳ ທີ່ຕິດພັນກັບບົດຮຽນໃນພາກວິຊາ ແນວຄິດຂອງປະທານໄກສອນ ພົມວິຫານ ຊຶ່ງໄດ້ສ່ອງແສງໃຫ້ເຫັນໄດ້ຢ່າງລະອຽດກ່ຽວກັບຊີວິດ ແລະການເຄື່ອນໄຫວ. ພ້ອມກັນນັ້ນ, ນັກສຶກສາໄດ້ສຳພັດດ້ານເຕັກໂນໂລຊີຂອງດາວທຽມລາວ ທີ່ໄດ້ສ່ອງແສງໃຫ້ເຫັນດ້ານການບໍລິຫານພາຍໃນທີ່ສ້າງຈຸດສົນໃຈໃຫ້ນັກສຶກສາເປັນຕົ້ນ: ດ້ານການພັດທະນາບຸກຄະລາກອນ, ດ້ານການຕະຫຼາດ ແລະດ້ານການວາງວິໄສທັດ ຊຶ່ງສາມາດສົມທຽບໄດ້ລະຫວ່າງ ທິດສະດີກັບ ພຶດຕິກຳໃນບົດຮຽນໄດ້ຢ່າງເລິກເຊິ່ງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ