ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມການນຳໃຊ້ລະບົບ G-Chat, G-Share ແລະ AI ເຂົ້າໃນການບໍລິຫານວຽກງານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປະເມີນ ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກຮາກຖານນັກສຶກສາ ທີ່ ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ໝູນໃຊ້ນິພົນ ໂຮ່ຈີມິນ ຄົບຊຸດ ແນໃສ່ຍົກສູງວຽກງານທິດສະດີການເມືອງໃນໄລຍະໃໝ່ ພິທີປິດການຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ປະຈຳປີ 2026 ໃຫ້ແກ່ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບ G-Chat, G-Share ແລະ ເອໄອ (AI) ເຂົ້າໃນການບໍລິຫານວຽກງານ

ຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955- 14 ເມສາ 2022)

ເນື່ອງໃນໂອກາດ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ບັນຈົບຄົບຮອບເປັນເວລາ 67 ປີ, ເພື່ອລະນຶກເຖິງຄຸນງາມຄວາມດີ ແລະການເສຍສະຫຼະຂອງບັນພະບູລຸດ ກໍຄືວິລະຊົນທີ່ເປັນກຳລັງຊາວໜຸ່ມລາວໃນຮຸ່ນກ່ອນທີ່ອົງອາດກ້າຫານຕໍ່ສູ້ກອບກູ້ເອົາເອກະລາດ ແລະສ້າງສາປະເທດຊາດໃຫ້ມີຄວາມຈະເລີນຈົນມາເຖິງປັດຈຸບັນນີ້ ດັ່ງນັ້ນ, ຄະນະບໍລິຫານງານຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດຕັ້ງປາຖະກະຖາວັນສຳຄັນດັ່ງກ່າວຂຶ້ນ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ສມປຊ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະບໍລິຫານງານພັກ, ກຳມະການສູນກາງຊາວໜຸ່ມ ປປ ລາວ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບສະຖາບັນການປົກຄອງ ແຂວງກວາງຊີ ຈັດກອງປະຊຸມສຳມະນາວິຊາການພາຍໃຕ້ຫົວຂໍ້: “ການແລກປ່ຽນບົດຮຽນດ້ານການຄຸ້ມຄອງ ບໍລິຫານປະເທດຂອງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ”.

ກອງ​ປະຊຸມສຳ​ມະ​ນາ​ວິຊາການ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ແລະສະຖາບັນການປົກຄອງແຂວງກວາງຊີ​ໃຕ້​ຫົວ​ຂໍ້: “ການແລກປ່ຽນບົດຮຽນດ້ານການຄຸ້ມຄອງ ບໍລິຫານປະເທດຂອງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ” ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2022 ໃນຮູບແບບອອນໄລ, ກອງ​ປະຊຸມ​ສຳ​ມະ​ນາ​​ໃນ​ຄັ້ງ​ນີ້ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ ນອກຈາກ​ເປັນ​ການ​ຄົ້ນຄວ້າແລກປ່ຽນ​ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ​ແລະພຶດຕິ​ກຳທີ່​ມີ​ຊີວິດ​ຊີວາ​ແລ້ວ ຍັງ​ຈະ​ປະກອບ​ສ່ວນ​ເຂົ້າ​ໃນ​ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍການຄຸ້ມຄອງ ບໍລິຫານປະເທດ ຂອງພັກຂອງແຕ່ລະປະເທດໃຫ້ເຂົ້າສູ່ລວງເລິກ. ກອງ​ປະຊຸມສຳ​ມະ​ນາ​ໃນຄັ້ງນີ້ ຝ່າຍລາວນຳໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ…

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ປີ 2021 ແລະ ທິດທາງແຜນການ ປີ 2022

ໃນ​ວັນ​ທີ 26/4/2022 ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການຈັດຕັ້ງປະຕິບັດວຽກງານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ປີ 2021 ແລະ ທິດທາງແຜນການ ປີ 2022 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,​ ​​ໂດຍ​ການເປັນປະທານ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ແລະມີຜູ້ເຂົ້າຮ່ວມຕາງໜ້າຫ້ອງການ, ກົມ, ຄະນະ, ສູນຄົ້ນຄວ້າແນວຄິດໄກສອນ…

ກອງປະຊຸມວິສາມັນ ຄັ້ງທີ II ປະຈໍາປີ 2022 ຂອງສະພາ​ວິທະຍາສາດ ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V

ໃນຕອນແລງວັນທີ 26 ເມສາ 2022 ທີ່ຫ້ອງປະຊຸມຊັ້ນ 2 ຕຶກຫ້ອງການ ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ໄດ້ຈັດຕັ້ງກອງປະຊຸມວິສາມັນ ຄັ້ງທີ II ປະຈໍາປີ 2022 ຂອງສະພາ​ວິທະຍາສາດສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…

ຂ່າວອື່ນໆ