ຄະນະຜູ້ແທນການນຳຂັ້ນສູງຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ນຳ​ໂດຍ ສະ​ຫາຍ ສ​ຈ.ປອ. ຫງວຽນ ​ຊວນ ​ຖັງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ ແຫ່ງ​ຊາດ ໂຮ່​ຈີ​ມິນ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ພ້ອມ​ດ້ວຍ​ຄະ​ນະ ຈຳ​ນວນ 12 ສະ​ຫາຍ ໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ແຕ່ວັນທີ 4-6 ທັນວາ 2022 ນີ້. ​ຈຸດ​ປະ​ສົງ​ຂອງ​ການ​ມາ​ ຢ້ຽມ​ຢາມ ແລະເຮັດວຽກຢູ່ ສ​ປ​ປ​ ລາວ​.

ສະນັ້ນ, ໃນຕອນ​ບ່າຍ ຂອງວັນ​ທີ 4 ທັນ​ວາ 2022 ຄະ​ນະ​ຜູ້​ແທນ ສສ ຫວຽດນາມ ໄດ້ພົບປະກັບສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງແຫ່ງ​ຊາດລາວ ເຊິ່ງຝ່າຍລາວ ນຳໂດຍສະຫາຍ ຮສ. ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງ ແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ. ຝ່າຍຫວຽດນາມ ນຳໂດຍສະ​ຫາຍ ສ​ຈ. ປອ. ຫງວຽນ​ຊວນ ​ຖັງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ ແຫ່ງ​ຊາດ ໂຮ່​ຈີ​ມິນ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງກອມມູນິດຫວຽດນາມ.

ການຈັດ​ກອງ​ປະ​ຊຸມພົບປະ ແມ່ນເພື່ອ​ປຶກ​ສາ​ຫາ​ລື  ແລະທົບທວນຄືນການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ການ​ຮ່ວມ​ມື ລະຫວ່າງສອງສະຖາບັນ ໄລ​ຍະ 2019-2023, ສອງຝ່າຍໄດ້ຕີລາຄາຄືນຜົນ ໄດ້ຮັບໃນການຮ່ວມມືໃນວຽກງານການ​ບຳ​ລຸງ, ກໍ່​ສ້າງ​ພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງ ໃຫ້​ແກ່​ພັກ-ລັດ; ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ການ​ປັບ​ປຸງ​ຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ ແຫ່ງ​ຊາດ ແລະ ເນື້ອ​ໃນ​ອື່ນໆ ເຊິ່ງສອງ​ຝ່າຍ​ໄດ້​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ ແລະ​ຕີ​ລາ​ຄາ​ສູງ ຕໍ່​ຜົນ​ສຳ​ເລັດ​ທີ່​ຍາດ​ມາ​ໄດ້ ແລະ ພ້ອມ​ກັນ​ປຶກ​ສາ​ຫາ​ລື ແຜນ​ການ​ພົວ​ພັນ​ຮ່ວ​ມມື ໄລ​ຍະ 2024-2028. ພ້ອມ​ນັ້ນ ສອງ​ຄະ​ນະ​ຜູ້​ແທນ ໄດ້ລົງ​ເລິກ ແລກ​ປ່ຽນບົດ​ຮຽນ, ປຶກ​ສາ​ຫາ​ລື 3 ເນື້ອ​ໃນ​ຕົ້ນ​ຕໍ​ຄື: (1) ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ ການ​ບຳ​ລຸງ, ກໍ່​ສ້າງ​ພະ​ນັກ​ງານ ໃຫ້ພັກ-ລັດ​ ສ​ປ​ປ ​ລາວ ໂດຍ​ພ້ອມ​ກັນແລກປ່ຽນ, ກວດກາ, ແກ້ໄຂ ແລະ ປັບປຸງບັນດາຫຼັກສູດຝຶກອົບຮົມໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນການຮ່ວມມືໃນຕໍ່ໜ້າ. (2). ເເລກປ່ຽນກ່ຽວກັບໂຄງການຮ່ວມມືຄົ້ນຄວ້າເເນວຄິດໄກສອນ ພົມວິຫານ  ເເລະ ການສ້າງນິພົນຄົບຊຸດ ໄກສອນ ພົມວິຫານ. (3). ເເລກປ່ຽນ, ຊຸກ​ຍູ້ສົ່ງເສີມໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ປະຈຳເຂດພາກໃຕ້ ຢູ່ແຂວງ ຈຳປາສັກ. ທັງ​ສອງ​ຝ່າຍ ໄດ້​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ເນື້ອ​ໃນ ແລະ ຮູບ​ການ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງໃນ​ຕໍ່​ໜ້າ.

         ພ້ອມ​ກັນ​ນັ້ນ ສະ​ຖາ​ບັນ​ການ​ເມືອງ ແຫ່ງ​ຊາດ ໂຮ່​ຈີ​ມິນ ໄດ້​ມອບ​ຄອມ​ພີວ​ເຕີ ຈຳ​ນວນ 20 ຊຸດ ໃຫ້ ແກ່ ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ ແຫ່ງ​ຊາດ​ລາວ ເພື່ອນຳໃຊ້ເຂົ້າໃນໜ້າທີ່ ວຽກງານການເມືອງ ແລະການຄົ້ນຄວ້າວິທະຍາດ.

         ເພື່ອເປັນການສະແດງຄວາມຊົມເຊີຍໃນການພົບປະແລກປ່ຽນໃນຄັ້ງນີ້, ຄະນະນຳຂອງທັງສອງຝ່າຍໄດ້ຮ່ວມກັນປູກຕົ້ນໄມ້ ຈຳນວນ 2 ຕົ້ນເປັນທີ່ລະນຶກ.

ຂ່າວ: ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ
ຮູບພາບ: ຕາອັອດ ແສນທະວີສຸກ