ໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດແຫ່ງການພົວພັນລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ແລະຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ຂອງການເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ.

         ທ່ານ ສຈ ປອ ຫງວຽນ ຊວນ ຖັງ ກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ ກອມມູນິດຫວຽດນາມ ຕາງໜ້າໃຫ້ແກ່ພັກ, ລັດຖະບານແຫ່ງ ສສ ຫວຽດນາມ ເຂົ້າຮ່ວມປະດັບຫຼຽນໄຊ, ຫຼຽນກາ ໃຫ້ແກ່ການນໍາ, ພະນັກງານ, ຄູ-ອາຈານ ແລະກົມກອງລວມໝູ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

         ເຂົ້າຮ່ວມໃນພິທີມີທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

       ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ກ່າວຄຳເຫັນໃນພິທີວ່າ:ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບການມອບໝາຍຈາກສູນກາງພັກ ແລະ ລັດຖະບານລາວ ເພື່ອຮ່ວມມືຢ່າງຮອບດ້ານກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໃນກໍ່ສ້າງ, ບໍາລຸງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄົ້ນຄວ້າວິທະຍາສາດການເມືອງ-ການປົກຄອງ. ສອງສະຖາບັນໄດ້ມີບົດບັນທຶກການຮ່ວມມື 2 ຝ່າຍ ເພື່ອເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍເນື້ອໃນການຮ່ວມມືລະຫວ່າງ 2 ສະຖາບັນເພື່ອແລກປ່ຽນບົດຮຽນດ້ານວິຊາສະເພາະ, ຍົກສູງຄຸນນະພາບການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ຂອງສະຖາບັນ.

ເນື່ອງໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ຄະນະພັກ, ຄະນະອໍານວຍການສະຖາບັນ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບສະຫາຍການນໍາພັກ-ລັດ ສສ ຫວຽດນາມ ທີ່ໄດ້ຕົກລົງປະດັບບັນດາຫຼຽນໄຊ, ຫຼຽນກາ ຂອງພັກ-ລັດຖະບານ ສສ ຫວຽດນາມ ໃຫ້ບັນດາກົມກອງ ແລະ ບຸກຄົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ນີ້ຖືວ່າເປັນຂອງຂວັນອັນລໍ້າຄ່າ ທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພວກຂ້າພະເຈົ້າ ແລະ ກໍ່ຊີ້ໃຫ້ເຫັນເຖິງຄວາມຮັບຜິດຊອບອັນໜັກໜ່ວງ ແຕ່ມີກຽດສະຫງ່າ ໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

         ໂອກາດດັ່ງກ່າວ, ທ່ານ ຮວ່າງ ແອ່ງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນໄດ້ຜ່ານດຳລັດ ຂອງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ວ່າດ້ວຍການມອບຫຼຽນໄຊ ຫຼຽນກາ ໃຫ້ກົມກອງ ລວມໝູ່ ແລະ ບຸກຄົນ ຜູ້ທີ່ມີຜົນງານ ດີເດັ່ນ ໃນການເສີມສ້າງສາຍພົວພັນມິດຕະພາບ ພິເສດ ລາວ-ຫວຽດນາມ ຈຳນວນ 3 ກົມກອງ ແລະພະນັກງານ, ຄູ-ອາຈານ 40 ທ່ານ, ຍິງ 18 ທ່ານ.

         ໃນນີ້ໄດ້ມອບຫຼຽນໄຊເອກະລາດຊັ້ນ II 1 ທ່ານ, ຫຼຽນໄຊແຮງງານຊັ້ນ I 1 ທ່ານ, ຫຼຽນໄຊແຮງງານຊັ້ນ II 2 ກົມກອງ ແລະ 2 ທ່ານ, ຫຼຽນໄຊແຮງງານຊັ້ນ III 1 ກົມກອງ ແລະ 1 ທ່ານ, ຫຼຽນໄຊມິດຕະພາບ 15 ທ່ານ, ຫຼຽນກາມິດຕະພາບ 10 ທ່ານ, ຫຼຽນກາທີ່ລະນຶກ 10 ທ່ານ. ເປັນກຽດກ່າວມອບໂດຍຕາງໜ້າ ໃຫ້ລັດຖະບານ ສສ ຫວຽດນາມ ໂດຍແມ່ນ ທ່ານ ສຈ ປອ ຫງວຽນ ຊວນ ຖັງ ພ້ອມດ້ວຍຄະນະ.

      

ໃນໂອກາດນີ້, ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ-ລັດ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕາງໜ້າໃຫ້ແກ່ກົມກອງ ແລະ ບຸກຄົນທີ່ໄດ້ຮັບຫຼຽນໄຊ, ຫຼຽນກາ…ໃນຄັ້ງນີ້ໄດ້ສະແດງຄວາມຂອບໃຈກ່າວຕໍ່ພິທີ ປະດັບຫຼຽນໄຊ, ຫຼຽນກາ ທີ່ພັກ-ລັດ ສສ ຫວຽດນາມ ຢ່າງເລິກເຊິ່ງທີ່ໄດ້ຕົກລົງປະດັບຫຼຽນໄຊ, ຫຼຽນກາໃຫ້ການນໍາ, ພະນັກງານ, ຄູ-ອາຈານ ແລະກົມກອງລວມໝູ່ ສມປຊ; ດັ່ງນັ້ນ, ເພື່ອຮັກສາ, ປົກປັກຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນຈົນຊົ່ວກາລະນານ ທີ່ມີຄວາມໝາຍປະຫວັດສາດ. ໃນມື້ນີ້, ພວກເຮົາ ຍິ່ງຈົດຈຳລ້ຳລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ, ເຊິ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ໃນການຖະນຸຖະໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເຖິງເທົ່າທຸກວັນນີ້”.

ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ທັນວາ 2022 ທີ່ ສະໂມສອນ ສມປຊ.

ບັນນາທິການ: ປອ ດາວສະຫວັນ ເຄືອມີໄຊ
ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ