ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້​ຈັດ​ພິ​ທີ​ປະ​ກາດ​ການ​ຈັດ​ຕັ້ງຂັ້ນກົມ ຫຼື ທຽບເທົ່າ ຊຶ່ງ​ພິ​ທີ​ດັ່ງ​ກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 30 ພະຈິກ ພຶດສະພາ 2022 ທີ່ສະໂມສອນ ສມປຊ ໂດຍການເປັນປະທານ ຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າຄະນະກົມທັງ 12 ກົມ ຫຼື ທຽບເທົ່າ, ມີພະນັກງານຄູ-ອາຈານຂັ້ນພະແນກ ແລະພາກສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

         ໃນພິທີ ທ່ານ ປທ ນ. ພອນໄຊ ລາດຊະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ 3 ເອກະສານປະກາດການຈັດຕັ້ງຄື:

ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 238/ຄລສພ, ລົງວັນທີ 15 ພະຈິກ 2022 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປທ ນ. ພອນໄຊ ລາດຊະວົງ ຂຶ້ນເປັນຫົວໜ້າ ກົມຈັດຕັ້ງ-ພະນັກງານ.

ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 239/ຄລສພ, ລົງວັນທີ 15 ພະຈິກ 2022 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປອ ນ. ລຳພູນ ດວນສຸວັນ ຂຶ້ນເປັນຫົວໜ້າ ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.

ຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 1584/ສມປຊ, ລົງວັນທີ 25 ພະຈິກ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ປທ ຄົມວິກິດ ສິມມະລິວົງ ຮອງຫົວໜ້າຫ້ອງການ ຂຶ້ນເປັນຮັກສາການຫົວໜ້າ ຫ້ອງການ.

         ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ໄດ້ກ່າວໃນພິທີວ່າ: ການປະກາດການຈັດຕັ້ງຄັ້ງນີ້ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງ ສມປຊ ເພື່ອເຮັດໃຫ້ວຽກງານຂອງຫ້ອງການ, ກົມຈັດຕັ້ງ-ພະນັກງານ ເວົ້າລວມກໍ່ຄືຂອງ ສມປຊ ມີຄວາມໜັກແໜ້ນເຂັ້ມແຂງ ແລະສາມາດຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ-ລັດ ໃຫ້ຕິດພັນກັບແຜນຍຸດທະສາດຂອງ ສມປຊ ໃຫ້ປະ​ສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະອີກອັນໜຶ່ງ ກໍສະແດງຄວາມຊົມເຊີຍບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງບັນດາສະຫາຍ ກໍໄດ້ຜ່ານຂະບວນການຝຶກຝົນຫຼໍ່ຫຼອມ ແລະຜ່ານບັ້ນທົດສອບໃນການປະຕິບັດວຽກງານຕົວຈິງມາເປັນເວລາດົນພໍສົມຄວນ ແລະໄດ້ຮັບຄວາມໄວ້ເນື້່ອເຊື່ອໃຈຈາກພະນັກງານ, ຄູ-ອາຈານ ສມປຊ.

         ອີກດ້ານໜຶ່ງ ພວກສະຫາຍກໍເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດ ມີປະສົບການຕົວຈິງສົມຄູ່ກັບໜ້າທີ່ວຽກງານທາງດ້ານຄຸນສົມບັດ, ຄຸນທາດການເມືອງ ກໍມີຄວາມໜັກແໜ້ນ ເປັນຜູ້ທີ່ຢຶດໝັ້ນຫຼັກການນຳພາຂອງພັກ, ມີຄຸນສົມບັດສິນທຳປະຕິວັດ ແລະມີຄວາມດຸໝັ່ນອົດທົນ, ມີຄວາມສາມັກຄີ, ມີລະບຽບວິໄນ ແລະເຄົາລົບກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະເຊື່ອ​ໝັ້ນ​ວ່າ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈະສືບຕໍ່ຜັນຂະຫຍາຍບົດຮຽນ, ປະສົບການ ແລະຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າວຽກງານທີ່ຕົນຮັບຜິດຊອບຢ່າງປະດິດສ້າງ ໃຫ້ເກີດດອກອອກຜົນ ແລະມີປະສິດທິຜົນສູງຂຶ້ນເລື້ອຍໆ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ