ວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ.

         ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາວັນທີ 2 ທັນວາ ປີ 1975 ວ່າ: ” ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະສົມບູນ, ເຖິງຖອງ ແລະ ບໍລິບູນໄດ້ຢ່າງສະຫງ່າລາສີໄດ້ຄືແນວນີ້ຈັກເທື່ອ, ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະລາດ ຂອງປະເທດເຮົາ, ຫາກຍັງເປັນຄັ້ງທໍາອິດທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດຳລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະຫຼະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍຄືຂອງມວນມະນຸດປະກົດເປັນຈິງຢູ່ຜືນແຜ່ນດິນອັນແສນຮັກ ຂອງພວກເຮົາ.

         ດັ່ງນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຖືໂອກາດວັນສຳຄັນດັ່ງກ່າວໃນການຈັດ ຕັ້ງປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975-2 ທັນວາ 2022) ທີ່ໄດ້ໝູນວຽນມາ ຄົບຮອບອີກຄັ້ງ ແລະສະຫຼຸບຜົນງານປະຈຳປີ 2022 ຂອງ ສມປຊ ໃນວັນທີ 1 ທັນວາ 2022 ທີ່ສະໂມສອນ ສມປຊ ໂດຍການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະອຳນວຍການ, ມີຕາງໜ້າ ຫ້ອງການ, ກົມ, ຄະນະຕ່າງໆ, ສູນຕ່າງໆ ແລະຕາງໜ້າຄະນະພັກ, ຄະນະຫ້ອງ ນັກສຶກສາທີ່ກຳລັງສຶກສາ.

         ໃນພິທີ ທ່ານ ປທ ຄົມວິກິດ ສິມມະລິວົງ ຮັກສາການຫົວໜ້າຫ້ອງ ໄດ້ຜ່ານບົດສະຫຼຸບຜົນງານປະຈຳປີ 2022 ຂອງ ສມປຊ ຊື່ງເນຶື້ອໃນໄດ້ສ່ອງແສງໃຫ້ເຫັນ ໃນປີ 2022 ສະຖາບັນໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດຂອງ​ພະ​ນັກ​ງານ, ຄູ​-ອາ​ຈານ ແລະ ນັກ​ສຶກ​ສາຢ່າງ​ເປັນ​ປົກ​ກະ​ຕິ, ຕໍ່​ເນື່ອງດ້ວຍຫຼາຍຮູບແບບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ແນວ​ທາງ, ແຜນ​ນະ​ໂຍ​ບາຍຂອງ​ພັກ, ລະ​ບຽບ​ການ, ກົດ​ໝາຍ​ ແລະ ບັນ​ດາ​ເອ​ກະ​ສານ​ທີ່​ສຳ​ຄັນ​ຕ່າງໆ ຂອງ​ພັກ-ລັດ 8 ຄັ້ງ, ມີ​ຜູ້​ເຂົ້າຮ່ວມທັງໝົດ 2.160 ເທື່ອຄົນ, ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສະຫຼຸບ​ຖອດ​ຖອດ​ບົດ​ຮຽນ ແລະ ສ່ອງ​ແສງ​ວຽກ​ພັກ-ລັດ, ສ່ອງ​ແສງ​ນັກ​ສຶກ​ສາ ໃນ​ແຕ່​ລະ​ເດືອນເພື່ອ​ສຶກ​ສາ​ອົບ​ຮົມ, ກໍາ​ໄດ້​ແນວ​ຄິດ​ພະ​ນັກ​ງານ-ຄູ​ອາ​ຈານ ແລະນັກ​ສຶກ​ສາ ເປັນ​ປົກ​ກະ​ຕິ.

ສະ​ຖາ​ບັນ​ໄດ້​ຮັບ​ທຶນ ​ໃນ​ການ​ກໍ່​ສ້າງ​ຍົກ​ລະ​ດັບ​ວິ​ຊາ​ສະ​ເພາະ ​ລະ​ບົບ​ປະ​ລິນ​ຍາ​ໂທ ຢູ່ ສມ​ປ​ຊ ຈຳ​ນວນ 8 ທຶນໃນ​ນັ້​ນ​ໄດ້​ແບ່ງ​ໃຫ້​ບັນ​ດາ​ໂຮງນ​ການ​ເມືອງ ແລະ ການ​ປົກ​ຄອງ​ທ້ອງ​ຖິ່ນ ຈຳ​ນວນ 4 ທຶນ, ສະ​ຖາ​ບັນ​ໄດ້ 4 ທຶນ. ໃນ​ນັ້​ນ​ໄດ້ຈັດຝຶກ​ອົບ​ຮົມ ຈໍາ​ນວນ 9​​ ຄັ້ງ ມີ​ຜູ້​ເຂົ້າ​ຮ່ວມ 300 ເທື່ອ​ຄົນ ປະ​ຕິ​ບັດ​ໄດ້ 100% ​ຕາມ​ແຜນ​ກຳ​ນົດ​ໄວ້, ຄົ້ນ​ຄວ້າປະ​ລິນ​ຍາ​ໂທ ແລະ ປະ​ລິນ​ຍາ​ເອກ ​ຢູ່​ຕ່າງ​ປະ​ເທດ ຈຳ​ນວນ 11 ທ່ານ, ຍິງ 7 ທ່ານ (ສ​ສ ຫວຽດ​ນາມ ແລະ ສ​ປ​ ຈີນ).

ການແຂ່ງຂັນຍ້ອງຍໍສາມາດຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ໄດ້ຄື: ນັກສຶກສາທັງໝົດທີ່ຈົບໃນ ສົກປີ 2021-2022 ຈໍານວນ 243 ຄົນ ເຊັ່ນ: ນັກສຶກສາຮຽນເກັ່ງມີວິໄນດີປະເພດ I ຈໍານວນ 87 ຄົນ, ຍິງ 27 ຄົນ; ປະເພດ II ຈໍານວນ 75 ທ່ານ, ຍິງ 21 ຄົນ; ປະເພດ III ຈໍານວນ 57 ຄົນ, ຍິງ 12 ຄົນ; ຄະນະພັກຄະນະຫ້ອງໃນ​ການ​ນຳ​ພາຊີ້ນໍາຫ້ອງ ຮຽນ​ດີ​ເດັ່ນ ປະເພດ I ມີ 4 ຫ້ອງ​ຮຽນ ຈໍານວນ 20 ຄົນ, ຍິງ 5 ຄົນ, ຫ້ອງ​ຮຽນດີ​ເດັ່ນ ປະ​ເພດ I ຈຳ​ນວນ 3 ຫ້ອງ​ຮຽນ, ປະເພດ II ຈໍານວນ 1 ຫ້ອງ​ຮຽນ.

ຈາກ​ການ​ປະ​ເມີນ​ການ​ປະ​ຕິ​ບັດ​ງານ ປີ 2022  ຂອງພະ​ນັກ​ງານ, ຄູ-ອາ​ຈານ ທົ່ວ​ສະ​ຖາ​ບັນ ມີພະນັກງານ​​ດີ​ເດັ່ນ,ປະເພດ  I ມີ 83 ຄົນ ຍິງ 33 ຄົນ,​ ປະເພດ​ ll ມີ 36 ຄົນ,​ ຍິງ 18 ຄົນ,​ ປະເພດ​ lll ມີ 9 ຄົນ 6 ຍິງ. ຄູ​-ອາ​ຈານ ດີ ເດັ່ນປະເພດ  I ມີ 38 ຄົນ ຍິງ 15 ຄົນ,​ ປະເພດ​ ll ມີ 3 ຄົນ,​ ຍິງ 1 ຄົນ; ກົມກອງດີເດັ່ນປະເພດ​ I​ ມີ 5 ກົມກອງ,​ ປະເພດ​ II​ ມີ​ 7 ກົມກອງ.​

ການຈັດຕັ້ງການຮຽນ ຂອງນັກສຶກສາທຸກລະບົບຮຽນພາຍໃນ ສມປຊ ແມ່ນໄດ້ຈັດຕັ້ງການແບ່ງຫ້ອງຮຽນເປັນແຕ່ລະຊັ້ນຮຽນ, ຫ້ອງຮຽນ. ປະຈຸ​ບັນນັກສຶກສາທີ່ກໍາລັງສືບຕໍ່ຄົ້ນຄວ້າ, ຮໍ່າຮຽນ ແລະ ຂຽນບົດປ້ອງກັນຈົບຊັ້ນ ພາຍໃນ ສມປຊ ໃນສົກປີ 2022-2023 ມີທັງໝົດ 476 ຄົນ, ຍິງ 131 ຄົນ.

ການຈັດຕັ້ງສິດສອນຂອງຄູ-ອາຈານ: ສົກຮຽນ 2021-2022 ພະນັກງານ-ຄູອາຈານ ສາມາດຈັດຕັ້ງປະຕິບັດຊົ່ວໂມງຂຶ້ນຫ້ອງສອນ, ສໍາມະນາ, ແກ້ຂໍ້ຂ້ອງໃຈ, ສອບເສັງ ແລະ ປ້ອງກັນບົດ ໄດ້ທັງໝົດ 19.766 ຊົ່ວໂມງ, ທຽບໃສ່ສົກປີຜ່ານມາເພີ່ມຂຶ້ນ 1.084 ຊົ່ວໂມງເທົ່າກັບ 5,48% (ສົກຮຽນຜ່ານມາປະຕິບັດໄດ້ 18.682 ຊົ່ວໂມງ).

ການຈັດຕັ້ງແຜນການຮຽນ-ການສອນໃນສົກປີ 2021-2022 ໄດ້ສໍາເລັດການຈັດຕັ້ງການຮຽນ-ການສອນຄື: ລະບົບຮຽນຊັ້ນປີສຸດທ້າຍສໍາເລັດການຮຽນ-ການສອນ 100%.

         ໃຫ້ບໍລິການຂໍ້ມູນຂ່າວສານໃຫ້ແກ່ພະນັກງານ, ຄູ-ອາຈານ, ນັກສຶກສາ ພາຍໃນ ແລະ ພາຍນອກ ທັງໝົດ 6.554 ເທື່ອຄົນ, ຖ້າທຽບໃສ່ແຜນການປະຈຳປີແມ່ນຫຼຸດ​ຄາດໝາຍ 41 % (ແຜນ 11.000 ເທື່ອຄົນ);​ ຮັບປື້ມເຂົ້າໃໝ່ 2.104 ຫົວ, ລົງທະບຽນປື້ມ, ຕິດສັນ, ຕິດບາໂຄດ ແລະ ຕິດຊອງໄດ້ 1.824 ຫົວ; ລົງທະບຽນປື້ມເຂົ້າໂປຣແກຣມ PMB 1819 ຫົວ; ວິເຄາະໝວດໝູ່ປື້ມ 116 ຫົວເລື່ອງຮັບວາລະສານເຂົ້າໃໝ່ 1.006 ຫົວ; ໄດ້ຮັບວາລະສານທັງໝົດ 478 ໃນນັ້ນ, ສົ່ງເປັນເອກະສານ 308 ບົດ ແລະ ສົ່ງມາທາງອີເມວ ຈຳນວນ 170 ບົດ; ສາມາດບັນນາວາລະສານຂັ້້ນຕົ້ນໄດ້ 448 ບົດ; ຜ່ານ ບ.ກ ໃຫ່ຍ ລົງໄດ້ 179 ບົດ; ສໍາເລັດການສ້າງວາລະສານບັນລຸໄດ້ 91.66%​; ສໍາເລັດການແຈກຢາຍ ແລະ ຈຳໜ່າຍຕາມການສັັ່ງຈອງວາລະສານ ຈຳນວນ 15.587 ຫົວ; ບັນລຸໄດ້ 67.15%; ໃນ​ນັ້​ນ​ໄດ້ແຈກຢາຍວາລະສານເກົ່າແຕ່ 2015-2021 ໃຫ້ພາກສ່ວນຕ່າງໆຈຳນວນ 4.221 ຫົວ ບັນລຸໄດ້ 84.42%; ພິເສດແມ່ນໄດ້ແຈກຢາຍ ແລະ ຈຳໜ່າຍວາລະສານສະບັບພິເສດ ປີ 2022 ໃຫ້ບັນດາພາກສ່ວນຕ່າງໆຕາມເປົ້າໝາຍ ຈຳນວນ 1440 ຫົວ.

         ເພື່ອເປັນຢັ້ງຢືນເຖິງຜົນງານດີເດັ່ນ ຂອງບຸນຄົນ, ກົມກອງ ແລະຫ້ອງຮຽນ ທ່ານ ປອ ນ. ເກດມະນີ ອິນທະວົງ ຫົວໜ້າພະແນກ ພະນັກງານ, ກົມຈັດຕັ້ງ-ພະນັກງານຜ່າ ນຂໍ້ຕົກລົງວ່າດ້ວຍການຍ້ອງຍໍພະນັກງານດີເດັ່ນ, ກົມກອງດີເດັ່ນ ແລະ ຫ້ອງຮຽນດີເດັ່ນຄື:

         – ຍ້ອງຍໍພະນັກງານ.

         ປະເພດ I: 83 ທ່ານ, ຍິງ 33 ທ່ານ

         ປະເພດ II: 36 ທ່ານ, ຍິງ 18 ທ່ານ

         ປະເພດ III: 6 ທ່ານ, ຍິງ 4 ທ່ານ

         – ກົມກອງດີເດັ່ນ:

         ປະເພດ I: 5 ກົມກອງ

         ປະເພດ II: 7 ກົມກອງ

         – ຫ້ອງຮຽນດີເດັ່ນ:

         ປະເພດ I:

         – ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ

         – ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ຫ້ອງ ຂ

         ໃນຕອນທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ຫວນຄືນມູນເຊື້ອຂອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975-2 ທັນວາ 2022) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ໃຫ້ຜູ້ເຂົ້າຮ່ວມໃນພິທີຮັບຮູ້ເຖິງມູນເຊື້ອອັນດີງາມຂອງການປະຕິວັດ ແລະທ່ານໄດ້ໂອ້ລົມ, ໃຫ້ທິດຊີ້ນຳ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບພະນັກງານ, ຄູ-ອາຈານ, ທີ່ໄດ້ທຸ່ມເທແຮງສະຕິປັນຍາ ເຂົ້າໃນໜ້າທີ່ວຽກງານການເມືອງຂອງ ສມປຊ ຈຶ່ງເຮັດໃຫ້ຜົນງານອອກມາໄດ້ທັງປະລິມານ ແລະ ຄຸນນະພາບ, ແຕ່ເພື່ອເປັນການສືບຕໍ່ ແລະໃຫ້ທິດຊີ້ທາງວຽກງານໃນຕໍ່ໜ້າ ທ່ານ ປະທານພິທີ ໄດ້ໂອ້ລົມ ແລະ ເພີ່ມ​ທະວີ​ການຄົ້ນຄວ້າ​ວິທະຍາສາດ​ໃຫ້​ມີ​ຄຸນ​ນະພາ​ບສູງ, ສາມາດ​ສະໜອງຂໍ້​ມູນຮັບ​ໃຊ້​ໃຫ້​ແກ່ລະບົບ​ການຮຽນ-ການ​ສອນ ​ແລະຄວາມຮຽກຮ້ອງຕ້ອງການ​ໃນ​ໄລຍະ​ໃໝ່ຄຽງຄູ່ກັບການສ້າງ ແລະປັບປຸງບັນດາລະບົບ​ພື້ນຖານ​ໂຄງ​ລ່າງ, ສະໜອງວັດຖຸ​ອຸປະກອນ​ທີ່​ຈຳ​ເປັນດ້ວຍ​ການຂຸດຄົ້ນ ແລະນຳໃຊ້ທຶນທີ່ມີຢ່າງຈຳກັດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ການເມືອງ ຂອງສະຖາບັນໃຫ້ມີລັກສະນະຄົບຖ້ວນ ແລະມີຄຸນນະພາບດີຂຶ້ນກວ່າເກົ່າ ເພື່ອເຂົ້າສູ່ຄວາມທັນສະໄໝເທື່ອລະກ້າວ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ