ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມການນຳໃຊ້ລະບົບ G-Chat, G-Share ແລະ AI ເຂົ້າໃນການບໍລິຫານວຽກງານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປະເມີນ ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກຮາກຖານນັກສຶກສາ ທີ່ ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ໝູນໃຊ້ນິພົນ ໂຮ່ຈີມິນ ຄົບຊຸດ ແນໃສ່ຍົກສູງວຽກງານທິດສະດີການເມືອງໃນໄລຍະໃໝ່ ພິທີປິດການຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ປະຈຳປີ 2026 ໃຫ້ແກ່ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບ G-Chat, G-Share ແລະ ເອໄອ (AI) ເຂົ້າໃນການບໍລິຫານວຽກງານ

ພິທີ ປະກາດການຈັດຕັ້ງ ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້​ຈັດ​ພິ​ທີ​ປະ​ກາດ​ການ​ຈັດ​ຕັ້ງຂັ້ນຮອງຫົວໜ້າ ສມປຊ, ຊຶ່ງ​ພິ​ທີ​ດັ່ງ​ກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2022 ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໂດຍການເປັນປະທານ ຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າຄະນະກົມທັງ12 ກົມ ຫຼື ທຽບເທົ່າ,…

ການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຂອງທີມງານນັກສຶກສາປະລິນຍາຕີຮຸ່ນທີ XXV ຫ້ອງ ກ ໃນໄລຍະ 45 ວັນ, ປະຈຳອາທິດທີ III-IV ພຶດສະພາ 2022 ເມືອງທຸລະຄົມ, ແຂວງ ວຽງຈັນ

ໂດຍອີງຕາມ ແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະ 45 ຂອງສະຖາບັນ ການເມືອງ-ການ​ປົກຄອງແຫ່ງ​ຊາດ ປະຈຳອາທິດທີ 3-4 ພຶດສະພາ 2022 ແລະແຜກການເຄື່ອນໄຫວຕົວຈິງ. ທີມງານນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ (ກ) ໃນ 6 ທີມງານ, 6 ບ້ານ ພາຍໃນເມືອງທຸລະຄົມ, ແຂວງວຽງຈັນ. ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 3/5/2022 ແຕ່ລະທີມສາມາດສັງລວມໂດຍສັງເຂບດັ່ງນີ້: ໄດ້ຖອດຖອນບົດຮຽນພາຍໃນອາທິດທີ່ຜ່ານມາ ແລະວາງແຜນການເຄື່ອນໄຫວໃນອາທິດທີ III; ສັງລວມຂໍ້ມູນສະຖິຕິຈຳນວນປະຊາກອນ ພາຍໃນບ້ານເຂົ້າຄອມພິວເຕີ…

ພິທີຮັບສະມາຊິກພັກ ສຳຮອງ ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ

ພິທີຮັບສະມາຊິກພັກສຳຮອງ ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້​ຈັດ​ຂຶ້ນໃນຕອນເຊົ້າ ຂອງວັນ​ທີ 27 ພຶດສະພາ 2022, ໂດຍ​ໃຫ້​ກຽດ​ເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ​ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກຕາງໜ້າໜ່ວຍພັກພາຍໃນ ສມປຊ. ໃນກອງປະຊຸມ ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງ…

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໃນວັນທີ 20 ພຶດສະພາ 2022 ໂດຍການເປັນປະທານຂອງ ທ່ານ ປອ ຊົງເລົາ ຢົງນູ ກຳມະການປະຈຳພັກ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ທ່ານ ປທ ນ. ວຽງພອນ ແກ້ວຄູນສີ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ, ມີຄະນະພັກ, ຄະນະໂຮງຮຽນ, ພະນັກງານ,…

ຂ່າວອື່ນໆ