ໃນວັນທີ 5-10/12/2022 ນັກສຶກສາທິດສະດີການເມືອງ ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXXI ຈໍານວນ 57 ທ່ານ, ຍິງ 12 ທ່ານ ໄດ້ທັດສະນະສຶກສາ ຢູ່ແຂວງວຽງຈັນ ໂດຍສະເພາະແມ່ນເມືອງເຟືອງ, ເມືອງໝື່ນ ແລະເມືອງຊະນະຄາມ ພາຍໃຕ້ການນໍາພາໂດຍ: ທ່ານ ປທ. ແສງທອງ ພຸດທະວົງ, ຫົວໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ, ທ່ານ ປທ. ແສງແກ້ວ ວົງລໍາພັນ, ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະທ່ານ ປທ. ນວນແສງ ຄໍາມີໄຊ, ຮອງຫົວໜ້າພະແນກຄຸ້ມຄອງນັກສຶກສາ, ຄູປະຈໍາຫ້ອງ.

ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ທິດສະດີ ແລະແນວທາງນະໂຍບາຍຂອງພັກທີ່ນັກສຶກສາຮຸ່ນທີ XXXI ໄດ້ຮຽນມາຕິດພັນກັບພຶດຕິກໍາຕົວຈິງ ພ້ອມກັນນັ້ນຍັງເປັນການເພີ່ມຕື່ມຄວາມຮູ້ທີ່ໄດ້ຮຽນມາໃຫ້ສາມາດໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ໃນກົມກອງທ້ອງຖິ່ນຂອງຕົນ, ໄດ້ຮູ້ເຖິງການຈັດຕັ້ງປະ ຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດຢູ່ແຂວງວຽງຈັນ.

ໃນພາກເຊົ້າຂອງວັນທີ 5 ທັນວາ 2022 ໄດ້ໄປທັດສະນະສຶກສາຢູ່ຫ້ອງວ່າການເມືອງວຽງຄໍາ ເພື່ອຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ຂອງແຂວງຢູ່​ຫ້ອງວ່າການປົກຄອງແຂວງວຽງຈັນ ໂດຍແມ່ນທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນເປັນປະທານ. ພາກບ່າຍຂອງວັນດຽວກັນກໍ່ເດີນທາງເບິ່ງໂຄງການພັດທະ ນາອ່າງນໍ້າງື່ມ 1 ໂດຍທຶນຊ່ວຍເຫຼືອຫລ້າຂອງອົງການ ADB ທີ່ຮັບເໝົາການກໍ່ສ້າງໂດຍກຸ່ມບໍລິສັດຄໍາຟອງເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ. 

ໃນພາກເຊົ້າຂອງວັນທີ 6 ທັນວາ 2022 ໄດ້ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເຟືອງຢູ່ຫ້ອງວ່າການປົກຄອງເມືອງເຟືອງ. ​​​ຕອນບ່າຍກໍ່ເດີນທາງ​ໄປ​ຮັບຟັງການພັດທະນາເສດຖະກິດ-ສັງຄົມ ຢູ່ບ້ານໂພນສະຫວາດ.

ໃນພາກເຊົ້າຂອງວັນທີ 7 ທັນວາ 2022 ເດີນທາງໄປທ່ຽວຊົມເຂື່ອນນ້ຳລີກ ແລະແຫຼ່ງທ່ອງທ່ຽວທໍາມະຊາດເຮືອນແພ ທີ່ເມືອງເຟືອງ.

ໃນພາກເຊົ້າຂອງວັນທີ 8 ທັນວາ 2022 ແລະຮັບຟັງລາຍງານແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຢູ່ຫ້ອງວ່າການປົກຄອງເມືອງໝື່ນ ແລະຕອນບ່າຍກໍ່ເດີນທາງໄປເບິ່ງສະຖານທີ່ຜະລິດປຸຍຊີວະພາບ ຂອງເມືອງໝື່ນ. ແລະໃນພາກເຊົ້າຂອງວັນທີ 9 ທັນວາ 2022 ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຢູ່ຫ້ອງວ່າການປົກຄອງເມືອງຊະນະຄາມ, ຕອນບ່າຍລົງຢ້ຽມຢາມຄອບຄົວຕົວແບບ ແລະກຸ່ມຜະລິດສິນຄ້າ ODOP..

ຜ່ານການທັດສະນະສຶກສາເຫັນວ່າແຂວງວຽງຈັນແມ່ນມີທ່າແຮງຫຼາຍຢ່າງໃນການພັດທະນາເສດຖະກິດໃນປັດຈຸບັນເປັນຕົ້ນແມ່ນ: ທ່າແຮງທາງດ້ານບໍ່ແຮ່, ມີທາງດ່ວນຜ່ານ ແລະອັນໂດດເດັ່ນກໍ່ແມ່ນມີອ່າງນໍ້າງື່ມ ແລະ ອ່າງເກັບນໍ້າຫຼາຍແຫ່ງທີ່ເປັນເຂື່ອນໄຟຟ້າ, ແຫຼ່ງທ່ອງທ່ຽວທໍາມະຊາດຢູ່ເມືອງວັງວຽງ ແລະເມືອງເຟືອງ (ການທ່ອງທ່ຽວຕາມນໍ້າລີກ), ສ່ວນຢູ່ເມືອງຊະນະຄາມກໍ່ເປັນເຂດຜະລິດເຂົ້າ ແລະຜະລິດເປັນສິນຄ້າສົ່ງອອກ.

ຂ່າວ/ພາບ: ນ. ລີປ່າເອ້ຍ ບົວປາວ ນສ ຊັ້ນສູງ ເລັ່ງລັດ 5 ເດືອນ ຮຸ່ນທີ XXXI
ບັນນາທິການ: ປທ ບຸນປັນ ສຸມຸນທອງ